ຝົນ​ຈະ​ສືບ​ຕໍ່​ຕົກ​ແກ່ຍາວ​ຫລາຍ​ວັນ

- 777788 - ຝົນ​ຈະ​ສືບ​ຕໍ່​ຕົກ​ແກ່ຍາວ​ຫລາຍ​ວັນ
- kitchen vibe - ຝົນ​ຈະ​ສືບ​ຕໍ່​ຕົກ​ແກ່ຍາວ​ຫລາຍ​ວັນ

- 7777 - ຝົນ​ຈະ​ສືບ​ຕໍ່​ຕົກ​ແກ່ຍາວ​ຫລາຍ​ວັນ

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ສະພາບ​ຝົນ​ຍັງ​ຈະ​ສືບ​ຕໍ່​ຕົກ​ແກ່ຍາວ​ໄປ​ອີກ​ຫລາຍ​ວັນ ​ເນື່ອງ​ຈາກ​ຄວາມ​ກົດ​ດັນ​ອາກາດ​ສູງ​ຂອງ​ອາກາດ​ເຢັນ​ຈາກ​ຈີນ​ຈະ​ແຜ່​ລົງ​ມາ​ປົກ​ຄຸມ​ປະ​ເທດ​ເຮົາ ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ​ສຽງ​ເໜືອ​ພັດ​ປົກ​ຄຸມ​ດ້ວຍ​ກຳລັງ​ອ່ອນ ​ເຊິ່ງຈະ​ເຮັດ​ໃຫ້​ອາກາດ​ໜາວ​ເຢັນ​ໃນ​ຕອນ​ເຊົ້າຢູ່​ບາງ​ທ້ອງ​ຖິ່ນ, ພ້ອມ​ມີ​ຝົນຕົກ​ຟ້າ​ເຫລື້ອມ​ແຕ່​ວັນ​ທີ 12-16 ກັນຍາ​ນີ້.

ສຳລັບ​ສະພາບ​ອາກາດ​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ​ຈະ​ມີ​ໝອກບາງ​ປົກ​ຫຸ້ມ​ໃນ​ເຊົ້າ ​ແລະ ຝົນຕົກ ອຸນຫະພູມ​ຕໍ່າ​ສຸດ 17-19 ອົງສາ ​ແລະ ສູງ​ສຸດ 25-27 ອົງສາ, ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ​ຈະ​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ ​ແລະ ລົມ​ແຮງ​ເປັນ​ບາງ​ໂອກາດ ອຸນຫະພູມ​ຕໍ່າ​ສຸດ 20-22 ອົງສາ ​ແລະ ສູງ​ສຸດ 30-33 ອົງສາ, ພາກ​ກາງ ອາກາດ​ຈະ​ຮ້ອນ ​ແລະ ມີ​ຝົນຕົກ ພ້ອມ​ມີ​ລົມ​ແຮງ​ຢູ່​ບາງ​ບໍລິ​ເວນ ອຸນຫະພູມ​ຕໍ່າ​ສຸດ 17-19 ອົງສາ ​ແລະ ສູງ​ສຸດ 23-25 ອົງສາ, ພາກ​ໃຕ້ ອາກາດ​ຈະ​ຮ້ອນ ​ແລະ ມີ​ຝົນຕົກ​ຢູ່​ບາງ​ທ້ອງ​ຖິ່ນ ອຸນຫະພູມ​ຕໍ່າ​ສຸດ 22-24 ອົງສາ ​ແລະ ສູງ​ສຸດ 31-33 ອົງສາ, ນະຄອນຫລວງ​ວຽງ​ຈັນ ຈະ​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ ​ແລະ ມີ​ລົມ​ແຮງ​ເປັນ​ບາງ​ໂອກາດ ອຸນຫະພູມ​ຕໍ່າ​ສຸດ 23-25 ອົງສາ ​ແລະ ສູງ​ສຸດ 31-33 ອົງສາ.

ສ່ວນ​ລະດັບ​ນ້ຳຂອງ ​ແລະ ​ແມ່ນ້ຳສາຂາ​ຈະ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ ​ເນື່ອງ​ຈາກ​ຝົນ​ຍັງ​ຈະ​ສືບ​ຕໍ່​ຕົກ​ໃນ​ລະດັບ​ຄ່ອຍ​ຢູ່​ທົ່ວ​ໄປ ​ແລະ ຕົກ​ໜັກ​ຢູ່​ບາງ​ທ້ອງ​ຖິ່ນ.

- 5 - ຝົນ​ຈະ​ສືບ​ຕໍ່​ຕົກ​ແກ່ຍາວ​ຫລາຍ​ວັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!