ຄາດຕະກອນໜຸ່ມສາວຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີໄດ້ແລ້ວ




ທ້າວ ພັດສາຄອນ ໄດ້ຮັບສາລະພາບວ່າ: ເວລາປະມານ 1:30 ໂມງຂອງວັນທີ 11 ເມສາຜ່ານມາ, ຜູ້ກ່ຽວໄດ້ຜິດຖຽງ ແລະ ຕໍ່ສູ້ກັບທ້າວໃຫຍ່, ຈາກນັ້ນ ຕົນໄດ້ເອົາດິນບ໋ອກປູພື້ນ 6 ລ່ຽມຕີເອີກ ທ້າວໃຫຍ່ລົ້ມລົງ ແລະ ໃນຂະນະຕີກັນຢູ່ນັ້ນ ນາງອ້ອມໃຈ ໄດ້ຈັບເອົາດິນບ໋ອກປູພື້ນຕີໃສ່ຫົວທ້າວໃຫຍ່ອີກ 3 ຄັ້ງ, ຈາກນັ້ນ ຕົນກໍໄດ້ເອົາມີດທີ່ຕົກຢູ່ບໍລິເວນດັ່ງກ່າວມາແທງເອີກ ແລະ ຄໍຫລາຍບາດ, ເຮັດໃຫ້ທ້າວ ໃຫຍ່ ເສຍຊີວິດຄາທີ່, ຍ້ອນຄວາມຢ້ານກົວ ຈຶ່ງໄດ້ນຳເອົາສົບຂອງທ້າວໃຫຍ່ ຂຶ້ນລົດຕູ້ໄປທາງເລກ 13 ເໜືອ, ເມື່ອໄປຮອດບ້ານຫີນເຫີບ ເຫັນວ່າເຂດດັ່ງກ່າວເປັນທາງປ່ຽວບໍ່ມີຄົນ ແລະ ຍັງເປັນເຫວຊັນນຳອີກ, ຈຶ່ງໄດ້ນຳເອົາສົບຂອງທ້າວໃຫຍ່ໄປຝັງໄວ້ ແລະ ຈູດເຜົາລົດຄັນດັ່ງກ່າວ ພ້ອມທັງຊຸກລົງເຫວ ເພື່ອອຳພາງຄະດີ. ຫລັງຈາກນັ້ນກໍກັບບ້ານ.
ນາງ ອ້ອມໃຈ ໃຫ້ຮູ້ວ່າ: ຕົນ ແລະ ທ້າວ ພັດສາຄອນ ເປັນແຟນກັນເປັນເວລາ 5 ປີແລ້ວ, ຈາກນັ້ນ ຕົນໄດ້ມາຮູ້ຈັກກັບທ້າວ ໃຫຍ່ ໃນຖານະຊູ້ສາວ ຈົນສະໜິດແໜ້ນເປັນເວລາ 3 ເດືອນກ່ອນເກີດເຫດ, ແຕ່ທ້າວ ໃຫຍ່ ມີນິໃສຫຶງຫວງ, ໂມໂຫງ່າຍ, ພ້ອມທັງມີການຄູ່ຂ້າ, ຄູ່ຕີຕົນເອງຫລາຍຄັ້ງ ແລະ ໃນວັນເກີດເຫດທ້າວໃຫຍ່ໄດ້ຊວນຕົນເອງໄປທ່ຽວ ແຕ່ໄດ້ປະຕິເສດ, ຈຶ່ງເຮັດທ້າວໃຫຍ່ໂມໂຫຂູ່ຈະຂ້າຕົນເອງ ແລະ ຄອບຄົວ, ເມື່ອເປັນແນວນັ້ນ ຕົນຈຶ່ງໄປຫາທ້າວ ພັດສາຄອນ ເພື່ອຂໍຄວາມຊ່ວຍເຫລືອ, ຫລັງຈາກນັ້ນ ທ້າວໃຫຍ່ ກໍໄດ້ນຳໄປຫາຕົນຢູ່ທີ່ພັກຂອງທ້າວ ພັດສາຄອນ, ຊຶ່ງເຮັດໃຫ້ທັງສອງເກີດມີປາກສຽງ ແລະ ຕໍ່ສູ້ກັນຢ່າງຮຸນແຮງ, ຈົນພາໃຫ້ເກີດການເສຍຊີວິດດັ່ງກ່າວ.