ຕຳຫລວດຟີລິບປິນຍິງຜູ້ຄ້າຢາເສຍຊີວິດ ອີກ 9 ຄົນ, ຈັບເປັນ 117 ຄົນ


ຕຳຫລວດຟີລິບປິນ ດ້ວຍການສະໜັບສະໜູນຈາກທະຫານ ສັງຫານຜູ້ຕ້ອງສົງໄສຄ້າຢາເສບຕິດ 9 ຄົນ ແລະ ຈັບກຸມ 117 ຄົນ ໃນປະຕິບັດການກວາດລ້າງຄັ້ງໃຫຍ່ເປັນເວລາ 2ເຖິງວັນທີ 4 ຕຸລາ, ຂະນະທີ່ລັດຖະບານເດີນໜ້າສົງຄາມຢາເສບຕິດ ເຊິ່ງເຮັດໃຫ້ຜູ້ຕ້ອງສົງໄສຖືກຂ້າຫລາຍກວ່າ 4.800 ຄົນ.


ສຳນັກຂ່າວ AP ລາຍງານຈາກນະຄອນຫລວງມະນິລາ ປະເທດຟີລິບປິນ ໃນວັນທີ 4 ຕຸລາວ່າ: ທ່ານ ເດິໂບລ ຊິນາສ ຜູ້ບັນຊາການຕຳຫລວດພາກກາງ ເປີດເຜີຍວ່າ: ຜູ້ຕ້ອງສົງໄສ 9 ຄົນຖືກຍິງເສຍຊີວິດ ຈາກການຍິງຕໍ່ສູ້ກັບຕຳຫລວດ ໃນລະຫວ່າງການບຸກທຳລາຍຫລາຍສິບຈຸດ ລະຫວ່າງວັນທີ 3-4 ຕຸລານີ້ ຢູ່ແຂວງເຊບູ ທາງພາກກາງ ແລະ ມີຜູ້ຖືກຈັບ 117 ຄົນ. ນອກຈາກນັ້ນ ຕຳຫລວດຍັງຢຶດຂອງກາງຢາບ້າໃນຖົງຢາງຂະໜາດນ້ອຍເກືອບ 1.000 ຖົງ ແລະ ອາວຸດປືນ 78 ກະບອກ.
ທ່ານ ຊິນາສ ເປີດເຜີຍອີກວ່າ: ຜູ້ຕ້ອງສົງໄສທີ່ຖືກຈັບ 103 ຄົນໃນ 117 ຄົນ ພົວພັນກັບຢາເສບຕິດ, ຕຳຫລວດໃຊ້ປະຕິບັດການລໍ້ຊື້ 48 ຈຸດທົ່ວແຂວງເຊບູ.
ກ່ອນໜ້ານີ້, ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຜູ້ນຳຟີລິບປິນ ກ່າວວ່າ: ສົງຄາມກວາດລ້າງຢາເສບຕິດ ແລະ ອາຊະຍາກຳຂອງທ່ານ ຈະ “ບໍ່ຢຸດຢັ້ງ ແລະ ຢ້ານກົວ” ຄືໄລຍະທຳອິດ ພາຍຫລັງເຂົ້າຮັບຕຳແໜ່ງຜູ້ນຳປະເທດ ໃນເດືອນມິຖຸນາ 2016, ເຖິງວ່າຈະມີຜູ້ຍື່ນຟ້ອງສານອາຍາສາກົນ (ICC) 2 ຄະດີ ໃນຂໍ້ຫາສັງຫານໝູ່ ລວມທັງມີສຽງວິຈານຈາກລັດຖະບານປະເທດຕາເວັນຕົກ ແລະ ໜ່ວຍງານກວດສອບຂອງສະຫະປະຊາຊາດ.
ຖະແຫລງການຂອງສຳນັກງານຕຳຫລວດປາບປາມຢາເສບຕິດຟີລິບປິນ ລະບຸວ່າ: ຜູ້ຕ້ອງສົງໄສເສຍຊີວິດ 4.854 ຄົນ ຈາກການຍິງຕໍ່ສູ້ກັບເຈົ້າໜ້າທີ່ຕຳຫລວດ ລະຫວ່າງເດືອນກໍລະກົດ 2016 ຈົນເຖິງວັນທີ 31 ສິງຫາປີນີ້, ແຕ່ຫລາຍກຸ່ມສິດທິມະນຸດ ກ່າວວ່າ: ຕົວເລກເສຍຊີວິດແທ້ຈິງສູງກວ່າລັດຖະບານປະກາດ.