UN ຄາດຄະເນມີໂອກາດ 70% ທີ່ຈະເກີດເອລນີໂຢໃນປີນີ້

- 1536580273870 800x0 - UN ຄາດຄະເນມີໂອກາດ 70% ທີ່ຈະເກີດເອລນີໂຢໃນປີນີ້
- kitchen vibe - UN ຄາດຄະເນມີໂອກາດ 70% ທີ່ຈະເກີດເອລນີໂຢໃນປີນີ້

ອົງການ​ອຸຕຸນິຍົມ​ວິທະຍາ​ໂລກ ຫລື WMO ກ່າວ​ໃນ​ວັນ​ທີ 10 ກັນຍາ​ວ່າ: ​ເຖິງ​ວ່າ​ມີ​ທ່າ​ອ່ຽງສູງ​ວ່າ​ຈະ​ເກີດ​ປາກົດການ​ເອລນີ​ໂຢ ທີ່​ຈະ​ສົ່ງ​ຜົນ​ລົບ​ກວນ​ສະພາບ​ອາກາດ​ທົ່ວ​ໂລກ ​ໃນ​ທ້າຍ​ປີ​ນີ້ ​ເຊິ່ງຖື​ວ່າ​ເປັນ​ປີ​ທີ່​ມີ​ອາກາດ​ຮ້ອນ​ຫລາຍ​ກວ່າ​ປົກກະຕິ.

WMO ກ່າວ​ໃນ​ຖະ​ແຫລ​ງການ​ທີ່​ເຜີຍ​ແຜ່​ໃນ​ວັນ​ທີ 10 ກັນຍາ​ວ່າ: ມີ​ໂອກາດ​ປະມານ 70% ທີ່​ຈະ​ເກີດ​ເອລນີ​ໂຢ ພາຍ​ໃນ​ທ້າຍ​ປີ​ນີ້. ສຳລັບ​ປາກົດການ​ເອລນີ​ໂຢ​ເກີດ​ຂຶ້ນຈາກ​ອຸນຫະພູມ​ໃນ​ບໍລິ​ເວນ​ຕາ​ເວັນ​ອອກ​ຂອງ​ມະຫາ​ສະໝຸດ​ປາຊີ​ຟິກ​ເພີ່ມ​ສູງ​ຂຶ້ນ​ເປັນ​​ໄລຍະ​ເວລາ​ໜຶ່ງ ​ເຊິ່ງສົ່ງ​ຜົນ​ໃຫ້​ເກີດ​ສະພາບ​ແຫ້ງ​ແລ້ງ​ໃນ​ບາງ​ພາກພື້ນ. ຂະນະ​ດຽວ​ກັນ ກໍ​ເຮັດ​ໃຫ້​ເກີດ​ຝົນຕົກ​ໜັກ​ໃນ​ພາກພື້ນທີ່​ເຫລືອ. WMO ກ່າວ​ວ່າ: ທາງ​ອົງການ​ບໍ່​ຄິດ​ວ່າ: ປາກົດການ​ເອລນີ​ໂຢຈະ​ມີ​ຄວາມ​ຮຸນ​ແຮງ​ຄື​ໃນ​ໄລຍະ​ປີ 2015-2016 ​ແຕ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ອາກາດ​ຂອງ​ໂລກ​ໃນ​ລະດັບ​ໜຶ່ງ. WMO ກ່າວ​ວ່າ: ພາກພື້ນອາຊີ-ປາຊີ​ຟິກ, ​ເອີຣົບ, ອາ​ເມ​ລິ​ກາ​ເໜືອ, ອາ​ຟຣິກາ ​ແລະ ​ແຄມ​ຝັ່ງ​ອາ​ເມ​ລິ​ກາ​ໃຕ້ ຈະ​ມີ​ອຸນຫະພູມ​ສູງ​ຂຶ້ນ. ທ່ານ ​ເພດ​ເຕຣີ ທາ​ອາ​ລາສ ​ເລຂາທິການ​ໃຫຍ່​ຂອງ WMO ກ່າວ​ວ່າ: ປີ 2018 ຈະ​ເປັນ​ປີ​ທີ່​ມີ​ອຸນຫະພູມ​ສູງ​ເປັນ​ປະຫວັດສາດ, ພາຍຫລັງ​ຫລາຍ​ສ່ວນ​ຂອງ​ໂລກ​ປະສົບ​ສະພາບ​ອາກາດ​ຮ້ອນ​ໃນ​ໄລຍະ​ເດືອນ​ກໍລະກົດ ​ແລະ ສິງຫາ.

- Visit Laos Visit SALANA BOUTIQUE HOTEL - UN ຄາດຄະເນມີໂອກາດ 70% ທີ່ຈະເກີດເອລນີໂຢໃນປີນີ້
- 5 - UN ຄາດຄະເນມີໂອກາດ 70% ທີ່ຈະເກີດເອລນີໂຢໃນປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!