ສຕລ ຝຶກອົບຮົມກໍາມະການກ່ອນສົ່ງໃຫ້ຟີຟາ

- 42242366 281440729248393 8752777211875950592 n - ສຕລ ຝຶກອົບຮົມກໍາມະການກ່ອນສົ່ງໃຫ້ຟີຟາ
- kitchen vibe - ສຕລ ຝຶກອົບຮົມກໍາມະການກ່ອນສົ່ງໃຫ້ຟີຟາ

ໃນວັນທີ 18 – 19 ກັນ​ຍານີ້ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ (ສຕລ) ໄດ້​ຈັດ​ຝຶກ​ອົບ​ຮົມ​ກຳ​ມະ​ການ​ຕັດ​ສິນ​ເພື່ອກຽມ​ສົ່ງ​ລາຍ​ຊື່ກຳ​ມະ​ການໃຫ້​ FIFA ປະ​ຈຳ​ປີ 2019 ໂດຍ​ເປັນປະ​ທານຂອງທ່ານ ສີປະເສີດ ສິນບັນດິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ພ້ອມດ້ວຍສໍາມະນາກອນຈໍານວນ 11 ທ່ານ.

ການຝຶກອົບຮົມ ກໍເພື່ອຮຽນຮູ້ເອົາສິ່ງໃຫມ່ໆກົດ​ລະ​ບຽບ​ການ​ແຂ່ງ​ຂັນທີ່ທາງ ຟີຟາ ປັບປຸງໃຫມ່ ເພື່ອແກ້ໄຂບາງຈຸດອ່ອນຂໍ້ຄົງຄ້າງທາງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ສໍາລັບລາຍ​ຊື່ກຳ​ມະ​ການ​ຕັດ​ສິນ ແລະ ຜູ້​ຊ່ວຍ​ກຳ​ມະ​ການ​ຕັ​ດ​ສິນ ໃນ​ການ​ຝຶກ​ອົບ​ຮົມ​ກຳ​ມະ​ການ​ເພື່ອ​ສົ່ງ​ໃຫ້​ FIFA ປີ 2019 ມີ​ຈຳ​ນວນ 11 ທ່ານ ​ປະກອບມີ: ທ່ານ ໄຊ​ປະ​ເສີ​ດ ພົງ​ຊະ​ນິດ ກຳ​ມະ​ການ​ຕັດ​ສິນ (FIFA), ທ່ານ ຄຳສິງ ໄຊຍະວົງສີ ກຳ​ມະ​ການ​ຕັດ​ສິນ (FIFA), ທ່ານ ສວຍ ວົງຄຳ ກຳ​ມະ​ການ​ຕັດ​ສິນ (FIFA), ທ່ານ ກິຫລ້າ ລາດຊະວົງ ຜູ້ຊ່ວຍກຳ​ມະ​ການ​ຕັດ​ສິນ (FIFA),  ທ່ານ ສົມພາວັນ ຫລວງລາດ ຜູ້ຊ່ວຍກຳ​ມະ​ການ​ຕັດ​ສິນ (FIFA), ທ່ານ ພອນສຸກສິນ ເຕໂຊ ຜູ້ຊ່ວຍກຳ​ມະ​ການ​ຕັດ​ສິນ (FIFA), ທ່ານ ທິບພະພອນໄຊ ແພງສີ ຜູ້ຊ່ວຍກຳ​ມະ​ການ​ຕັດ​ສິນ (FIFA), ທ່ານ ບຸນພັນ ສີສຸວັນ ຜູ້ຊ່ວຍກຳ​ມະ​ການ​ຕັດ​ສິນ (FIFA), ທ່ານ ບຸນອູ້ມ ລາດຊະວົງ ຜູ້ຊ່ວຍກຳ​ມະ​ການ​ຕັດ​ສິນ (ຄັດເລືອກ FIFA), ທ່ານ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳ​ມະ​ການ​ຕັດ​ສິນໃຫມ່ (FIFA), ທ່ານ ຄຳປະສົງ ໄຊຍະວົງສີ ກຳມະການຕັດສິນຟຸດຊໍ (FIFAFUTSAL).

- Visit Laos Visit SALANA BOUTIQUE HOTEL - ສຕລ ຝຶກອົບຮົມກໍາມະການກ່ອນສົ່ງໃຫ້ຟີຟາ
- 5 - ສຕລ ຝຶກອົບຮົມກໍາມະການກ່ອນສົ່ງໃຫ້ຟີຟາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!