ສຸລາເວສີຂາດເຂີນເຊື້ອໄຟ ແລະ ສິ່ງຂອງຈຳເປັນຫລັງແຜ່ນດິນໄຫວ


ທາງການແຂວງສຸລາເວສີກາງ ຢູ່ເກາະສຸລາເວສີ ຂອງອິນໂດເນເຊຍ ກຳລັງປະສົບບັນຫາໃນການຈັດສົ່ງເຊື້ອໄຟ ແລະ ສິ່ງຂອງຈຳເປັນພື້ນຖານໃຫ້ແກ່ປະຊາຊົນ ພາຍຫລັງປະສົບແຜ່ນດິນໄຫວຮຸນແຮງ ແລະ ຄື້ນສຶນາມິໃນວັນທີ 28 ກັນຍາຜ່ານມາ.
ລົດໃຫຍ່ ແລະ ລົດຈັກຈຳນວນຫລາຍຈອດຖ້າຢູ່ປ້ຳນ້ຳມັນຫລາຍແຫ່ງທາງໃຕ້ຂອງເມືອງປາລູ ເຊິ່ງປະສົບແຜ່ນດິນໄຫວໜັກທີ່ສຸດ, ບາງແຫ່ງບໍ່ມີເຊື້ອໄຟເຫລືອແລ້ວ ເພາະຈັດສົ່ງມາບໍ່ໄດ້ພາຍຫລັງໂຄງລ່າງພື້ນຖານເປ່ເພເສຍຫາຍ ແລະ ປະລິມານຄວາມຕ້ອງການເພີ່ມຂຶ້ນຫລາຍກະທັນຫັນ. ບັນຫາດັ່ງກ່າວຍັງພົບໄດ້ໃນເມືອງໂປໂຊ ເຊິ່ງໃຊ້ເວລາຂັບລົດຈາກເມືອງປາລູຢ່າງໄວທີ່ສຸດປະມານ 2 ຊົ່ວໂມງ. ມີລົດໃຫຍ່ ແລະ ລົດຈັກຕໍ່ແຖວກັນອອກມານອກປ້ຳນ້ຳມັນຫລາຍແຫ່ງ. ຜູ້ລອດຊີວິດຈາກແຜ່ນດິນໄຫວ ກ່າວວ່າ: ລາວກັງວົນ ແລະ ຢາກເຕີມນ້ຳມັນ ເພື່ອໄປຮັບຄອບຄົວໃນເມືອງປາລູ, ບາງຄົນຢາກໄດ້ເຊື້ອໄຟສຳລັບເຮືອປະມົງ ເພາະຂາດເຂີນຫລາຍ. ສະຖາບັນບໍລິຫານຈັດການໄພພິບັດອິນໂດເນເຊຍ ລາຍງານຢືນຢັນວ່າ: ມີຜູ້ເສຍຊີວິດຫລາຍກວ່າ 1.234 ຄົນຈາກແຜ່ນດິນໄຫວ ແລະ ສຶນາມິທີ່ເກາະສຸລາເວສີ.