ຜູ້ນຳ IS ຢູ່ອັບການິດສະຖານຖືກສັງຫານແລ້ວ




ທຳນຽບຂອງປະທານາທິບໍດີ ອັດຣາບ ການີ ແຫ່ງອັບການິດສະຖານ ຖະແຫລງວ່າ: ທ້າວ ອັບດຸນ ຮາຊິບ ຜູ້ນຳກຸ່ມທີ່ເອີ້ນຕົນເອງວ່າລັດອິສລາມ (IS) ຢູ່ອັບການິດສະຖານ ຖືກສັງຫານເສຍຊີວິດແລ້ວເມື່ອ 10 ວັນກ່ອນ ໃນປະຕິບັດການໂຈມຕີຂອງກຳລັງພິເສດ ຢູ່ແຂວງນານກາຮາ ທາງຕາເວັນອອກຂອງປະເທດ.
ໃນເດືອນຜ່ານມາ, ກະຊວງປ້ອງກັນປະເທດອາເມລິກາ ຖະແຫລງເຊັ່ນດຽວກັນວ່າ: ທ້າວ ຮາຊິນ ອາດເສຍຊີວິດແລ້ວໃນປະຕິບັດການໂຈມຕີທາງອາກາດຂອງກອງທັບອາເມລິກາ ເຊິ່ງມີກອງກຳລັງພິເສດຂອງລັດຖະບານອັບການິດສະຖານສະໜັບສະໜູນ.
ກ່ອນໜ້ານີ້ຄາດກັນວ່າ: ທ້າວ ຮາຊິນ ຄືຜູ້ຢູ່ເບື້ອງຫລັງການໂຈມຕີໂຮງໝໍທະຫານຢູ່ນະຄອນຫລວງກາບູນ ໃນເດືອນມີນາຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 30 ກວ່າຄົນ.
ໃນເດືອນຜ່ານມາ, ອາເມລິກາຖິ້ມລະເບີດ MOAB ຫລື ແມ່ແຫ່ງລະເບີດທັງໝົດ ເຊິ່ງເປັນລະເບີດແຮງອັດອາກາດຂະໜາດໃຫຍ່ທີ່ສຸດ ແລະ ເປັນລະເບີດທີ່ບໍ່ແມ່ນນິວເຄຼຍ ເຊິ່ງມີອານຸພາບທຳລາຍລ້າງຮຸນແຮງທີ່ສຸດລົງໃນພູເຂດແຂວງນານກາຮາ ເພື່ອທຳລາຍເຄືອຂ່າຍຖ້ຳ ແລະ ອຸໂມງໃຕ້ດິນ ເຊິ່ງເປັນຖານທີ່ໝັ້ນ ແລະ ສາງອາວຸດຂອງ IS ໂດຍຄາດວ່າມີສະມາຊິກ IS ລວມທັງຜູ້ນຳ IS ບາງສ່ວນເສຍຊີວິດນັບຮ້ອຍຄົນ.
IS ໄດ້ເລີ່ມເຄື່ອນຍ້າຍກຳລັງເຂົ້າສູ່ອັບການິດສະຖານ ແລະ ປາກິດສະຖານໃນປີ 2015 ໂດຍໄດ້ປະກາດຕັ້ງເຂດອິດທິພົນຂອງຕົນໃນພື້ນທີ່ດັ່ງກ່າວພາຍໃຕ້ຊື່ວ່າ: ແຂວງໂກຣາຊານ ແລະ ໄດ້ກໍ່ເຫດໂຈມຕີຫລາຍເທື່ອ ລວມທັງກໍ່ເຫດລະເບີດຂ້າຕົວຕາຍໃນການແຫ່ຂະບວນກາງນະຄອນຫລວງກາບູນໃນປີຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 80 ຄົນ.