12 ພຶດຕິກໍາທຳລາຍຊີວິດລູກໂດຍບໍ່ຮູ້ໂຕ
May 9, 2017 - 2:14 PM
- ເອົາຄວາມຝັນຂອງຕົນເອງມາຕັ້ງເປົ້າໝາຍໃຫ້ລູກ : ຈົນບາງເທື່ອກໍລືມເບິ່ງວ່າຄວາມຝັນຂອງລູກແມ່ນຫຍັງ ? (ຖ້າຄວາມຝັນລູກຄືກັບຄວາມຝັນຂອງເຮົາ ກໍຈົ່ງສະໜັບສະໜູນໃຫ້ສູງສຸດ).
- ປຽບທຽບລູກຂອງຕົນກັບລູກຂອງຄົນອື່ນສະເໝີ : ໂດຍທີ່ຄວາມຈິງແລ້ວເດັກນ້ອຍທຸກຄົນມີດີໃນໂຕຂອງໂຕເອງ.
- ການສ້າງແຮງກົດດັນໃນການຮຽນ ແລະ ຍັດຍຽດຫ້ອງຮຽນອັດສະລິຍະໃຫ້ (ຮຽນເພີ່ມ, ຮຽນພິເສດ, ຫາກິດຈະກຳໃຫ້ເຮັດຢູ່ຕະຫລອດ).
- ປົກປ້ອງລູກຈາກອຸປະສັກ ແລະ ບັນຫາທຸກຢ່າງໃນຊີວິດ : ແມ່ເຮັດໃຫ້, ພໍ່ເຮັດໃຫ້ ໂດຍລືມໄປວ່າພໍ່ແມ່ມີອາຍຸບໍ່ເຖິງ 200 ປີ.
- ລັກເວລາທີ່ມີຄ່າໃນການຮຽນຮູ້ຊີວິດຂອງລູກໄປ : ເພື່ອໄປຮຽນເພີ່ມວິຊາອື່ນຢ່າງຫັກໂຫມ ໂດຍເຊື່ອວ່າຈະສາມາດສ້າງອະນາຄົດໃຫ້ລູກໄດ້.
- ເບິ່ງສິ່ງທີ່ລູກມັກ ຫລື ລຶ້ງ ເປັນສິ່ງທີ່ບໍ່ມີປະໂຫຍດ ແລະ ບໍ່ມີຄຸນຄ່າ.
- ມີຄວາມເຊື່ອວ່າການເຮັດທຸກຢ່າງ ເຊັ່ນ : ໃຫ້ເຂົ້າໂຮງຮຽນທີ່ມີຊື່ສຽງ ຈະເຮັດໃຫ້ລູກມີໂອກາດປະສົບຄວາມສຳເລັດໃນຊີວິດຫລາຍກ່ວາຄົນອື່ນ.
- ສ້າງຂອບເຂດຄວາມຄິດ : ວ່າອາຊີບທ່ານໝໍ, ຄູ – ອາຈານ ແລະ ອາຊີບທີ່ເປັນທີ່ນິຍົມແມ່ນອາຊີບທີ່ດີທີ່ສຸດ ແລະ ປະສົບຄວາມສຳເລັດຫລາຍທີ່ສຸດຖ້າລູກໄດ້ເປັນ ຈົນລືມເບິ່ງອາຊີບໃນໂລກວ່າຍັງມີອາຊີບອື່ນອີກຫລາຍທີ່ສາມາດປະສົບຄວາມສຳເລັດໄດ້ (ເດັກນ້ອຍຫລາຍໆຄົນພິສູດໄດ້ວ່າຮຽນບໍ່ຈົບຊັ້ນມັດທະຍົມກໍປະສົບຄວາມສຳເລັດໄດ້).
- ເຂົ້າໃຈວ່າອັນດັບທີ ແລະ ຜົນການຮຽນແມ່ນໃບເປີດທາງສູ່ຄວາມສຳເລັດໃນການເຮັດວຽກ : ແຕ່ໃນຄວາມຈິງແລ້ວ ຄວາມສຳເລັດວັດແທກຈາກທັກສະໃນການເຮັດວຽກໂຕຈິງ ເຖິງວ່າຄະແນນ ຫລື ລຳດັບທີໃນຊັ້ນຮຽນດີ ເຮັດວຽກໄປ 6 ເດືອນແລ້ວຜົນງານບໍ່ດີ, ເຂົ້າກັບໃຜບໍ່ໄດ້, ເຫັນແກ່ໂຕ ກໍຈະບໍ່ມີໃຜຢາກຈ້າງເຮັດວຽກ ເຊິ່ງຊີວິດແທ້ໃນການເຮັດວຽກມັນມີຫຍັງຫລາຍກ່ວາຄະແນນ ຫລື ລຳດັບທີໃນຊັ້ນຮຽນ.
- ເຊື່ອສະເໝີວ່າສິ່ງທີ່ລູກເຮັດຖືກຕ້ອງທີ່ສຸດ : ທຸກຄົນທີ່ມີບັນຫາກັບລູກແມ່ນບໍ່ດີໝົດ ແລະ ໃຫ້ທ້າຍລູກສະເໝີ.
- ສ້າງຄ່ານິຍົມວ່າຄວາມສຳເລັດໃນຊີວິດວັດແທກຈາກລະດັບຖານະທາງການເງິນ : ໂດຍບໍ່ສອນໃຫ້ລູກຍົກລະດັບຈິດໃຈ, ຄຸນນະທຳ, ເສຍສະຫລະ ແລະ ການແບ່ງປັນ.
- ເຊື່ອວ່າລູກແມ່ນໜ້າຕາຂອງພໍ່ແມ່ : ພໍ່ແມ່ຈະຮູ້ສຶກພາກພູມໃຈເມື່ອລູກຂອງຕົນດີກ່ວາລູກຂອງຄົນອື່ນ.