ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊຽນ ໃນສະໄໝການປະຕິວັດອຸດສາຫະກຳ 4.0

- chungtayxaydungcongdongaseantrongthoikycachmangcongnghiep40 wstt - ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊຽນ ໃນສະໄໝການປະຕິວັດອຸດສາຫະກຳ 4.0
- kitchen vibe - ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊຽນ ໃນສະໄໝການປະຕິວັດອຸດສາຫະກຳ 4.0

​ໃນ​ສະພາບ​ການ​ນັ້ນ, ບັນດາ​ປະ​ເທດ​ອາ​ຊຽນພວມ​ຕັ້ງໜ້າ​ເຄື່ອນ​ໄຫວ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ຍາດ​ແຍ່ງ​ກາລະ​ໂອກາດ​ເພື່ອ​ພັດທະນາ.

ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ສະ​ໄໝ​ການ​ປະຕິວັດ​ອຸດສາຫະກຳ 4.0 ​ແມ່ນ​ຫົວ​ຂໍ້​ບົດ​ຂຽນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ກ່ຽວ​ກັບ​ອາ​ຊຽນ (WEF SAEAN 2018) ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 11 ກັນຍາ​ນີ້ ຢູ່​ນະຄອນຫລວງ​ຮ່າ​ໂນ້ຍ ສສ ຫວຽດນາມ.

- Visit Laos Visit SALANA BOUTIQUE HOTEL - ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊຽນ ໃນສະໄໝການປະຕິວັດອຸດສາຫະກຳ 4.0

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນວ່າ: ​ໂລກ​ປັດຈຸບັນ​ພວມ​ມີ​ການ​ຫັນປ່ຽນ​ຢ່າງ​ວ່ອງ​ໄວ ພາຍ​ໃຕ້​ຜົນ​ກະທົບ​ຈາກ​ການ​ຫັນ​ເປັນ​ໂລກາ​ພິວັດ, ການ​ພັດທະນາ​ກະ​ໂດດ​ຂັ້ນຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ປະຕິວັດ​ອຸດສາຫະກຳ 4.0. ​ໃນ​ສະພາບ​ການ​ນັ້ນ, ບັນດາ​ປະ​ເທດ​ອາ​ຊຽນພວມ​ຕັ້ງໜ້າ​ເຄື່ອນ​ໄຫວ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ຍາດ​ແຍ່ງ​ກາລະ​ໂອກາດ​ເພື່ອ​ພັດທະນາ, ຫັນ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ​ໃຫ້​ປາກົດ​ຜົນ​ເປັນ​ຈິງ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນໝັ້ນຄົງ​ເຂັ້ມ​ແຂງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ໃນ​ບັນດາ​ກົນ​ໄກ​ພາກພື້ນ ​ແລະ ສາກົນ​ກວ່າ​ອີກ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ກ່ຽວ​ກັບ​ອາ​ຊຽນ ປີ 2018 (WEF ASEAN 2018), ຫວຽດນາມ ມີ​ຄວາມ​ຮັບຜິດຊອບ​ພ້ອມ​ກັບ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ​ແລະ ບັນດາ​ປະ​ເທດ​ອາ​ຊຽນສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ສຳຄັນ ​ແລະ ການ​ສ້າງຕັ້ງບັນດາ​ແນວ​ຄິດ, ກາ​ນກຳນົດ​ທິດ​ໃຫຍ່​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ປະຕິວັດ​ອຸດສາຫະກຳ 4.0 ​ເພື່ອ​ແນ​ໃສ່​ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ວິ​ໄສ​ທັດ​ອາ​ຊຽນ 2025 ​ເພື່ອ​ຜົນ​ປະ​ໂຫຍ​ດ ​ແລະ ການ​ພັດທະນາ​ຂອງ​ທົ່ວ​ພາກພື້ນ ​ແລະ ຂອງ​ແຕ່ລະ​ປະ​ເທດ ອັນ​ໄດ້​ປະກອບສ່ວນ​ໃຫ້​ແກ່​ຄວາມ​ວັດທະນາ​ຖາວອນ​ລວມຂອງ​ພາກພື້ນ ​ແລະ ຢູ່​ໃນ​ໂລກ.

ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລ້ວ, ກອງ​ປະຊຸມ WEF ASEAN 2018 ບໍ່​ພຽງ​ແຕ່​ສະ​ແດງ​ບົດບາດ​ເປັນ​ເຈົ້າການ ​ແລະ ການ​ປະກອບສ່ວນ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ​ສຳລັບ​ອາ​ຊຽນ​ເທົ່າ​ນັ້ນ, ຫາກ​ຍັງ​ຢັ້ງຢືນ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ພັດທະນາ​ຂອງ​ພັກ ​ແລະ ລັດ​ຫວຽດນາມ​ນຳ​ອີກ.

- 3 - ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊຽນ ໃນສະໄໝການປະຕິວັດອຸດສາຫະກຳ 4.0
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!