ວຽກງານທ່ອງທ່ຽວລາວ 2018 ຈະຕ້ອງໄດ້ບືນຕົວຫລາຍຂຶ້ນຫລັງໄດ້ຮັບຜົນກະທົບຈາກໄພທຳມະຊາດ

- 37675276 134779637429536 6569402862940454912 n - ວຽກງານທ່ອງທ່ຽວລາວ 2018 ຈະຕ້ອງໄດ້ບືນຕົວຫລາຍຂຶ້ນຫລັງໄດ້ຮັບຜົນກະທົບຈາກໄພທຳມະຊາດ
- kitchen vibe - ວຽກງານທ່ອງທ່ຽວລາວ 2018 ຈະຕ້ອງໄດ້ບືນຕົວຫລາຍຂຶ້ນຫລັງໄດ້ຮັບຜົນກະທົບຈາກໄພທຳມະຊາດ

ໂດຍ: ຊາຍພະເນຈອນ   

ຕະຫຼອດໄລຍະລະດູຝົນ ເຊິ່ງເລີ່ມແຕ່ຕົ້ນເດືອນກໍລະ ກົດເປັນຕົ້ນມາເຮັດໃຫ້ສະ ພາບດິນຟ້າອາກາດມີການ ປ່ຽນແປງເກີດມີຝົນຕົກໜັກ ລຽນຕິດກັນຫຼາຍມື້ອັນໄດ້ກໍ ໃຫ້ເກີດສະພາບນໍ້າຖ້ວມ ຢູ່ ຫຼາຍທ້ອງຖິ່ນ, ໃນນັ້ນຮ້າຍ ແຮງທີ່ສຸດກໍແມ່ນເຂື່ອນກັ້ນ ນໍ້າເຊປຽນ-ເຊນໍ້ານ້ອຍທະລຸ ພັງສົ່ງຜົນໃຫ້ເມືອງສະໜາມ ໄຊ, ແຂວງອັດຕະປື ໄດ້ຮັບ ຄວາມເສຍຫາຍຢ່າງໜັກ ໜ່ວງນັບທັງຊີວິດ ແລະ ຊັບ ສິນຂອງປະຊາຊົນຢູ່ເຂດດັ່ງ ກ່າວຈົນມາຮອດປັດຈຸບັນກໍ ຍັງ ແກ້ບໍ່ຕົກ, ເຮືອນຊານ ບ້ານ ຊ່ອງ ແລະ ພື້ນທີ່ທໍາການຜະ ລິດຖະໜົນຫົນທາງເປ່ເພເສຍ ຫາຍຢ່າງໜັກໜ່ວງ, ບາງ ບ່ອນຂົວຖືກຫັກພັງລົງຄືດັ່ງ ຢູ່ແຂວງຊຽງຂວາງ ແລະ ຫຼວງພະບາງກໍຖືກນໍ້າເຊາະ ເຈື່ອນ ແລະ ຍຸບລົງ, ເຮັດໃຫ້ ການສັນຈອນໄປ-ມາພົບ ຄວາມຫຍຸ້ງຍາກລໍາບາກ ດັ່ງເສັ້ນທາງເລກທີ 13ເໜືອ ໄປແຂວງອຸດົມໄຊ-ໄຊຍະບູລີ ແລະ ຫຼວງພະບາງ, ແລະ ບາງ ບ່ອນກໍຖືກປິດຊົ່ວຄາວເພື່ອ ການກໍ່ສ້າງປົວແປງຄືນໃໝ່, ເຊິ່ງທັງໝົດເຫຼົ່ານີ້ເປັນອຸປະ ສັກ ກີດຂວາງໃຫ້ແກ່ວຽກງານ ທ່ອງທ່ຽວໃນປີນີ້, ຈົນມາຮອດ ປັດຈຸບັນຍັງມີບາງບ່ອນນໍ້າຍັງ ບໍ່ທັນບົກແຫ້ງ ເສັ້ນທາງເປັນ ບວກເປັນຕົມເປື້ອນເປິະ ສ້າງ ຄວາມຫຍຸ້ງຍາກໃນການໄປ- ມາຫາສູ່ກັນ ສົ່ງຜົນກະທົບບໍ່ ໜ້ອຍແກ່ວຽກງານທ່ອງທ່ຽວ ຂະແໜງການກ່ຽວຂ້ອງຕ້ອງ ໄດ້ເອົາໃຈໃສ່ໃນການປັບປຸງ, ປົວແປງບັນດາເສັ້ນທາງເຂົ້າ ຫາແຫຼ່ງທ່ອງທ່ຽວຄືນໃໝ່, ຈັດສັນສະຖານທີ່ທ່ອງທ່ຽວ ເຊິ່ງນັບທັງບ່ອນຊົມວິວ, ສະ ຖານທີ່ພັກແຮມຕ່າງໆ ໃຫ້ ເຂົ້າສູ່ສະພາບປົກກະຕິເຊິ່ງ ທັງໝົດເຫຼົ່ານີ້ຍັງເປັນບັນ ຫາແກ່ຍາວໄປຕື່ມອີກຖ້າ ພວກເຮົາບໍ່ເອົາໃຈໃສ່ຢ່າງຈິງ ຈັງເຂົ້າໃນວຽກງານບູລະນະ ດັ່ງກ່າວ.

- Visit Laos Visit SALANA BOUTIQUE HOTEL - ວຽກງານທ່ອງທ່ຽວລາວ 2018 ຈະຕ້ອງໄດ້ບືນຕົວຫລາຍຂຶ້ນຫລັງໄດ້ຮັບຜົນກະທົບຈາກໄພທຳມະຊາດ

 

ວຽກງານທ່ອງທ່ຽວ 2018 ໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມ

ຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວໃຫ້ເຂັ້ມແຂງ

- 37675276 134779637429536 6569402862940454912 n - ວຽກງານທ່ອງທ່ຽວລາວ 2018 ຈະຕ້ອງໄດ້ບືນຕົວຫລາຍຂຶ້ນຫລັງໄດ້ຮັບຜົນກະທົບຈາກໄພທຳມະຊາດ
(ພາບປະກອບ)

- 5 - ວຽກງານທ່ອງທ່ຽວລາວ 2018 ຈະຕ້ອງໄດ້ບືນຕົວຫລາຍຂຶ້ນຫລັງໄດ້ຮັບຜົນກະທົບຈາກໄພທຳມະຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!