ເຮັດໃຫ້ສຸດ ຂຸດໃຫ້ເປັນຈິງຈະເຫັນຜົນແທ້
ໂດຍ: ຈານແຫຍ່
ມື້ນີ້ ບໍ່ຂໍເວົ້າຍາວສາວຍືດ ເພາະຖ້າປືດຟຸ່ມໄມ້ໄປເທົ່າໃດ ຄວາມເວົ້າກໍແຮງຈະອອກມາ ຫລາຍບໍ່ສຸດ ເປັນຈັກເທື່ອ.
ໃນວັນສຸກອາທິດ ຜ່ານມາ ນັ້ນ, ຈານແຫຍ່ໄດ້ແລກປ່ຽນ ຄຳ ຄິດເຫັນກັບ ທ່ານຜູ້ອ່ານວ່າ ຖ້າພວກເຮົາສາມາດຫລຸດຜ່ອນ ເນື້ອໃນ ແລະ ຮູບພາບທີ່ມີລັກ ສະນະພິທີການເກີນໄປໃນຜະ ລິດຕະພັນສື່ລົງໄດ້ແນ່ນອນ ຄວາມໜ້າເບື່ອຈາກຄວາມຊ້ຳ ຊາກກໍຄົງຈະຫລຸດລົງແນ່ນອນ ແຕ່ເລື່ອງນີ້ ເວົ້າງ່າຍແຕ່ເຮັດ ຄົງບໍ່ງ່າຍ, ເພາະຕ້ອງມີການ ເຫັນດີນຳກັນທັງສອງສົ້ນລະ ຫວ່າງຄົນສືກັບບຸກຄົນໃນຂ່າວ ດັ່ງນັ້ນ ຈຶ່ງຕ້ອງໄດ້ອາໄສ ຜູ້ໃຫຍ່ ໄມ້ສູງລະດັບດຽວກັນເວົ້າກັນ ຕາມປະເພນີຂອງບ້ານເຮົາວ່າ ຊັ້ນເທາະ.
ສຳລັບມື້ນີ້ກໍຂໍເວົ້າຄວາມ ເກົ່າເລົ່າຄວາມເດີມຫັ້ນລະເພາະໃນບົດແລ້ວນີ້ ເວົ້າບໍ່ທັນສຸດ. ບັນ ຫາທີ່ຢາກເວົ້າກໍຄືເຮັດແນວໃດ ສື່ສິ່ງພິມຂອງພວກເຮົາ, ເຊັ່ນ ໜັງສືພິມ ແລະ ວາລະສານ ຈິ່ງ ຈະສາມາດເພີ່ມມົນ ສະເໜ່ ແລະ ຢູ່ລອດປອດໄພພາຍໃຕ້ ຄຳຂວັນວິນ-ວິນ (Win-Win) ກັບສື່ສັງຄົມອອນລາຍຄືທັງ ສອງລະບົບສື່ລ້ວນແຕ່ມີໄຊ ຮ່ວມກັນ.
ຕໍ່ໄປແມ່ນບາງຂໍ້ສະເໜີ ທີ່ຈານແຫຍ່ສະສົມມາເອງ ບວກກັບບາງຄຳຄິດເຫັນຂອງສັງຄົມເພື່ອປັບປຸງຄຸນນະພາບ ຂອງສື່ສິ່ງພິມບ້ານເຮົາ.
1. ການສະເໜີຂ່າວ- ບົດ ຂໍໃຫ້ເນັ້ນສາກຫລັງ ຫລື ຂໍ້ມູນ ເບື້ອງຫລັງຫລາຍໆ ຢ່າຂຽນ ຂ່າວແບບ “ຫົວໂລ້ນ”, ຕົວຢ່າງ ຖ້າເປັນຂ່່າວກ່ຽວກັບສ້າງຂົວ ຂ້າມນ້ຳຂອງແຫ່ງໃໝ່ກໍຄວນ ບອກວ່າ ເປັນຂົວທີເທົ່າໃດ, ຕ້ອງມີການສົມທຽບຂະໜາດ ມູນຄ່າການກໍ່ສ້າງວ່າ ມີແນວ ພິເສດກວ່າຂົວທີ່ສ້າງມາແລ້ວ ຄືແນວໃດ.
2. ເມື່ອຂຽນຂ່າວ ຫລື ບົດຄວາມກ່ຽວກັບຄະດີເຊັ່ນ ການຄ້າຢາເສບຕິດ, ອຸປະຕິ ເຫດ ການທຳຮ້າຍຮ່າງກາຍ ນັ້ນກໍໃຫ້ອ້າງເນື້ອໃນກົດໝາຍ ທີ່ກ່ຽວຂ້ອງມາພ້ອມເພື່ອໃຫ້ ຜູ້ອ່ານໄດ້ຄວາມຮູ້ເພີ່ມເຊັ່ນ ຖ້າ ເປັນຄະດີຢາເສບຕິດກໍບໍ່ຄວນ ເລົ່າແຕ່ເລື່ອງການຕິດຕາມ, ຈັບກຸມຈຳນວນຢາເສບຕິດ ທີ່ຢຶດໄດ້ແຕ່ຄວນລາມໄປເຖິງ ຄວາມໜັກ-ເບົາຂອງການລົງ ໂທດໃນການຄ້າຂາຍຢາເສບ ຕິດປະເພດອື່ນໆ ນຳຂໍຢ່າຢຸດ ພຽງວ່າ “ເຈົ້າໜ້າທີ່ໄດ້ສອບ ສວນບັນທຶກ ແລະ ປະກອບ ສຳນວນຄະດີສົ່ງໃຫ້ສານພິ ຈາລະນາຕໍ່ໄປ” ການຈົບຂ່າວ ແບບນີ້ມັນງ່າຍເກີນໄປ. ເປັນ ຫຍັງພວກເຮົາຈິ່ງບໍ່ຖືເອົາເຫດ ການນີ້ເປັນໂອກາດສຶກສາ ຄວາມຮູ້ດ້ານກົດໝາຍ?
ດັ່ງນັ້ນນັກຂ່າວກ່ຽວກັບ ຄະດີຕ້ອງມີເອກະສານກົດ ໝາຍຢູ່ໃນກໍມືທຸກໂອກາດ.
3. ນັກຂ່າວຕ້ອງສ້າງຕົນ ເອງເປັນ “ນາຍພານ” ຊອກລ່າ ຂ່າວຢ່າລໍຖ້າໃຫ້ຂ່າວມາຫາ. ຂ່າວທີ່ຊອກລ່າຕ້ອງເປັນເລື່ອງ ເຜັດຮ້ອນ, ເປັນຈຸດສົນໃຈ ຂອງ ສັງຄົມເຊັ່ນ: ການກໍ່ສ້າງຊັກ ຊ້າເລື່ອງ ໂຮງຈັກໂຮງງານທຳ ລາຍສິ່ງແວດລ້ອມ, ເລື່ອງການ ຊົດເຊີຍທີ່ດິນ. ຕົວຢ່າງຜ່ານມາ ມີໂຮງແຮມ, ຮ້ານຄ້າປຸກບໍ່ແລ້ວ ກາຍເປັນໂຄງເຫລັກຮ້າງທຳ ລາຍພາບພົດຂອງບ້ານເມືອງ.
ເມື່ອມີສຽງວິພາກວິຈານ ຫລາຍ, ເຈົ້າຂອງກິດຈະການ ກໍອອກ ເຊີນນັກຂ່າວເພື່ອສຳພາດ ແບບຍົວະແຂກລົງເຮືອນເຊັ່ນ ຕົວະວ່າ ຄານຳນັ້ນນຳນີ້ ແລະ ຮັບປະກັນວ່າຊິສ້າງໃຫ້ສຳເລັດ ແລະ ເປີດບໍລິການໄປກ່ອນ ແນ່ ນອນແຕ່ສຸດທ້າຍກໍ “ເປີະ”.
ໃນກໍລະນີນັກຂ່າວຕ້ອງ ຮີບຮ້ອນຊອກຫາຄຳຕອບໃຫ້ ສັງຄົມຊາບໂດຍດ່ວນຂໍຢ່າລໍຖ້າ, ແຕ່ໃຫ້ ເຈົ້າຂອງກິດຈະການ ເຊີນ ໄປຟັງຂໍ້ໃຫ້ແກ້ຕົວອີກເພາະວ່າ ຄົນທີ່ມີຄວາມຜິດ-ຄົນຂີ້ຕົວະ ນັ້ນມັນບໍ່ຫ່ອນຊິເຊີນໃຜໄປຮູ້ ເລື່ອງບໍ່ດີຂອງໂຕເອງດອກ.
4. ສຳລັບຮູບ-ພາບ ໃນສື່ ສິ່ງພິມນັ້ນຂໍໃຫ້ປັບປ່ຽນໃຫ້ມີ ຫລາຍຮູບຫລາຍສີຕື່ມເຊັ່ນ ພາບການພົບປະລະຫວ່າງຜູ້ ໃຫຍ່ບ້ານເຮົາກັບແຂກກໍບໍ່ຄວນແຕ່ຈະເອົາຮູບນັ່ງເຈລະຈາກັນ ຢູ່ຊາລົງ, ຄວນເອົາຮູບຕອນ ຢືນຈັບມື້ລະຫວ່າງແຂກ ແລະ ເຈົ້າພາບ ແລະ ອື່ນປ່ຽນກັນແດ່ ຖ້າ ເປັນບົດສຳພາດ, ກໍຄວນ ເອົາຮູບກິດຈະການທີ່ຕິດພັນ ກັບບຸກຄົນທີ່ໃຫ້ສຳພາດລົງ, ຄວນຫລຸດຜ່ອນລົງຮູບຜູ້ໃຫ້ ສຳພາດນັ່ງຈັບບິກຈ້ຳໃສ່ເຈ້ຍ ຢູ່ຫ້ອງເຮັດວຽກ.
ສຳລັບຮູບເປັນງານລ້ຽງ ກໍຄວນຫລີກລ່ຽງລົງຮູບຕອນ ຕຳຈອກເພາະຈະເປັນການສົ່ງ ເສີມຄຳນິຍົມທີ່ບໍ່ດີ.
ຮູບຜູ້ໃຫຍ່ບ້ານເຮົາແຫຍ້ ກັນຮ່ວມຕັດເຄັກໃນງານວັນ ຊາດປະເທດຕ່າງໆ ນັ້ນເບິ່ງ ອຶກກະທຶກໂພດ, ດີທີ່ສຸດຄວນ ໃຫ້ ມີຮູບເວລາສອງທ່ານຄື ຕາງ ໜ້າຝ່າຍລາວ ແລະ ທ່ານ ທູດຕັດເຄັກເທົ່ານັ້ນລົງ, ເບື້ອງ ລາວທີ່ຮ່ວມຕັດເຄັກນັ້ນຄວນ ເປັນຜູ້ມີຖານະຕຳແໜ່ງງສູງ ກວ່າໝູ່ແຕ່ດີທີ່ສຸດຄວນເປັນ ລັດຖະມົນຕີ ຫລື ຮອງລັດຖະ ມົນຕີການຕ່າງໆ ປະເທດເພາະ ເປັນຜູ້ຮັບຜິດຊອບສູງສຸດດ້ານ ການທູດ (Top Diplomat). ເລື່ອງນີ້ຄວນເປັນບັນຫາແກ້ກັນ ໃນຂັ້ນເທິງລະຫວ່າງອົງການ ສື່ ແລະ ພິທີໂດຍຈັດເປັນລະ ບຽບການຄັກແນ່./.
+ ແຂວງອຸດົມໄຊຍົກລະດັບໃຫ້ນັກຂ່າວ-ນັກຈັດລາຍການ2018/
+ ນັກຂ່າວລາວ ເປັນກໍາລັງປະຈັນບານໃນສະໜາມຮົບແນວຄິດແລະວັດທະນະທໍາ2018/