2 ສິ່ງທີ່ທ່ານຄວນປ່ອຍວາງເພື່ອຊີວິດທີ່ມີຄວາມໝາຍຍິ່ງຂຶ້ນ
September 11, 2018 - 11:19 AM


ຫາກທ່ານເປັນຄົນມັກເກັບເລື່ອງຕ່າງໆໄວ້ໃນໃຈ ແລະ ບໍ່ເຄີຍໄດ້ປົດປ່ອຍມັນອອກມາເລີຍ ຕ້ອງມາເບິ່ງ 2 ວິທີດີໆທີ່ເມື່ອ ທ່ານໄດ້ປ່ອຍວາງຖິ້ມໄປໄດ້ແລ້ວ ຈະຊ່ວຍໃຫ້ຊີວິດທ່ານມີຄວາມສຸກ ແລະ ມີຄວາມໝາຍຫລາຍຍິ່ງຂຶ້ນໄດ້.
- ປົດປ່ອຍຄວາມຈິງ : ທ່ານອາດມີຄວາມຈິງບາງຢ່າງເຊື່ອງຢູ່ໃນເລິກໆພາຍໃນໂຕທ່ານ ເຊິ່ງຄວາມຈິງທີ່ທ່ານຍັງບໍ່ໄດ້ແບ່ງປັນກັບໃຜ ທັງເລື່ອງສ່ວນໂຕ ແລະ ເລື່ອງວຽກ ເຊິ່ງການເວົ້າຄວາມຈິງອອກມານີ້ຈະຊ່ວຍຫລຸດກຳແພງລະຫວ່າງທ່ານກັບອີກຝ່າຍໜຶ່ງໄດ້ເປັນຢ່າງດີ ທັງເຮັດໃຫ້ທ່ານກ້າຫານຫລາຍຍິ່ງຂຶ້ນ ທັງຍັງນຳໄປສູ່ການສື່ສານທີ່ດີ ແລະ ຄວາມສຳພັນທີ່ມີຄວາມໝາຍຍິ່ງຂຶ້ນນຳອີກ.
- ເຊົາເວົ້າໄປທົ່ວທີບ : ເມື່ອມີຄົນຖາມທ່ານວ່າ ສະບາຍດີບໍ່ ? ມື້ນີ້ເປັນແນວໃດ ? ລອງປ່ຽນຈາກຄຳຕອບສຳເລັດຮູບສັ້ນໆທີ່ມັກໃຊ້ມາເປັນການຕັ້ງໃຈຕອບຄຳຖາມຢ່າງກົງໄປກົງມາລອງເບິ່ງ ເຖິງວ່າຄົນທີ່ທ່ານລົມນຳອາດຈະບໍ່ແມ່ນໝູ່ ຫລື ເພື່ອນຮ່ວມງານທີ່ສະໜິດກັນ ເຊິ່ງການຕອບດ້ວຍຄວາມຈິງຈັງ ແລະ ຈິງໃຈເປັນຈຸດເລີ່ມຕົ້ນໃນການຮັດແໜ້ນຄວາມສຳພັນໃຫ້ຍິ່ງແໜ້ນແຟ້ນ ແລະ ເຮັດໃຫ້ການສົນທະນານັ້ນຍິ່ງມີຄວາມໝາຍຫລາຍຂຶ້ນກ່ວາເກົ່າ.
ການເຊົາລົມທັກທາຍດ້ວຍເລື່ອງທົ່ວທີບ ຫລື ເລື່ອງບໍ່ເປັນປະໂຫຍດແມ່ນແຕ່ກັບຄົນແປກໜ້າກໍອາດເຮັດໃຫ້ຊີວິດ ແລະ ຄວາມສຳພັນຂອງທ່ານມີຄຸນຄ່າຍິ່ງຂຶ້ນໄດ້ ຍິ່ງເມື່ອທ່ານເປີດໃຈຢ່າງແທ້ຈິງ ທຸກຄົນຈະເລີ່ມສຳຜັດໄດ້ ແລະ ຢາກໃກ້ຊິດທ່ານຫລາຍຂຶ້ນ ຫລື ທ່ານອາດລອງເຂົ້າໄປເບິ່ງວີດີໂອເນື້ອຫາດີໆກ່ຽວກັບສິລະປະການເວົ້າໃຫ້ມີຄຸນຄ່າໃນ 8 ວີດີໂອ TED TALK ເບິ່ງໄດ້ ຮັບຮອງວ່າທ່ານຕ້ອງປ່ຽນຄວາມຄິດໄປໃນທັນທີເມື່ອທ່ານເບິ່ງຈົນຈົບ.
ການປັບປ່ຽນໃນເລື່ອງນ້ອຍໆສອງຢ່າງນີ້ຈະຊ່ວຍເປີດພື້ນທີ່ໃຫ້ທ່ານໄດ້ສະແດງສັກກະຍະພາບ ເພື່ອຊີວິດການເຮັດວຽກ, ຊີວິດສ່ວນໂຕ ແລະ ຄວາມສຳພັນທີ່ດີຂຶ້ນໄດ້ຢ່າງແນ່ນອນ.