ຮອງ​ນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ລົງ​ຢ້ຽມຢາມ ​ແລະ ​ແນະນຳ​ແຂວງ​ຫລວງ​ພະ​ບາງ​ຮີບ​ຮ້ອນ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ໃຫ້​ທັນ​ເວລາ

- 41467960 680226035691216 4878473169058398208 n - ຮອງ​ນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ລົງ​ຢ້ຽມຢາມ ​ແລະ ​ແນະນຳ​ແຂວງ​ຫລວງ​ພະ​ບາງ​ຮີບ​ຮ້ອນ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ໃຫ້​ທັນ​ເວລາ
- kitchen vibe - ຮອງ​ນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ລົງ​ຢ້ຽມຢາມ ​ແລະ ​ແນະນຳ​ແຂວງ​ຫລວງ​ພະ​ບາງ​ຮີບ​ຮ້ອນ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ໃຫ້​ທັນ​ເວລາ

ໃນວັນທີ 9 ກັນຍານີ້, ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ລົງຢ້ຽມຢາມແລະ ແນະນໍາອໍານາດການປົກຄອງແຂວງຫລວງພະບາງໃຫ້ຮີບຮ້ອນຊ່ວຍເຫລືອຜູ້ປະສົບໄພໄດ້ທັນເວລາ ແລະ ໃນໂອກາດນີ້, ທ່ານຮອງນາຍົກ ໄດ້ຮັບລາຍງານຈາກທ່ານເຈົ້າແຂວງດັ່ງກ່າວວ່າ: ສະພາບນ້ໍາຖ້ວມຢູ່ແຂວງຂອງຕົນໄດ້ເກີດຂຶ້ນນັບແຕ່ກາງເດືອນກໍລະກົດ 2018ເປັນຕົ້ນມາໄດ້ເກີດມີຝົນຕົກຫນັກຕິດຕໍ່ຫລາຍວັນ ເຮັດໃຫ້ເກີດນ້ໍາຖ້ວມແລະ ດິນເຈື່ອນໃນຫລາຍເມືອງຄື: ເມືອງຊຽງເງິນມີ 16 ບ້ານໄດ້ຮັບຜົນກະທົບ, ມີ ຜູ້ເສຍຊີວິດ4 ຄົນ (ຍິງ 2 ຄົນ) ຍ້ອນນ້ໍາປ່າໄຫລຊຸ ແລະ ຍັງມີ 3 ຄົນສູນຫາຍ(ຍິງ 2 ຄົນ). ນອກນີ້ ຍັງມີເນື້ອທີ່ການຜະລິດເກືອບ 80 ເຮັກຕາໄດ້ຮັບຜົນເສຍຫາຍ, ສັດລ້ຽງປະເພດແບ້, ຫນອງປາ, ເສັ້ນທາງຈໍານວນຫນຶ່ງເປ່ເພເສຍຫາຍ;ເມືອງພູຄູນມີ 24 ບ້ານໄດ້ຮັບຜົນກະທົບ, ມີເນື້ອທີ່ການຜະລິດ90 ກວ່າເຮັກຕາ, ສັດລ້ຽງຕ່າງໆ200 ກວ່າໂຕ ແລະ ເຮືອຈັກຈໍານວນຫນຶ່ງເສຍຫາຍ; ເມືອງປາກແຊງມີ 12 ບ້ານໄດ້ຮັບຜົນກະທົບ, ມີຜູ້ເສຍຊີວິດ 2 ຄົນຍ້ອນຖືກນ້ໍາຖ້ວມ, ເນື້ອທີ່ການຜະລິດ 30 ກວ່າເຮັກຕາ, ສັດລ້ຽງຕ່າງໆ 450 ກວ່າໂຕ, ລະບົບນ້ໍາລິນ 22 ແຫ່ງ, ຫນອງປາ13 ຫນອງ, ຊົນລະປະທານ 4 ແຫ່ງ ແລະ ເສັ້ນທາງຈໍານວນຫນຶ່ງໄດ້ຮັບຄວາມເສຍຫາຍ; ເມືອງນ້ໍາບາກມີ 21 ບ້ານໄດ້ຮັບຜົນກະທົບ, ມີຜູ້ເສຍຊີວິດ 2 ຄົນຍ້ອນຖືກນ້ໍາຖ້ວມ, ມີເນື້ອທີ່ການຜະລິດກວ່າ 340 ເຮັກຕາ, ມີຫນອງປາ 10 ຫນອງ, ເສັ້ນທາງແລະ ຂົວຈໍານວນຫນຶ່ງໄດ້ຮັບຄວາມເສຍຫາຍ; ເມືອງງອຍມີ 15 ບ້ານໄດ້ຮັບຜົນກະທົບ, ມີເດັກນ້ອຍເສຍຊີວິດ 1 ຄົນ ຍ້ອນຖືກນ້ໍາຖ້ວມ. ນອກນີ້ ຍັງມີເນື້ອທີ່ການຜະລິດ, ສັດລ້ຽງຈໍານວນຫນຶ່ງໄດ້ຮັບຄວາມເສຍຫາຍແລະ ນະຄອນຫລວງພະບາງມີ 4 ບ້ານໄດ້ຮັບຜົນກະທົບ, ມີຜູ້ເສຍຊີວິດ 1 ຄົນຍ້ອນຖືກນ້ໍາຖ້ວມ, ເນື້ອທີ່ການຜະລິດຫລາຍກວ່າ 20 ເຮັກຕາ, ຄອງເຫມືອງ 4 ແຫ່ງ, ເສັ້ນທາງ ແລະ ຂົວຈໍານວນຫນຶ່ງໄດ້ຮັບຄວາມເສຍຫາຍ.

ໃນໂອກາດດັ່ງກ່າວ, ທ່ານສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ອໍານາດການປົກຄອງແຂວງສືບຕໍ່ຕິດຕາມການປ່ຽນແປງຂອງສະພາບດິນຟ້າອາກາດຢ່າງໃກ້ຊິດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ເອົາໃຈໃສ່ໃນການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບໂດຍສະເພາະຜູ້ເຖົ້າ ແລະ ເດັກນ້ອຍ; ໃຫ້ສໍາຫຼວດ ແລະ ປະເມີນຄວາມເສຍຫາຍທີ່ເກີດຂຶ້ນໃນຄັ້ງນີ້. ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ແຈ້ງຂໍ້ມູນຂ່າວສານໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທັນການ. ສໍາຄັນແມ່ນຕ້ອງມີການສ້າງແຜນເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ຫນ້າ. ພ້ອມນີ້ ທ່ານຮອງນາຍົກ ໄດ້ມອບເງິນຈໍານວນ 10 ລ້ານກີບໃຫ້ແກ່ບ້ານນາຕານນະຄອນຫລວງພະບາງ ເພື່ອນໍາໃຊ້ເຂົ້າໃນສິ່ງຈໍາເປັນຕ່າງໆ.

- Visit Laos Visit SALANA BOUTIQUE HOTEL - ຮອງ​ນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ລົງ​ຢ້ຽມຢາມ ​ແລະ ​ແນະນຳ​ແຂວງ​ຫລວງ​ພະ​ບາງ​ຮີບ​ຮ້ອນ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ໃຫ້​ທັນ​ເວລາ

ຈາກນັ້ນ, ທ່ານ ສອນໄຊພ້ອມດ້ວຍຄະນະໄດ້ເດີນທາງໄປເບິ່ງສະພາບຄວາມເສຍຫາຍຂອງສົ້ນຂົວນໍ້າເຊືອງທີ່ມີການຊຸດໂຕລົງ ເຊິ່ງເຮັດໃຫ້ການສັນຈອນໄປ-ມາຂອງປະຊາຊົນພົບຄວາມຫຍຸ້ງ. ຕໍ່ບັນຫາດັ່ງກ່າວ, ທ່ານໄດ້ຊີ້ນໍາໃຫ້ຂະແຫນງການທີ່ກ່ຽວຂ້ອງກວດກາຄືນຄວາມເສຍຫາຍ ເພື່ອຊອກຫາວິແກ້ໄຂໃຫ້ສໍາເລັດໂດຍໄວ.

- 5 - ຮອງ​ນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ລົງ​ຢ້ຽມຢາມ ​ແລະ ​ແນະນຳ​ແຂວງ​ຫລວງ​ພະ​ບາງ​ຮີບ​ຮ້ອນ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ໃຫ້​ທັນ​ເວລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!