ທຫລ ເຜີຍມີ 24 ບໍລິສັດເຄື່ອນໄຫວດ້ານການເງິນບໍ່ໄດ້ຮັບອະນຸຍາດ




ທຫລ ໃຫ້ຮູ້ວ່າ: ການເຄື່ອນໄຫວຂອງສະຖາບັນການເງິນນອກລະບົບ, ຖ້າບໍ່ມີມາດຕະການທີ່ເຂັ້ມງວດ, ມີການກວດກາຄຸ້ມຄອງທີ່ດີແລ້ວຈະນຳຜົນສະທ້ອນອັນບໍ່ດີແກ່ສັງຄົມ, ກະທົບຕໍ່ຜູ້ຊົມໃຊ້ການບໍລິການການເງິນ, ກະທົບເຖິງຄວາມໝັ້ນຄົງຂອງລະບົບສະຖາບັນການເງິນ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ໃນທີ່ສຸດກໍສົ່ງຜົນກະທົບຕໍ່ລະບົບເສດຖະກິດ-ການເງິນຂອງປະເທດຕາມມາ. ບັນຫາດັ່ງກ່າວເຫັນວ່າພວກເຮົາໄດ້ຮັບບົດຮຽນອັນເຈັບແສບມາແລ້ວຈາກກໍລະນີທີ່ເກີດຂຶ້ນຂອງ 3 ບໍລິສັດ ຄື: ບໍລິສັດແມັກກີ້, ບໍລິສັດອາຊຽນເຟດສ ແລະ ບໍລິສັດ PS ທີ່ເຮັດໜ້າທີ່ລະດົມທຶນຈາກມວນຊົນໂດຍບໍ່ໄດ້ຮັບອະນຸຍາດຈາກ ທຫລ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນເງິນຄຳຂອງປະຊາຊົນເປັນຈໍານວນບໍ່ໜ້ອຍ ແລະ ສ້າງພາບພົດອັນບໍ່ດີແກ່ລະບົບການເງິນຂອງປະເທດ.
ທຫລ ໃຫ້ຮູ້ວ່າ: ສໍາລັບສະຖາບັນການເງິນຈຸລະພາກທີ່ເຄື່ອນໄຫວໃນລະບົບ, ແມ່ນໄດ້ມີການຕິດຕາມກວດກາການເຄື່ອນໄຫວຕາມດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ ແລະ ເຫັນວ່າຍັງມີການເຄື່ອນໄຫວດີຖືກຕ້ອງຕາມລະບຽບກົດໝາຍ. ແຕ່ແນວໃດກໍຕາມ, ໃນຕໍ່ໜ້ານີ້ເພື່ອຮັບປະກັນດ້ານປະລິມານ ແລະ ຄຸນນະພາບຂອງສະຖາບັນການເງິນຈຸລະພາກທີ່ມີຢູ່ໃຫ້ເຄື່ອນໄຫວມີປະສິດທິຜົນ, ຍືນຍົງນັ້ນ. ປັດຈຸບັນ ທຫລ ໄດ້ຢຸດຕິການອອກອະນຸຍາດຂໍສ້າງຕັ້ງສະຖາບັນການເງິນຈຸລະພາກຊົ່ວຄາວຕາມການຊີ້ນໍາຂອງລັດຖະບານ ເພື່ອໃຫ້ພາກສ່ວນກ່ຽວຂ້ອງໄດ້ປະເມີນຜົນການເຄື່ອນໄຫວຮອບດ້ານຂອງສະຖາບັນການເງິນຈຸລະພາກທີ່ມີໃນປັດຈຸບັນໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ແລະ ສາມາດສະໜອງທຶນໃຫ້ແກ່ປະຊາຊົນ, ຫົວໜ່ວຍການຜະລິດ, ການດໍາເນີນທຸລະກິດຕ່າງໆຂອງສັງຄົມໃຫ້ກວ້າງຂວາງ ແລະ ມີປະສິດທິຜົນ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດເຂັ້ມແຂງນັບມື້ເຕີບໃຫຍ່.