ໝົດຝົນນ້ຳບົກແຫ້ງພ້ອມກັນເຢີກສູ່ການຜະລິດ
ໂດຍ: ທິດກ່ຳ
ປີ 2018 ນີ້, ຖືວ່າເປັນປີ ທີ່ມີພາຍຸຝົນຕົກໜັກຫລາຍຫ່າ ໃນຫລາຍແຫ່ງກາຍເປັນໄພພິ ບັດບຸກ ລຸກທຳລາຍຊີວິດ ແລະ ຊັບສິນຂອງປະຊາຊົນບັນດາ ເຜົ່າເຮົາຢ່າງໜັກໜ່ວງ ແລະ ຫລວງຫລາຍພາຍມາກ.
+ ລັດຖະມົນຕີກະຊວງກະສິກຳແນະນຳ ໃຫ້ເຂດປະສົບໄພນ້ຳຖ້ວມກະກຽມຄວາມພ້ອມຟື້ນຟູການຜະລິດ
ເມື່ອກ້າວສູ່ລະດູຝົນ, ໃນ ໄລຍະຕົ້ນເບິ່ງສະພາບດິນຟ້າ ອາກາດກໍຄືວ່າພໍໄປພໍມາ, ຝົນ ກໍຕົກແຕ່ຫົວປີເປັນປົກກະຕິ ຕາມລະດູການ ໃນແຕ່ລະປີ, ແຕ່ ພໍກ້າວເຂົ້າກາງເກົ້າກາງສິບ ພາຍຸກໍຍິ່ງເລັ່ງເພີ່ມທະວີໜັກ ຂຶ້ນເລື້ອຍໆ ຈົນກາຍເປັນໄພພິ ບັດທີ່ອັນຕະລາຍຮ້າຍກາດ ແລະ ເປັນບໍລິເວນກວ້າງ ຂວາງທີ່ສຸດ.
ຈຸດເລີ່ມຕົ້ນທີ່ໜັກກວ່າ ໝູ່ກໍແມ່ນເລີ່ມຈາກພາຍຸເຊີນຕີນ ໄດ້ເຂົ້າມາອາລະວາດໃນກາງ ເດືອນກໍລະກົດເຮັດໃຫ້ຫລາຍ ທ້ອງຖິ່ນເຂດແຂວງຢູ່ພາກ ເໜືອ, ພາກກາງ ແລະ ພາກໃຕ້ ເກີດອຸທົກກະໄພເປັນບໍລິເວນ ກວ້າງ.
ຢູ່ຕໍ່ມາບໍ່ພໍເທົ່າໃດວັນກໍມີ ພາຍຸເບີບິນກາລູກໃໝ່ເຂົ້າ ມາຊ້ຳເຕີມສືບຕໍ່ໆກັນມາຈົນ ເຮັດໃຫ້ 17 ແຂວງ ແລະ ນະ ຄອນຫລວງວຽງຈັນເຮົາປະ ສົບບັນຫາໄພນ້ຳຖ້ວມຢ່າງ ໜັກໜ່ວງຈາກສະພາບດັ່ງ ກ່າວ, ຈຶ່ງເຮັດໃຫ້ 115 ເມືອງ, 2.409 ບ້ານ, 131.507 ຄອບ ຄົວ ແລະ 639.437 ຄົນໃນ ທົ່ວປະເທດໄດ້ຮັບຜົນກະທົບ ຈາກໄພພິບັດຄັ້ງນີ້, ມີ 55 ຄົນ ເສຍຊີວິດ, ໄພພິບັດທີ່ອັນຕະ ລາຍຮ້າຍກາດທີ່ສຸດ ເຊິ່ງບໍ່ເຄີຍ ມີມາໃນປະຫວັດສາດຂອງຊາດ ລາວເຮົາກໍຄືໄດ້ມີສັນເຂື່ອນສຳ ຮອງເຊປຽນ-ເຊນ້ຳນ້ອຍແຕກ ເຮັດໃຫ້ 6 ບ້ານໃນເມືອງ ສະ ໜາມໄຊ ແຂວງອັດຕະປື ໄດ້ ຮັບຜົນກະທົບ ຢ່າງຮ້າຍກາດ, ມີ 40 ຄົນໄດ້ເສຍຊີວິດ, 97 ຄົນ ຫາຍສາບສູນສະເພາະເຂື່ອນ ອື່ນໆ ທີ່ມີຢູ່ໃນທົ່ວປະເທດກໍ ໄດ້ຖືກຜົນກະທົບໄປຕາມໆກັນ ໂດຍເຂື່ອນໃດກໍໄດ້ປ່ອຍນ້ຳທີ່ ຂຶ້ນສູງເກີນກວ່າເຂດອັນຕະ ລາຍລົງສູ່ທີ່ຕ່ຳໄດ້ເຮັດໃຫ້ນ້ຳ ຂອງ, ນ້ຳເຊລົ້ນອັງຖ້ວມພື້ນ ທີ່ ຕ່ຳເປັນບໍລິເວນກວ້າງເປັນ ເວ ລາຫລາຍວັນ.
ນອກຈາກມີຜົນກະທົບຕໍ່ ຊີວິດອິນຊີຂອງປະຊາຊົນພົນລະເມືອງແລ້ວ, ຍັງກໍ່ໃຫ້ເກີດການ ເສຍຫາຍ ທາງດ້ານຊັບສິນອື່ນໆ ຢ່າງຫລວງຫລາຍເຊັ່ນ: ຖະໜົນຫົນທາງ, ພື້ນຖານການຜະລິດ, ໄຟຟ້າ, ໜອງປາ, ໄຮ່ນາຮົ້ວ ສວນ, ເຄື່ອງປູກຂອງຝັງໄດ້ ເສຍຫາຍຫລາຍສິບຕື້ກີບ, ເພາະສະນັ້ນ, ເຮົາ ຈຶ່ງເວົ້າໄດ້ ວ່າປີນີ້ເປັນປີທີ່ໄດ້ຮັບຜົນກະ ທົບຈາກອຸທົກກະໄພຫລາຍ ທີ່ສຸດ ແລະ ໜັກໜ່ວງກວ່າໝູ່ ໃນປະຫວັດສາດທີ່ຜ່ານມາ.
ແນວໃດກໍດີ, ສິ່ງທີ່ເກີດ ຂຶ້ນນັ້ນມັນກໍໄດ້ເກີດຂຶ້ນແລ້ວ, ສິ່ງທີ່ເສຍຫາຍໄປມັນກໍເສຍ ໄປແລ້ວ ແລະ ສິ່ງທີ່ເປັນໄປ ມັນກໍເປັນໄປແລ້ວ ຖືວ່າຍຸກນີ້, ສະໄໝນີ້, ປີນີ້ມັນເປັນປີທີ່ ມີຜົນກະທົບຢ່າງໜັກ ແລະ ມັນ ກໍມີທັງບ້ານເພິ່ນບ້ານໂຕ ເຊິ່ງບໍ່ມີໃຜສາມາດປະຕິເສດ ແລະ ຫລີກລ້ຽງມັນໄດ້.
ແຕ່ທີ່ສຳຄັນເມື່ອມັນ ເກີດ ຂຶ້ນແລ້ວພວກເຮົາກໍຕ້ອງຍິ່ງ ມີບົດຮຽນ, ຕ້ອງຮ່ວມແຮງ ຮ່ວມໃຈພ້ອມກັນ ຄິດ ແລະ ຊ່ວຍ ກັນແກ້ ເຊິ່ງໜຶ່ງໃນທາງອອກ ຂອງລັດຖະບານເຮົາເພິ່ນກໍມີ ແຜນຢູ່ແລ້ວ, ດັ່ງເຫດການ ເຂື່ອນ ແຕກຢູ່ອັດຕະປື ມາຮອດປັດຈຸ ບັນເພິ່ນກໍສຸມໃສ່ສ້າງທີ່ພັກ ຊົ່ວຄາວໃຫ້ຜູ້ທີ່ຖືກຜົນກະທົບ, ພ້ອມທັງເບິ່ງແຍ່ງຊີວິດການ ເປັນ ຢູ່ກ້າວໄປເຖິງສ້າງທີ່ພັກ ພາອາໄສທີ່ໝັ້ນຄົງ, ຊອກແຫ່ງ ທຳມາຫາກິນພ້ອມທັງຟື້ນຟູ ສະຖານະພາບຕໍ່ຜູ້ ທີ່ຖືກຜົນກະ ທົບໃຫ້ຢູ່ໃນສະພາບດີທຸກດ້ານ.
ເຖິງຢ່າງໃດກໍດີ, ຕາມທິດ ກ່ຳຄິດຕໍ່ຜົນກະທົບທີ່ເກີດຂຶ້ນ ເປັນບໍລິເວນກວ້າງຄືເຊັ່ນນີ້, ໃນ ເມື່ອໝົດຝົນນ້ຳໄດ້ບົກແຫ້ງລົງ ແລ້ວມີແຕ່ພວກເຮົາຕ້ອງພ້ອມ ກັນເຢີກໃສ່ການຜະລິດເປັນ ການໃຫຍ່ເປັນຕົ້ນວ່າຜູ້ ມີອາຊີບ ເຮັດນາກໍໃຫ້ເພີ່ມການຜະລິດ ຂຶ້ນຕື່ມ, ດີແທ້ຕ້ອງເພີ່ມເປັນ ສອງສາມທົບ ຫລື ຫລາຍກວ່າ ນັ້ນ, ຈິ່ງຈະພຽງພໍ.
ສ່ວນວ່າການລ້ຽງສັດ, ປູກ ຝັງ ແລະ ອື່ນໆເຊັ່ນ: ລ້ຽງປາ, ລ້ຽງເປັດ, ລ້ຽງໄກ່, ລ້ຽງໝູ, ງົວ, ຄວາຍ ແລະ ພືດຜັກຊະ ນິດບໍລິໂພກປະຈຳວັນກໍຕ້ອງ ໄດ້ເພີ່ມການຜະລິດຂຶ້ນເປັນ ຫລາຍທົບເທົ່າ, ຖ້າບໍ່ດັ່ງນັ້ນ ຄວາມອຶດຫິວ, ການຍາດແຍ້ງ ຊອກຢູ່ຫາກິນກໍຈະຕາມມາອັນ ຈະພາໃຫ້ເຮົາອຶດຢາກຂາດເຂີນ.
ປັດຈຸບັນ, ສິນຄ້າບໍລິໂພກ ປະຈຳວັນໃນທ້ອງຕະຫລາດ ວຽງຈັນເຊັ່ນ: ໝາກເຜັດດິບ ກິໂລລະແສນກີບແລ້ວ, ຫອມ ລາບ, ຫອມປ້ອມ, ເຂົ້າປາອາ ຫານກໍຂຶ້ນລາຄາໄປຕາມໆກັນ ຢ່າງໄວວາ.
ສະນັ້ນ, ຈຶ່ງຂໍໃຫ້ທຸກຄົນ ພ້ອມກັນເຢີກຫັນໜ້າໃສ່ການ ຜະລິດສະບຽງອາຫານເພື່ອ ຮອງທ້ອງໄວ້ໃນເວລາອັນຂັບ ຂັນຈຳເປັນໃນຕໍ່ໜ້າ ແລະ ຍາວນານໃຫ້ພຽງພໍ./.