ຫລາຍໂຮງຮຽນຢູ່ເມືອງສະໜາມໄຊຍັງບໍ່ສາມາດດຳເນີນການຮຽນ-ການສອນ ໄດ້ຢ່າງເປັນປົກກະຕິ


ແຫລ່ງຂ່າວ ຂປລ ລາຍ ງານວ່າ: ຫລາຍໂຮງຮຽນ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື, ຍັງບໍ່ສາມາດດໍາ ເນີນການຮຽນ-ການສອນໄດ້ ເປັນປົກກະຕິ ຂະນະທີ່ ຊັ້ ມ4, ມ7 ກໍໄດ້ຂຸ້ນຂ້ຽວເປີດການຮຽນ ຄືກັບໂຮງຮຽນຫລາຍໆ ແຫ່ງ ໃນທົ່ວປະເທດ.
ຜູ້ ຮັກສາການຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາ ເມືອງສະໜາມໄຊ ໃຫ້ຮູ້ວ່າ: ການຈັດຕັ້ງການຮຽນ-ການ ສອນ ໃນສົກຮຽນນີ້ຍັງພົບ ຄວາມຫຍຸ້ງຍາກຫລາຍ ໂດຍ ສະເພາະໂຮງຮຽນຫລາຍ ແຫ່ງເປ່ເພຍັງບໍ່ສາມາດປົວ ແປງສຳເລັດ ປັດຈຸບັນມີນັກ ຮຽນ ຊັ້ນປະຖົມທັງໝົດ 3.300 ກວ່າຄົນ, ຊັ້ນມັດທະະຍົມຕົ້ນ 1.170 ກວ່າຄົນ ແລະ ຄູ-ອາ ຈານ 100 ກວ່າຄອບຄົວ ທີ່ໄດ້ ຮັບຜົນກະທົບຈາກໄພພິບັດ ດັ່ງກ່າວ ມີໂຮງຮຽນ 29 ແຫ່ງ, ໄດ້ຮັບຜົນກະທົບ. ໃນນັ້ນ ມີ 2 ແຫ່ງ ຢູ່ບ້ານໃໝ່ ແລະ ບ້ານ ຫີນລາດ, ບໍ່ສາມາດສ້ອມ ແປງ ແລະ ຟື້ນຟູໄດ້, ມີປື້ມ ແບບຮຽນ ແລະ ຄູ່ມືຄູ ປ1-ປ5 ແລະ ມ1-ມ4 ຖືກເສຍຫາຍ ເປັນຈຳນວນຫລາຍ, ໂຕະ, ຕັ່ງ, ກະດານດໍາ, ຕູ້ໃສເອກະສານ ແລະ ຄອມພີວເຕີທັງໝົດ ຖືກເສຍຫາຍ.
+ ກະຊວງສຶກສາຕັດສິນຕຳແໜ່ງວິຊາການຄູຊັ້ນອະນຸບານ ແລະ ປະຖົມສຶກສາໃນ 4 ແຂວງ
+ ສົກຮຽນ 2018-2019 ມະຫາວິທະຍາໄລ 5 ແຫ່ງທົ່ວປະເທດຈະຮັບນັກສຶກສາ 10-11 ພັນກວ່າຄົນ
ຜູ້ຮັກສາການຫົວໜ້າ ຫ້ອງການສຶກສາເມືອງດັ່ງ ກ່າວໃຫ້ຮູ້ຕື່ມວ່າ: ໂຮງຮຽນທີ່ ຖືກ ຜົນກະທົບໜັກ ມີ 7 ແຫ່ງ ຄື: ໂຮງຮຽນປະຖົມທ່າແສງ ຈັນ, ປະຖົມຫີນລາດ, ປະຖົມ ທ່າຫີນໃຕ້, ປະຖົມບ້ານໃໝ່, ປະຖົມສະໝອງໃຕ້, ປະຖົມໂຄກ ກ່ອງ ແລະ ມຕ ເຊປຽນ. ລວມ ມີນັກຮຽນຊັ້ນປະຖົມ 580 ກວ່າ ຄົນ, ຍິງ 260 ຄົນ, ຊັ້ນມັດ ທະຍົມຕົ້ນ 315 ຄົນ, ຍິງ 140 ກວ່າຄົນ, ມີຄອບຄົວພະນັກ ງານຄູສອນ ທີ່ຖືກຜົນກະທົບ ໜັກ 30 ຄອບຄົວ ແລະ ມີສອງ ຄົນໄດ້ຮັບບາດເຈັບ ແລະ ອີກ ຄົນໜຶ່ງຢູ່ບ້ານຫີນລາດໄດ້ເສຍ ຊີວິດແລ້ວ. ພ້ອມນີ້ກໍມີນັກ ຮຽນເສຍຊີວິດ 4 ຄົນ, ຍິງ 2 ຄົນ. ຂະນະທີ່ຄູບໍ່ສາມາດກັບ ໄປເຮັດໜ້າທີ່ສິດສອນຍ້ອນ ຖືກຍົກຍ້າຍ ແລະ ບໍ່ມີເຮືອນ ພັກອາໄສ 27 ຄົນ./.