ສະພາຮັບຮອງເອົາກົດໝາຍສົນທິສັນຍາ ແລະ ສັນຍາສາກົນ
May 8, 2017 - 7:00 PM




ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ໄລຍະຜ່ານມາ, ການຈັດຕັ້ງປະຕິບັດວຽກງານສົນທິສັນຍາ ແມ່ນອີງໃສ່ລັດຖະບັນຍັດສະບັບເລກທີ 01/ປປທ ວ່າດ້ວຍການສ້າງ, ການເຂົ້າຮ່ວມເປັນພາຄີ ແລະ ການຈັດຕັ້ງປະຕິບັດສົນທິສັນຍາສາກົນ, ສ່ວນການຈັດຕັ້ງປະຕິບັດວຽກງານສັນຍາສາກົນນັ້ນ ແມ່ນຍັງບໍ່ມີນິຕິກຳເປັນບ່ອນອີງ, ການຈັດຕັ້ງປະຕິ ບັດລັດຖະບັນຍັດດັ່ງກ່າວເປັນເວລາ 8 ປີຜ່ານມາ, ເຫັນວ່າລັດຖະບັນຍັດດັ່ງ ກ່າວ ເປັນນິຕິກຳຕົ້ນຕໍໃນການຄຸ້ມຄອງວຽກງານການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາຂອງລາວ ໃຫ້ເຂົ້າສູ່ລະບຽບການເທື່ອລະກ້າວ, ເພື່ອເປັນການຄຸ້ມຄອງການສ້າງ ແລະ ຈັດຕັ້ງປະຕິບັດເອກະສານການຮ່ວມມືລະຫວ່າງລາວ ແລະ ຕ່າງປະເທດໃນໄລຍະແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ເປັນຢ່າງດີພໍສົມຄວນ ເພື່ອນຳເອົາຜົນປະໂຫຍດມາສູ່ປະເທດຊາດ.