ກ໊ອງເຕ ຄວ້າລາງວັນນັກເຕະດີເດັ່ນແຫ່ງປີຂອງ ສະມາຄົມນັກຂ່າວ
May 9, 2017 - 4:11 PM




ກ໊ອງເຕ ທີ່ຫາກໍຄວ້າລາງ ວັນນັກເຕະດີເດັ່ນຂອງ ສະມາ ຄົມບານເຕະອາຊີບ ຫຼື (ພີເອຟ ເອ) ໄປແລ້ວ ແລະ ເອແດນ ອາ ຊາ ໝູ່ທີມ ເຊລຊີ ທີ່ຕາມມາເປັນ ອັນດັບ 2 ໄດ້ຄະແນນໂຫວດ ຈາກຜູ້ມີສິດອອກສຽງ 340 ຄົນ ລວມກັນ 65% ຂະນະທີ່ ອັນດັບ 3 ເປັນ ເດເລ ອັລລີ ກອງກາງໂຕ ເກັ່ງຂອງ ທັອດແນມ ຮັອດສະເປີ.
ທັງນີ້ຈາກການຄວ້າລາງ ວັນຂອງ ເອຟດັບເອບິລຢູເອ ເຮັດ ໃຫ້ ກ໊ອງເຕ ກາຍເປັນນັກເຕະຄົນ ທີ 5 ໃນ 6 ລະດູການຫຼ້າສຸດທີ່ ຄວ້າໄດ້ທັງລາງວັນນັກເຕະດີເດັ່ນຂອງ ສະມາຄົມບານເຕະອາຊີບ ແລະ ສະມາຄົມນັກຂ່າວໃນປີ ດຽວກັນ.