ຫລວງພະບາງກຳນົດເອົາແຫລ່ງທ່ອງທ່ຽວ 20 ແຫ່ງເປັນບູລິມະສິດ

- 2241 - ຫລວງພະບາງກຳນົດເອົາແຫລ່ງທ່ອງທ່ຽວ 20 ແຫ່ງເປັນບູລິມະສິດ
- kitchen vibe - ຫລວງພະບາງກຳນົດເອົາແຫລ່ງທ່ອງທ່ຽວ 20 ແຫ່ງເປັນບູລິມະສິດ

ໂດຍ: ຊາຍພະເນຈອນ   

ຫຼວງພະບາງເປັນເມືອງ ຍອດນິຍົມໃນການທ່ອງທ່ຽວ, ພາຍຫຼັງເມືອງດັ່ງກ່າວໄດ້ຮັບ ຮອງເປັນເມືອງ ມໍລະດົກໂລກ ເມື່ອປີ 1995, ເຊິ່ງໃນໄລຍະ ຜ່ານມາ ທາງອໍານາດການປົກ ຄອງແຂວງກໍໄດ້ກໍານົດເອົາ ແຫຼ່ງທ່ອງທ່ຽວ 20 ແຫ່ງ ເປັນບູລິມະສິດໃນການປັບປຸງ ແລະ ບູລະນະຄືນໃໝ່, ເຊິ່ງໃນ ນັ້ນ ສະເພາະຢູ່ເມືອງປາກອູ ແລະ ເມືອງຈອມເພັດ ແມ່ນໄດ້ ປະຕິບັດມາແລ້ວ ໂດຍມີການລົງ ທຶນປະມານ 10 ລ້ານກວ່າໂດລາ ສະຫະລັດ ທີ່ໄດ້ຮັບການສະໜັບ ສະໜູນຈາກທະນາຄານພັດ ທະນາອາຊີ(ADB).

- Visit Laos Visit SALANA BOUTIQUE HOTEL - ຫລວງພະບາງກຳນົດເອົາແຫລ່ງທ່ອງທ່ຽວ 20 ແຫ່ງເປັນບູລິມະສິດ
- 7785 - ຫລວງພະບາງກຳນົດເອົາແຫລ່ງທ່ອງທ່ຽວ 20 ແຫ່ງເປັນບູລິມະສິດ
(ຕາດກວາງຊີ)

 

ທ່ຽວຊົມທຳມະຊາດເມືອງຄຳແຂວງຊຽງຂວາງ2018/

ທ່ຽວຊົມທິວທັດທຳມະຊາດໄຊສົມບູນໃຫ້ສຸກໃຈ2018/

ຕາມຂໍ້ມູນຂອງ ຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຫຼວງ ພະບາງໃຫ້ຮູ້ວ່າ: ປັດຈຸບັນຢູ່ ແຂວງ ຫຼວງພະບາງມີແຫຼ່ງ ທ່ອງທ່ຽວທັງໝົດ 228 ແຫ່ງ, ເຊິ່ງໃນນັ້ນ, ເປັນແຫຼ່ງທ່ອງທ່ຽວ ດ້ານທໍາມະຊາດ 108 ແຫ່ງ, ດ້ານວັດທະນະທໍາ 86 ແຫ່ງ ແລະ ທາງດ້ານປະຫວັດສາດ 34ແຫ່ງ ແລະ ທັງໝົດເຫຼົ່ານີ້, ທາງ ອໍານາດການປົກຄອງແຂວງ ໄດ້ກໍານົດເອົາແຫຼ່ງທ່ອງທ່ຽວ 20 ແຫ່ງເປັນບູລິມະສິດສໍາຄັນ ຄື: ຕາດກວາງຊີ, ຕາດແສ້, ວັດ ຊຽງທອງ, ວັດຈອມເພັດ, ທາດ ພູສີ, ວັດແສນ, ວັດທາດຫຼວງ, ວັດໃໝ່, ຕະຫຼາດກາງຄືນ, ຕະ ຫຼາດເຊົ້າ, ຕະຫຼາດໂພສີ, ຫໍພິພິ ທະພັນ, ຖໍ້າຕິ່ງ, ບ້ານຈ່ານ ຫັດ ຖະກໍາປັ້ນຫຼໍ່, ບ້ານຊ່າງໄຫ, ສູນ ວາງສະແດງຊົນເຜົ່າວິທະຍາ, ບ້ານຜານົມຊົນເຜົ່າລື້ຕໍ່າຫູກ ທໍໄໝ, ສູນຫັດຖະກໍາ(ອອກພົບ ຕົກ), ແຄ້ມຊ້າງ ແລະ ໜອງຂຽວ ເມືອງງອຍເກົ່າ, ເຊິ່ງທັງໝົດ ເຫຼົ່ານີ້ຈະໄດ້ມີການປັບປຸງປົວ ແປງ ແລະ ສ້າງສິ່ງເອື້ອອໍາ ນວຍມີຄວາມສະດວກຕ່າງໆ ໃຫ້ມີຄຸນນະພາບ, ພ້ອມທັງ ປັບປຸງການບໍລິການໃຫ້ດີຂຶ້ນ ກວ່າເກົ່າ ເພື່ອດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງ ປະເທດເຂົ້າມາທ່ຽວຊົມຫຼາຍ ຂຶ້ນ ແລະ ໃຫ້ມີຄວາມຈັບອົກ ຈັບໃຈ ເພື່ອກາຍເປັນທ່າແຮງ ທີ່ສໍາຄັນໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມຂອງ ແຂວງ ແລະ ນັບແຕ່ປີ 2015 ເປັນຕົ້ນມາ ແຂວງໄດ້ເລີ່ມ ການພັດທະນາປົວແປງພື້ນ ຖານໂຄງລ່າງຖະໜົນຫົນທາງ ໄປສູ່ແຫຼ່ງທ່ອງທ່ຽວຕ່າງໆ ຄື: ການຍົກລະດັບເສັ້ນທາງ ໄປຫາແຫຼ່ງທ່ອງທ່ຽວຖໍ້າຕິ່ງ ຍາວ11 ກິໂລແມັດ, ປັບປຸງເສັ້ນ ທາງໄປບ້ານຊ່າງໄຫ, ເສັ້ນ ທາງຮ່ອມພາຍໃນບ້ານຊ່າງ ໄຫ ແລະ ເສັ້ນທາງຮ່ອມບ້ານ ປາກອູ, ປັບປຸງລະບົບໄຟຟ້າ ເຂົ້າຖໍ້າຕິ່ງ, ສ້າງທ່າທຽບເຮືອ ແລະ ບ່ອນຂາຍປີ້ເຂົ້າທ່ຽວຊົມ ຖໍ້າດັ່ງກ່າວ. ສ່ວນຢູ່ເມືອງຈອມ ເພັດແມ່ນໄດ້ສ້າງເສັ້ນທາງ ຍ່າງຈາກວັດຄົກປາບ ແລະ ລ້ອງ ຄູນໄປຫາວັດຫາດສ້ຽວ ພ້ອມ ທັງປັບປຸງທາງຮ່ອມເຂົ້າບ້ານ ຈ່ານ ແລະ ສ້າງທ່າທຽບ ເຮືອ ຕື່ມອີກ. ຕົກມາຮອດປີ 2016-17, ແຫຼ່ງທ່ອງທ່ຽວ ກໍໄດ້ຮັບ ການປັບປຸງປົວແປງ ແລະ ບູລະ ນະຕື່ມອີກຫຼາຍແຫ່ງ, ຄາດວ່າ ຮອດປີ 2019 ຈະໃຫ້ສໍາເລັດ ຕາມແຜນການ.

- 22352 - ຫລວງພະບາງກຳນົດເອົາແຫລ່ງທ່ອງທ່ຽວ 20 ແຫ່ງເປັນບູລິມະສິດ
(ຕາດແສ້)

ແຕ່ໜ້າເສຍດາຍ, ພໍມາ ຮອດລະດູຝົນຜ່ານມານີ້, ເຊິ່ງ ເປັນປີທ່ອງທ່ຽວລາວໃນຂະນະທີ່ແຕ່ລະເຂດ, ແຕ່ລະແຂວງ ໄດ້ ພ້ອມກັນບູລະນະສ້າງສາ ແລະ ພັດທະນາແຫຼ່ງທ່ອງທ່ຽວ ຫຼາຍດ້ານໃຫ້ມີຄວາມສະດວກ ສະບາຍ ແລະ ສ້າງສິ່ງດຶງດູດ ໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວ ຊົມນັ້ນ, ໄດ້ເກີດເຫດການໄພ ນໍ້າຖ້ວມຢ່າງຮ້າຍແຮງແຕ່ເໜືອຮອດໃຕ້ ອັນໄດ້ສ້າງຄວາມເສຍ ຫາຍຢ່າງຫຼວງຫຼາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ໃນນັ້ນ, ຮ້າຍແຮງກວ່າໝູ່ແມ່ນ ເຫດຮ້າຍເຂື່ອນເຊປຽນ-ເຊນໍ້າ ນ້ອຍແຕກທະລຸລົງມາທີ່ເມືອງ ສະໜາມໄຊ ແຂວງອັດຕະປື, ເຊິ່ງເຫດການດັ່ງກ່າວນອກ ຈາກສ້າງຄວາມເສຍຫາຍໃຫ້ ແກ່ຊີວິດ ແລະ ຊັບສິນຂອງ ປະຊາຊົນແລ້ວ ຍັງເຮັດໃຫ້ບັນ ດາເສັ້ນທາງ ແລະ ສະຖານ ທີ່ ທ່ອງທ່ຽວຖືກທໍາລາຍ ແລະ ເສຍຫາຍຢ່າງຫຼວງຫຼາຍ ແລະ ນັບທັງແຫຼ່ງທ່ອງທ່ຽວອີກຫຼາຍແຫ່ງກໍໄດ້ຮັບການກະທົບຢ່າງໜັກ, ເຊິ່ງຈະຕ້ອງໄດ້ນໍາໃຊ້ ທຶນຮອນ ແລະ ເຫື່ອແຮງເປັນ ຈໍານວນ ຫຼາຍຈຶ່ງຈະສາມາດ ປັບປຸງປົວແປງ ແລະ ຟື້ນຟູແຫຼ່ງ ທ່ອງທ່ຽວເຫຼົ່ານັ້ນໃຫ້ກັບຄືນ ສູ່ສະພາບປົກກະຕິໄດ້.

- 2241 - ຫລວງພະບາງກຳນົດເອົາແຫລ່ງທ່ອງທ່ຽວ 20 ແຫ່ງເປັນບູລິມະສິດ

- 3 - ຫລວງພະບາງກຳນົດເອົາແຫລ່ງທ່ອງທ່ຽວ 20 ແຫ່ງເປັນບູລິມະສິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!