ຜົນກະທົບຕໍ່ສຸຂະພາບ ແລະ ການຮັບມືສຳລັບຄົນເຮັດວຽກເປັນກະ


ມີຫລາກຫລາຍອາຊີບທີ່ຍັງຕ້ອງເຂົ້າເຮັດວຽກເປັນກະ ແລ້ວສະລັບສັບປ່ຽນໝູນວຽນເວລາເຮັດວຽກກັນໄປເລື້ອຍໆ, ມື້ນີ້ເຮັດ ວຽກຕອນເຊົ້າ ອີກມື້ໜຶ່ງເຮັດວຽກຕອນບ່າຍ, ອາທິດເຮັດວຽກຕອນເດິກ ອາດຈະແມ່ນຜູ້ຮັກສາຄວາມປອດໄພ, ນັກຂ່າວ, ທ່ານໝໍ, ພະຍາບານ, ພະນັກງານໃນໂຮງງານທີ່ເຮັດການຜະລິດຕະຫລອດ 24 ຊົ່ວໂມງ, ຕຳຫລວດ, ທະຫານບາງຕຳແໜ່ງ, ນັກບິນ, ພະນັກງານຕ້ອນຮັບເທິງເຮືອບິນ, ພະນັກງານເສີບ ຫລື ພໍ່ຄົວແມ່ຄົວທີ່ເຮັດວຽກໃນຮ້ານອາຫານທີ່ເປີດ 24 ຊົ່ວໂມງ ເປັນຕົ້ນ. ການພັກຜ່ອນທີ່ບໍ່ກົງເວລາໃນແຕ່ລະມື້ ເຮັດໃຫ້ໂມງຮ່າງກາຍຜິດປົກກະຕິ ຈົນອາດສົ່ງຜົນຮ້າຍຕໍ່ຮ່າງກາຍໄດ້.
ຈາກການສຶກສາການເຮັດວຽກຂອງຮ່າງກາຍມະນຸດ ເຊັ່ນ : ອຸນຫະພູມຮ່າງກາຍ, ການຜະລິດຮໍໂມນ, ການເຕັ້ນຂອງຫົວໃຈ, ຄວາມດັນເລືອດສູງ, ການເຮັດວຽກຂອງກະເພາະອາຫານ ເປັນແບບ 24 ຊົ່ວໂມງ ໂດຍວົງອ້ອມການເຮັດວຽກຕ່າງໆຈະປະສານສອດຄ່ອງກັນ ໂດຍມີສະໝອງ, ປັດໄຈພາຍນອກ ແລະ ສິ່ງແວດລ້ອມເປັນໂຕຄວບຄຸມ ດັ່ງນັ້ນເມື່ອຕ້ອງເຮັດວຽກເປັນກະ ຮ່າງກາຍຈະມີການປັບວົງຈອນການນອນໃຫ້ສອດຄ່ອງກັບກະທີ່ເຮັດວຽກ, ແຕ່ວົງຈອນອື່ນໆຈະຕ້ອງໃຊ້ເວລາໃນການປັບ ເຊິ່ງໂດຍທົ່ວໄປປະມານ 1 ອາທິດ ຫລື ຫລາຍກ່ວານັ້ນ ຜົນກະທົບທີ່ຕາມມາຄືນອນບໍ່ພຽງພໍ ເຮັດໃຫ້ອິດເມື່ອຍອ່ອນເພຍ, ສູນເສຍສະມາທິ ແລະ ການຕັດສິນໃຈຊ້າລົງ. ນອກຈາກນີ້ຍັງເພີ່ມຄວາມສ່ຽງຂອງຄວາມຜິດພາດ ແລະ ອາດເປັນອັນຕະລາຍຕໍ່ຊີວິດ. ໂດຍຜົນກະທົບດ້ານສຸຂະພາບນັ້ນມີ 2 ໄລຍະ ຄື :
- ໄລຍະສັ້ນ : ຜູ້ທີ່ຕ້ອງເຮັດວຽກກະເດິກຈະໄດ້ຮັບຜົນກະທົບທັນທີໃນຄືນທຳອິດ ເຮັດໃຫ້ນອນຫລັບບໍ່ພຽງພໍ (ປະລິມານຊົ່ວ ໂມງການນອນ) ແລະ ຄຸນນະພາບຂອງການນອນ (ຫລັບບໍ່ສະໜິດ) ຜົນທີ່ຕາມມາຄື ຄວາມອິດເມື່ອຍອ່ອນເພຍ, ເຄັ່ງຄຽດ, ປະ ສິດທິພາບການຕັດສິນໃຈຫລຸດລົງ.
- ໄລຍະຍາວ : ຈະມີອາການເຄັ່ງຄຽດຈາກການນອນຫລັບບໍ່ພຽງພໍ ມັກເປັນສາເຫດທີ່ນຳມາເຊິ່ງບັນຫາສຸຂະພາບຕ່າງໆ ໃນໄລຍະຍາວ ໄດ້ແກ່ : ພະຍາດຫົວໃຈ ແລະ ຫລອດເລືອດຫົວໃຈອັດຕັນ, ຄວາມດັນເລືອດສູງ ແລະ ກ້າມຊີ້ນຫົວໃຈຂາດເລືອດ ເຖິງ 40%, ພະຍາດກະເພາະອາຫານຫລາຍກ່ວາ 5 ເທົ່າຂອງຄົນປົກກະຕິ, ພະຍາດມະເຮັງເຕົ້ານົມໃນແມ່ຍິງ 30%, ພະຍາດລະບົບອາຫານ, ເບົາຫວານ, ຕຸ້ຍ, ຈິດ – ປະສາດກັງວົນ, ຊຶມເສົ້າ, ບັນຫາຄອບຄົວ ແລະ ສັງຄົມ. ສຳລັບໃນແມ່ຍິງອາດມີຜົນຕໍ່ຮໍໂມນ ແລະ ລະບົບການສືບພັນ ເຮັດໃຫ້ມີລູກຍາກ, ເກີດລູກກ່ອນກຳນົດ ຫລື ຫລຸລູກໄດ້ງ່າຍ.
– ຂໍ້ແນະນຳສຳລັບຜູ້ທີ່ຕ້ອງເຮັດວຽກເປັນກະ :
- ການນອນ : ພະຍາຍາມນອນໃນຕອນແລງໃຫ້ໄດ້ປະມານ 2 – 3 ຊົ່ວໂມງ, ໃຊ້ເຄື່ອງປ້ອງກັນສຽງເພື່ອຕັດສຽງລົບກວນ, ງົດຊາ, ກາເຟ ຫລື ສານກະຕຸ້ນປະສາດກ່ອນນອນ 2 – 3 ຊົ່ວໂມງ.
- ການກິນອາຫານ : ບໍ່ຄວນກິນອາຫານຫລາຍໆໃນຕອນແລງ ຫລື ຫລັງທ່ຽງຄືນໄປແລ້ວ ໃຫ້ກິນອາຫານເບົາໆ, ແຕ່ອຸດົມໄປດ້ວຍຄຸນຄ່າທາງສານອາຫານ ເຊິ່ງນົມຖືເປັນອາຫານທີ່ເໝາະສົມທີ່ສຸດ ເນື່ອງຈາກມີຄຸນຄ່າທາງອາຫານສູງ, ຍ່ອຍງ່າຍ ແລະ ເປັນສານເຄືອບກະເພາະອາຫານ.
- ອອກກຳລັງກາຍ : ຄວນອອກກຳລັງກາຍຫລັງຕື່ນນອນຈະຊ່ວຍເພີ່ມອຸນຫະພູມໃນຮ່າງກາຍ ເຮັດໃຫ້ສົດຊື່ນ ແລະ ຫ້າວຫັນຂຶ້ນ ຫາກປະຕິບັດໄດ້ຕາມຄຳແນະນຳຈະເຮັດໃຫ້ສຸຂະພາບແຂງແຮງ ແລະ ພ້ອມທີ່ຈະເຮັດວຽກເປັນກະຕໍ່ໄປໄດ້ຢ່າງມີປະສິດທິພາບ.