ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເນັ້ນໃຫ້ສື່ມວນຊົນສຸມໃສ່ປັບປຸງລະບຽບການ ແລະ ກົນໄກປະສານງານໃຫ້ກົມກຽວ


ໃນໂອກາດການໂອ້ລົມຂອງທ່ານ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕໍ່ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ການຄຸ້ມຄອງ, ການນຳໃຊ້ ແລະ ພັດທະນາສື່ໃນໄລຍະໃໝ່” ເຊິ່ງໄດ້ຈັດຂຶ້ນໃນວັນທີ 24-25 ກັນຍານີ້ ທີ່ນະຄອນຫລວງວຽງຈັນ, ທ່ານໄດ້ເນັ້ນໃຫ້ສື່ມວນຊົນສຸມໃສ່ປັບປຸງລະບຽບການ, ກົນໄກການປະສານງານລະຫວ່າງອົງການທີ່ເຮັດວຽກໂຄສະນາ, ຖະແຫລງຂ່າວ, ວັດທະນະທຳໃຫ້ກົມກຽວຄ່ອງຕົວ, ສືບຕໍ່ພັດທະນາສື່ມວນຊົນຕາມທິດຫັນໄປສູ່ທັນສະໄໝ, ບຳລຸງສ້າງຖັນແຖວພະນັກງານໃນຂົງເຂດວຽກງານໂຄສະນາ, ຖະແຫລງຂ່າວ, ວັດທະນະທຳ ແລະ ສື່ມວນຊົນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ເພີ່ມທະວີການສະໜອງງົບປະມານ, ພາຫະນະອຸປະກອນອັນຈຳເປັນແກ່ການເຄື່ອນໄຫວວຽກງານດັ່ງກ່າວມີປະສິດທິຜົນ. ພ້ອມນັ້ນ ກໍຕ້ອງເພີ່ມທະວີການມີສ່ວນຮ່ວມຂອງບັນດາຂະແໜງການຂັ້ນສູນກາງ, ທ້ອງຖິ່ນ, ການຈັດຕັ້ງສັງຄົມ ແລະ ທົ່ວປວງຊົນເຂົ້າໃນວຽກງານໂຄສະນາ, ຖະແຫລງຂ່າວ, ວັດທະນະທຳ ແລະ ສື່ມວນຊົນໃຫ້ນັບມື້ກວ້າງຂວາງ ແລະ ສ້າງສັນ.
ທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນແນະນຳອີກວ່າ: ໃຫ້ກຳລັງເຮັດວຽກໂຄສະນາ, ຖະແຫລງຂ່າວ ແລະ ສື່ມວນຊົນເພີ່ມທະວີຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານ, ເພີ່ມທະວີສຶກສາອົບຮົມການເມືອງແນວຄິດຂອງພະນັກງານສະມາຊິກພັກທີ່ເຮັດວຽກດ້ານນີ້ໃຫ້ໜັກແໜ້ນກວ່າເກົ່າ ແລະ ໃຫ້ສືບຕໍ່ຄົ້ນຄວ້າຖອດຖອນບົດຮຽນທີ່ດີຂອງປະເທດເພື່ອນມິດຍຸດທະສາດ ແລະ ປະເທດອື່ນໆໃຫ້ຫລາຍຂຶ້ນ.
ກອງປະຊຸມຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ລົງເລິກດ້ານວິຊາການ, ຍົກໃຫ້ເຫັນຜົນງານ ແລະ ການປະກອບສ່ວນຂອງສື່ມວນຊົນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ບັນຫາຕໍ່ການຄຸ້ມຄອງນຳໃຊ້ ແລະ ພັດທະນາສື່ໃນໄລຍະໃໝ່, ພ້ອມທັງສະເໜີທິດທາງ, ວິທີການແກ້ໄຂໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່.