ກາແດງລາວລົງມອບເຄື່ອງຊ່ວຍເຫລືອປະຊາຊົນທີ່ປະສົບໄພນ້ຳຖ້ວມຢູ່ບ້ານເວີນແຄນ
September 11, 2018 - 9:36 AM


ໃນວັນທີ 8 ກັນຍານີ້, ອົງການກາແດງລາວ ຮ່ວມກັບ ຄະນະນຳເມືອງໄຊທານີ ແລະ ກາແດງນະຄອນຫຼວງວຽງ ຈັນ ນໍາໂດຍທ່ານ ສິງ ເມໂນ ລາດ ຮອງປະທານອົງການ ກາ ແດງລາວ, ມີຮອງເຈົ້າ ເມືອງ ເມືອງໄຊທານີ ໄດ້ນໍາ ເອົາເຄື່ອງຊ່ວຍເຫຼືອທີ່ຈໍາເປັນ ຈໍານວນໜຶ່ງໄປມອບໃຫ້ປະ ຊາຊົນບ້ານເວີນແຄນ ເມືອງ ໄຊທານີ ຊຶ່ງເປັນ 1 ໃນ 104 ບ້ານທີ່ຖືກຜົນກະທົບຈາກ ໄພນໍ້າຖ້ວມ ຊຶ່ງບ້ານດັ່ງກ່າວມີ 152 ຄອບຄົວ, ມີຈຳນວນພົນ ລະເມືອງ 766 ຄົນ, ຍິງ 333 ຄົນ. ເຄື່ອງທີ່ນຳມາຊ່ວຍ ເຫຼືອຄັ້ງນີ້ປະກອບມີເຂົ້າສານ 1 ໂຕນ, ໝີ່ສໍາເລັດຮູບ, ເຂົ້າ ໜົມ ແລະ ນ້ຳດື່ມ ລວມມີມູນ ຄ່າຫຼາຍກວ່າ 18 ລ້ານກີບ.


+ ສະພາກາແດງ ສ. ເກົາຫລີ ໃຫ້ການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອັດຕະປືຫລາຍກວ່າ 57 ພັນໂດລາ
+ ສະພາກາແດງສິງກະໂປໃຫ້ການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

