ກຳປູເຈຍຢຶດເຄື່ອງສຳອາງປອມໄດ້ 68 ໂຕນ

- 1494304968938 960x0 - ກຳປູເຈຍຢຶດເຄື່ອງສຳອາງປອມໄດ້ 68 ໂຕນ
- kitchen vibe - ກຳປູເຈຍຢຶດເຄື່ອງສຳອາງປອມໄດ້ 68 ໂຕນ

- 1494304968938 960x0 300x169 - ກຳປູເຈຍຢຶດເຄື່ອງສຳອາງປອມໄດ້ 68 ໂຕນ
      ພະນົມ​ເປັນ 9 ພຶດສະພາ: ​ເຈົ້າໜ້າ​ທີ່​ກຳປູ​ເຈຍ​ຢຶດຜະລິດ​ຕະພັນ​ເຄື່ອງ​ສຳອາງ​ປອມ​ນ້ຳໜັກ 68 ​ໂຕນ ​ເຊິ່ງອ້າງ​ວ່າ​ຜະລິດ​ມາ​ຈາກ​ຕ່າງປະ​ເທດ​ເຊັ່ນ: ຍີ່ປຸ່ນ, ສ.​ເກົາຫລີ ​ແລະ ​ໄທ. ຖື​ເປັນ​ການ​ຢຶດ​ເຄື່ອງ​ສຳອາງ​ປອມ​ເທື່ອ​ໃຫຍ່​ທີ່​ສຸດ​ຂອງ​ກຳປູ​ເຈຍ.

ປະທານ​ຄະນະ​ກຳມະການ​ປາບ​ປາມ​ສິນຄ້າ​ເຖື່ອນ​ກຳປູ​ເຈຍ​ຖະ​ແຫລ​ງວ່າ: ​ເຄື່ອງ​ສຳອາງ​ປອມ​ທີ່ຢຶດມາ​ໄດ້​ປະກອບ​ມີ​ຜະລິດ​ຕະພັນ​ຍ້ອມ​ຜົມ, ຄີມ​ທາ​ຜິວ​ຂາວ​ ​ແລະ ຢາ​ສະ​ຜົມ ທີ່​ມີ​ມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາ​ສະຫະລັດ. ​ເຈົ້າໜ້າ​ທີ່​ກ່າວ​ວ່າ: ສິນຄ້າ​ເຫລົ່າ​ນີ້​ຜະລິດ​ຢູ່ກຳ​ປູ​ເຈຍ, ​ແຕ່​ຕິດ​ກາ​ວ່າ​ຜະລິດ​ຢູ່​ຍີ່ປຸ່ນ, ສ.​ເກົາຫລີ, ຈີນ, ອາ​ເມ​ລິ​ກາ, ​ເຢຍລະ​ມັນ ​ແລະ ​ໄທ. ບາງ​ຜະລິດ​ຕະພັນ​ໃຊ້​ເຄື່ອງໝາຍ​ການ​ຄ້າ​ປອມ​ຂອງ​ບໍລິສັດ​ຊິ​​ເຊ​ໂດ້ ຍີ່​ຫໍ້​ດັງ​ຈາກ​ຍີ່ປຸ່ນ. ​ເຈົ້າໜ້າ​ທີ່​ກຳປູ​ເຈຍ​ຖະ​ແຫລ​ງຕໍ່​ນັກ​ຂ່າວ​ວ່າ: ນີ້​ເປັນ​ການ​ຢຶດສິນຄ້າ​ປອມ​ໄດ້​ຫລາຍ​ເປັນ​ປະຫວັດສາດ​ຂອງ​ກຳປູ​ເຈຍ ​ໂດຍ​ຈັບ​ກຸມ​ຜູ້​ຖືກ​ສົງ​ໄສ 3 ຄົນ ​ເປັນ​ຊາວ​ຈີນ 2 ຄົນ ​ໃນ​ການ​ບຸກຄົ້ນສາງ​ຢູ່​ນະຄອນຫລວງ​ພະນົມ​ເປັນ ​ແລະ ​ແຂວງ​ກັນ​ດາວ ​ໃນ​ເດືອນ​ມີນາ ​ແລະ ​ເມສາ ພາຍຫລັງ​ຕິດຕາມ​ມາ​ຫລາຍ​ເດືອນ ​ແລະ ​ເຈົ້າໜ້າ​ທີ່​ຈະ​ກວດ​ສອບ​ວ່າ​ສິນຄ້າປອມ​ເຫລົ່າ​ນີ້​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ ຫລື ບໍ່, ພາຍຫລັງ​ມີ​ຂ່າວ​ລົງ​ໜັງສືພິມ ​ແລະ ​ເຟສບຸ​ກວ່າ: ຜູ້ຍິງ​ບາງ​ຄົນ​ໃຊ້​ຄີມ​ທາ​ຜິວ​ຂາວ​ແຕ່​ໄດ້​ຮັບ​ຜົນ​ຂ້າງຄຽງ ທັງ​ເປັນ​ຜືນ​ແດງ​ຮຸນ​ແຮງ ​ແລະ ບາງ​ຄົນ​ເຖິງ​ຂັ້ນ​ເສຍ​ຊີວິດ. ຄີມ​ທາ​ໃຫ້​ຜິວ​ຂາວ​ເປັນ​ທີ່​ນິຍົມ​ຢູ່ກຳ​ປູ​ເຈຍ ​ເພາະ​ຫລາຍ​ຄົນ​ເຊື່ອ​ວ່າ​ຈະ​ເຮັດ​ໃຫ້​ມີ​ຜິວ​ຂາວ ​ແລະ ​ເບິ່ງ​ມີ​ລະດັບ​ຕາມ​ແບບ​ຄ່າ​ນິຍົມ​ຄວາມ​ງາມ.

- Visit Laos Visit SALANA BOUTIQUE HOTEL - ກຳປູເຈຍຢຶດເຄື່ອງສຳອາງປອມໄດ້ 68 ໂຕນ
- 4 - ກຳປູເຈຍຢຶດເຄື່ອງສຳອາງປອມໄດ້ 68 ໂຕນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!