ຊາເປໂຄເອນເຊ ຄວ້າແຊ໊ມທຳອິ ຫຼັງຈາກເກີດເຫດເຄື່ອງບິນຕົກເສຍຊີວິດເກືອບຍົກທີມ
May 9, 2017 - 4:06 PM




ມີພຽງນັກເຕະຂອງ ຊາເປ ໂຄເອນເຊ 3 ຄົນທີ່ຫລອດຊີວິດ ຈາກເຫດການດັ່ງກ່າວ ແຕ່ເຖິງ ຢ່າງໃດຊີວິດຕ້ອງກ້າວຕໍ່ໄປ ເຊິ່ງ ຊາເປໂຄເອນເຊ ໄດ້ດັນນັກເຕະ ດາວຮຸ່ງຂຶ້ນສູ່ຊຸດໃຫຍ່ເກືອບຈະ ຍົກທີມສຳລັບການແຂ່ງຂັນລະດູການນີ້.
ຈົນຫຼ້າສຸດ ຊາເປໂຄເອນເຊ ໂສມໃໝ່ໄດ້ສ້າງປະຫວັດສາດ ຄວ້າແຊ໊ມເປັນສະໄໝີ 5 ຂອງສະ ໂມສອນ ແລະ ເປັນຄັ້ງທຳອິດ ຕັ້ງແຕ່ເຄື່ອງບິນຕົກໃນລາຍການ ຊານຕ້າ ຄາຕາຣິນາ ແຊ໊ມປຽນ ຊິບ ຫຼັງເອົາຊະນະຄູ່ແຂ່ງໃນຮອບ ຊີງຊະນະເລີດ. ທັງນີ້ ຊາເປໂຄ ເອນເຊ ເປັນທີມທີ 6 ຈາກທາງ ພາກໃຕ້ຂອງ ບຣາຊິລ ທີມທີ່ໄດ້ ແຊ໊ມລາຍການນີ້.