ເອັມມານູເອລ ມາກຣົງ ຊະນະເລືອກຕັ້ງປະທານາທິບໍດີຝຣັ່ງ

- 1494205058186 960x0 - ເອັມມານູເອລ ມາກຣົງ ຊະນະເລືອກຕັ້ງປະທານາທິບໍດີຝຣັ່ງ
- kitchen vibe - ເອັມມານູເອລ ມາກຣົງ ຊະນະເລືອກຕັ້ງປະທານາທິບໍດີຝຣັ່ງ

- 1494205058186 960x0 300x193 - ເອັມມານູເອລ ມາກຣົງ ຊະນະເລືອກຕັ້ງປະທານາທິບໍດີຝຣັ່ງ
    ຝຣັ່ງ 8 ພຶດສະພາ: ທ່ານ ​ເອັມມາ​ນູ​ເອລ ມາກຣົງ ນັກ​ການ​ເມືອງ​ສາຍ​ກາງ ກຽວ​ຂຶ້ນ​ເປັນ​ຜູ້ນຳ​ຝຣັ່ງຄົນ​ໃໝ່, ພາຍຫລັງ​ໄດ້​ຮັບ​ໄຊຊະນະ​ການ​ເລືອກ​ຕັ້ງປະທານາທິບໍດີ​ຮອບ​ຕັດສິນ ດ້ວຍ​ສຽງ​ສະໜັບສະໜູນ​ຫ່າງທ່ານ​ນາງ ມາຣີນ ​ເລີ ​ເປ​ນ ຄູ່​ແຂ່ງ​ຈາກ​ພັກ​ຂວາ​ຈັດ 65,5% ຕໍ່ 34,5% ກຽມ​ເປັນ​ປະທານາທິບໍດີ​ຝຣັ່ງອາຍຸ​ນ້ອຍ​ສຸດ​ພຽງ​ແຕ່ 39 ປີ.

ທ່ານ ​ເອັມມາ​ນູ​ເອລ ມາກຣົງ ກາຍ​ເປັນ​ປະທານາທິບໍດີ​ຝຣັ່ງທີ່​ມີ​ອາຍຸ​ນ້ອຍ​ທີ່​ສຸດ​ໃນ​ປະຫວັດສາດ ນັ້ນຄື 39 ປີ ​ແລະ ຍັງ​ເປັນ​ປະທານາທິບໍດີ​ຄົນ​ທຳ​ອິດ​ນັບ​ແຕ່​ການ​ເລີ່​ມຕົ້ນຂອງ​ສະ​ໄໝ​ສາທາລະນະ​ລັດ​ທີ 5 ​ເມື່ອ​ປີ1958 ທີ່​ບໍ່​ໄດ້​ມາ​ຈາກ 2 ພັກ​​ໃຫຍ່​ທີ່​ປ່ຽນ​ກັນ​ຄອງ​ອຳນາດ​ຢູ່​ຝຣັ່ງ​ມາ​ໂດຍ​ຕະຫລອດ ຄື​ພັກ​ສັງຄົມ​ນິຍົມ ​ເຊິ່ງ​ເປັນ​ພັກ​ກາງ-ຊ້າຍ ​ແລະ ພັກຣີພັບ​ລິ​ກັນ ​ເຊິ່ງ​ເປັນ​ພັກ​ກາງ-ຂວາ ​ໄຊຊະນະ​ຂອງ​ທ່ານ ມາກຣົງ ​ເທົ່າ​ກັບ​ເປີດ​ປະຫວັດສາດ​ໜ້າ​ໃໝ່​ໃຫ້​ແກ່​ປະ​ເທດ​ຝຣັ່ງ.

- Visit Laos Visit SALANA BOUTIQUE HOTEL - ເອັມມານູເອລ ມາກຣົງ ຊະນະເລືອກຕັ້ງປະທານາທິບໍດີຝຣັ່ງ

ທ່ານ ມາກຣົງ ກ່າວ​ວ່າ: ທ່ານ​ຍິນ​ດີ​ຈະ​ເປັນ​ຜູ້​ສ້າງ​ປະຫວັດສາດ​ທີ່​ເຕັມ​ແຕ່​ຄວາມ​ຫວັງ ​ແລະ ຄວາມ​ເຊື່ອ​ໝັ້ນ​ເປັນ​ຄົນ​ທຳ​ອິດ ​ແລະ ພ້ອມ​ຈະ​ຕໍ່ສູ້​ເພື່ອ​ລຶບລ້າງ​ຄວາມ​ແບ່ງ​ແຍກ​ທີ່​ຈະ​ທຳລາຍ​ຝຣັ່ງ​ໃຫ້​​ເຖິງ​ທີ່​ສຸດ. ພ້ອມ​ກັບ​ຈະ​ປົກ​ປ້ອງ​ເອີຣົບຢ່າງ​ເຕັມ​ສ່ວນ​ເຊັ່ນ​ກັນ. ຜູູ້ສະໜັບສະໜູນ​ທ່ານ ມາກຣົງ ຕ່າງ​ພາກັນ​ມາ​ລວມຕົວ​ສະຫລອງ​ໄຊຊະນະ​​ໃຫ້​ແກ່​ທ່ານ ມາກຣົງ ຢູ່​ໜ້າ​ພິພິຕະພັນ​ລູບ ກາງ​ນະຄອນຫລວງ​ປາຣີ.

- 95962250 6ccfa07f e984 41e8 8a65 28e88297f3f4 300x169 - ເອັມມານູເອລ ມາກຣົງ ຊະນະເລືອກຕັ້ງປະທານາທິບໍດີຝຣັ່ງ
     ສ່ວນ​ທ່ານ​ນາງ ​ເລີ ​ເປ​ນ ກ່າວ​ຂອບ​ໃຈ​ປະຊາຊົນ 11 ລ້ານ​ຄົນ​ທີ່​ລົງ​ຄະ​ແນນ​ສຽງ​ໃຫ້​ນາງ. ພ້ອມ​ກ່າວ​ວ່າ: ຜົນ​ການ​ເລືອກ​ຕັ້ງຊີ້​ໃຫ້​ເຫັນ​ເຖິງ​ການ​ແບ່ງ​ແຍກ​ລະຫວ່າງ​ຜູ້​ຮັກ​ຊາດ​ກັບ​ຜູ້​ຮັກ​ໂລກ. ພັກ​​ແນ​ຊັນ​ນໍ ຟຣອນ ຂອງ​ນາງ​ຮອດ​ບ່ອນ​ຈະ​ຕ້ອງ​ປະຕິ​ຮູບ​ຕົວ​ເອງ​ແລ້ວ ​ແລະ ນາງ​ຈະ​ເປັນ​ກົງຈັກ​ສຳຄັນ​ໃນ​ການ​ຊຸກ​ດັນ​ໃຫ້​ເກີດ​ການ​ປ່ຽນ​ແປງ ​ໂດຍ​ຈະ​ລົງ​ຕໍ່ສູ້​ໃນ​ການ​ເລືອກ​​ໃນ​ລັດຖະສະພາ​ທີ່​ຈະ​ມາ​ເຖິງ​ຕໍ່​ໄປ, ທັງ​ຍັງ​ອວຍພອນ​ໃຫ້​ທ່ານ ມາກຣົງ ປະສົບ​ຜົນສຳ​ເລັດ​ໃນ​ການ​ເອົາ​ຊະນະ​ຄວາມ​ທ້າ​ທາຍ​ຂະໜາດ​ໃຫຍ່​ທີ່​ພວມ​ຜະ​ເຊີນ​ຢູ່.

ສ່ວນ​ປະທານາທິບໍດີ ຟຣັງຊົວ ​ໂອນ​ລອງ ຜູ້ນຳ​ຝຣັ່ງ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ທ່ານ ມາກຣົງ ​ແລະ ກ່າວ​ວ່າ​ຜົນ​ການ​ເລືອກ​ຕັ້ງບົ່ງ​ບອກ​ວ່າ: ປະຊາຊົນ​ຝຣັ່ງຕ້ອງການ​ຄວາມ​ສາມັກຄີ​​ໃນ​ແນວທາງ​ແຫ່ງ​ສາທາລະນະ​ລັດ. ​ໃນ​ລະຫວ່າງ​ການ​ຫາ​ສຽງ​ທ່ານ ມາກຣົງ ສັນຍາ​ວ່າ​ຈະ​ຫລຸດ​ການ​ຈ້າງ​ວຽກ​ໃນ​ໜ່ວຍ​ງານ​ຂອງ​ລັດ​ລົງ​​ເຖິງ 120.000 ຕ​ຳ​ແໜ່​ງ, ຫລຸດ​ການ​ໃຊ້​ຈ່າຍ​ຂອງ​ໜ່ວຍ​ງານ​ລັດ​ລົງ 60.000 ລ້ານ​ເອີ​ໂຣ ​ແລະ ຫລຸ​ດການ​ວ່າງ​ວຽກ​​ໃຫ້​ເຫລືອ​ຕໍ່າ​ກວ່າ 7%.

ນອກ​ຈາກ​ນີ້, ຍັງ​ໃຫ້​ຄຳ​ໝັ້ນວ່າ​ຈະ​ຫລຸດຜ່ອນ​ກົດໝາຍ​ແຮງ​ງານ ​ແລະ ​ໃຫ້ການ​ຄຸ້ມ​ຄອງ​ເອກະ​ຊົນ​ລາຍ​ຍ່ອຍ​ນຳ​ອີກ, ພິ​ເສດ​ຄື​ທ່ານ ມາກຣົງ ສະໜັບສະໜູນ​ສະຫະພາບ​ເອີຣົບຢ່າງ​ເຕັມ​ສ່ວນ ​ເຊິ່ງກົງກັນຂ້າມ​ກັບ​ທ່ານ​ນາງ ​ເລີ ​ເປ​ນ ທີ່​ຕ້ອງການ​ໃຫ້​ຝຣັ່ງ​ແຍກ​ຕົວ​ອອກ​ຈາກ​ສະຫະພາບ​ເອີຣົບ​ເຊັ່ນ​ດຽວ​ກັບ​ອັງກິດ.

ສຳລັບ​ປະຕິ​ກິລິຍາ​ຜູ້ນຳ​ຫລາຍ​ປະ​ເທດ​ຕໍ່​ໄຊຊະນະ​ຂອງ​ທ່ານ ມາກຣົງ, ປະທານາທິບໍດີ ​ໂດນ​ັນ ທຣຳ ຜູ້ນຳ​ອາ​ເມ​ລິ​ກາ ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຜ່ານ​ທະວິ​ດ​ເຕີ ​ແລະ ປະກາດ​ພ້ອມຮ່ວມ​ວຽກ​ຢ່າງ​ເຕັມ​ສ່ວນ, ສ່ວນ​ທ່ານ​ນາງ ອັງ​ເກ​ລາ ​ແມຣ​ເຄິນ ນາຍົກລັດຖະມົນຕີ​ເຢຍລະ​ມັນ ສະ​ແດງຄວາມ​ຍິນ​ດີ ​ແລະ ກ່າວ​ວ່າ: ​ເປັນ​ໄຊຊະນະ​ຂອງ​ສະຫະພາບ​ເອີຣົບ ​ແລະ ການ​ພົວພັນ​ລະຫວ່າງ​ຝຣັ່ງກັບ​ເຢຍລະ​ມັນ, ສ່ວນ​ໂຄສົກ​ທຳນຽບນາຍົກລັດຖະມົນຕີອັງກິດ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ​ແລະ ກ່າວ​ວ່າ​ຝຣັ່ງ​ເປັນ​ພັນທະ​ມິດ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງ​ອັງກິດ, ນາຍົກລັດຖະມົນຕີອັງກິດ​ພ້ອມ​ເຮັດ​ວຽກ​ຢ່າງ​ເຕັມ​ສ່ວນ.

ສ່ວນ​ທ່ານ ໝອງ ​ໂຄລດ ຍຸງ​ເກີ ປະທານ​ຄະນະ​ກຳມາ​ທິການ​ເອີຣົບ ທະວິ​ດ​ເຕີ​ຂໍ້ຄວາມ​ວ່າ: ຮູ້ສຶກ​ມີ​ຄວາມສຸກ​ທີ່​ຊາວ​ຝຣັ່ງຕັດສິນ​ໃຈ​ໂດຍ​ເຫັນ​ຄວາມ​ສຳຄັນ​ຂອງ​ສະຫະພາບ​ເອີຣົບ. ສຳລັບ​ຜົນ​ການ​ເລືອກ​ຕັ້ງຢ່າງ​ເປັນ​ທາງ​ການ​ຈະ​ມີ​ການ​ປະກາດ​ໃນ​ວັນ​ທີ 11 ພຶດສະພາ ​ແລະ ວັນ​ທີ 14 ພຶດສະພາ​ນີ້ ຜູ້​ຊະນະ​ການ​ເລືອກ​ຕັ້ງ​ໃນ​ເທື່ອ​ນີ້​ຈະ​ກ້າວ​ຂຶ້ນດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຄົນທີ 25 ຂອງຝຣັ່ງ.

- 4 - ເອັມມານູເອລ ມາກຣົງ ຊະນະເລືອກຕັ້ງປະທານາທິບໍດີຝຣັ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!