ບັນຫາແນວພັນຄືສິ່ງຈຳເປັນຂອງເມືອງມະຫາໄຊພາຍຫລັງນ້ຳຫລຸດລົງ


ຫົວໜ້າຫ້ອງການກະສິ ກໍາ ແລະ ປ່າໄມ້ເມືອງມະຫາໄຊ ໃຫ້ຮູ້ວ່າ: ໃນລະດູການຜະລິດ ເຂົ້ານາປີ 2018 ນີ້ ເມືອງມະ ຫາໄຊ ແຂວງຄຳມ່ວນຖືກ ນໍ້າຖ້ວມ ຈໍານວນ 56 ບ້ານ. ມີເນື້ອທີ່ການຜະລິດ 3.712 ເຮັກຕາ, ແລະ ຄາດວ່າຈະມີ ເນື້ອ ທີ່ນາເສຍຫາຍຫລາຍກວ່າ 2.000 ເຮັກຕາ, ມີເນື້ອທີ່ຜົນ ລະປູກຕ່າງໆ 139 ເຮັກຕາ, ງົວ, ຄວາຍຕາຍ ຫລາຍກວ່າ 30 ໂຕ ແບ້ ແລະ ສັດປີກຫລາຍ ພັນໂຕໄດ້ຮັບຄວາມເສຍຫາຍ, ໜອງປາ 25 ເຮັກຕາ, ໄດ້ຮັບ ຄວາມເສຍຫາຍ, ພື້ນຖານ ໂຄງລ່າງຕາຂ່າຍໄຟຟ້າຊົນລະ ປະທານຖືກເປ່ເພເສຍຫາຍ ຈຳນວນຫລາຍ, ເຮັດໃຫ້ໄຟຟ້າ ຖືກ ຕັດຂາດຈົນມາຮອດປັດ ຈຸບັນກໍຍັງບໍ່ສາມາດເປີດການ ນຳໃຊ້ໄຟຟ້າໄດ້ ພ້ອມກັນນັ້ນ ເຂື່ອນຫົວງານຈັກສູບນໍ້າແກນ ງ່ຽງໂຄງການ ມະຫາໄຊ ບ່ອນ ຕັ້ງຕີນຕໍມໍເສົາທໍ່ດູດນໍ້າຂຶ້ນ ຖືກນໍ້າກັດເຊາະເຮັດໃຫ້ມີ ຄວາມສ່ຽງອາດຍຸບຕົວລົງກໍ ເປັນໄດ້.


+ ຫົວຫນ້າຄະນະຈັດຕັ້ງສູນກາງພັກເນັ້ນຫລາຍບັນຫາໃຫ້ຄະນະພັກ ກຊສ ເອົາໃຈໃສ່ປັບປຸງແກ້ໄຂ
+ ບາງຫລັກການເບິ່ງແຍງສຸຂະພາບຈິດໃນຍາມມີບັນຫາເຂົ້າມາ
ຫົວໜ້າຫ້ອງການກະ ສິກຳເມືອງກ່າວວ່າ: ຕໍ່ກັບສະ ພາບການດັ່ງກ່າວອາດສ້າງ ຜົນກະທົບໜັກຕໍ່ລະດູການ ຜະລິດເຂົ້ານາແຊງທີ່ຈະມາ ເຖິງ ຖ້າຫາກບໍ່ມີການແກ້ໄຂ ບັນຫາແຕ່ຫົວທີເປັນຕົ້ນແມ່ນ ການສະໜອງງົບປະມານ ສ້ອມແປງລະບົບໄຟຟ້າ ແລະ ຟື້ນຟູ ຊົນລະປະທານຄືນໃໝ່ ເພື່ອຮອງຮັບ ແກ່ການຜະລິດ ເຊິ່ງບັນຫາດັ່ງກ່າວທາງອໍາ ນາດການປົກຄອງເມືອງກໍ ໄດ້ມີການ ປຶກສາຫາລືກັນເພື່ອ ຊອກຫາວິທີແກ້ໄຂມາແຕ່ຕົ້ນ ແລ້ວ ໂດຍມີ 2 ປະເດັນໃຫຍ່ ຄື: ການແກ້ໄຂບັນຫາໃນໄລ ຍະນໍ້າຖ້ວມ ແລະ ການແກ້ ໄຂບັນຫາ ຫຼັງນໍ້າຫຼຸດລົງ, ພ້ອມ ໄດ້ມີການສະເໜີຂໍງົບປະມານ ເພື່ອຈັດຊື້ແນວພັນເຂົ້າ-ແນວ ພັນພືດເພື່ອຕອບສະໜອງໃຫ້ ແກ່ການຜະລິດລະດູແລ້ງທີ່ ຈະມາເຖິງ ໄດ້ພຽງພໍ ແລະ ງົບ ປະມານເພື່ອຈັດຊື້ຢາວັກຊິນ ປ້ອງກັນພະຍາດສັດພາຍຫຼັງ ນໍ້າຫຼຸດລົງ./.

