ຮ່ວມແຮງຮ່ວມໃຈຕ້ານອຸທົກກະໄພ


ໂດຍ: ທິດກ່ຳ
ເວົ້າເຖິງເຫດການອຸທົກກະໄພ ຫລື ວ່ານ້ຳຖ້ວມຢູ່ປະເທດ ເຮົາປີນີ້ຖືວ່າໜັກໜ່ວງ ແລະ ເປັນບໍລິເວນກວ້າງອີ່ຫລີ ຕາມ ທິດກ່ຳ ໄດ້ຕິດຕາມແຫລ່ງຂ່າວ ຄາວແຕ່ຫົວປີມາແຂວງທີ່ບໍ່ມີ ຜົນກະທົບໜັກຍ້ອນໄພນ້ຳຖ້ວມ ກໍເຫັນວ່າມີແຂວງສາລະວັນ ກັບແຂວງເຊກອງ, ສ່ວນວ່າ ແຂວງອື່ນໆ ນັ້ນເກືອບເວົ້າໄດ້ ວ່າລຽບໝົດ.
+ ແຂວງຈຳປາສັກໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມ
+ ອຸຕຸເຕືອນ !!! ທຸກພາກກຽມຮັບມືນ້ຳຖ້ວມຫລັງລະດັບນ້ຳສາຍຕ່າງໆຂຶ້ນເກີນເຂດອັນຕະລາຍແລ້ວ
ສຳລັບປີນີ້ແຂວງທີ່ຖືກ ຜົນກະທົບໜັກກວ່າໝູ່ກໍແມ່ນ ແຂວງອັດຕະປື, ຕໍ່ມາກໍມີຄຳ ມ່ວນ, ສະຫວັນນະເຂດ, ອຸດົມ ໄຊ, ໄຊຍະບູລີ, ຊຽງຂວາງ ແລະ ແຂວງອື່ນໆ ຕາມໆກັນມາຜູ້ ຫລາຍຜູ້ໜ້ອຍ, ສະເພາະ ແຂວງ ຫົວພັນເວົ້າໄດ້ວ່າເກີດຊ້ຳທ້າຍ ໝູ່ ແລະ ເປັນຄັ້ງປະຫວັດສາດ ໃນຫລາຍຮ້ອຍປີຜ່ານມາ.
ມັນກະຄືວ່າຫັ້ນລະ, ເຖົ້າ ແກ່ບູຮານເພິ່ນເຄີຍເວົ້າດັບນ້ຳ ດັບໄຟເປັນມະຫັນຕະໄພທີ່ອັນ ຕະລາຍຮ້າຍກາດ ເມື່ອຈຳເປັນ ມາອີ່ຫລີກໍຂໍພຽງຊີວິດອິນຊີ ຫລອດພົ້ນກໍຖືວ່າຍັງໂຊກດີ, ຊັບສິນທີ່ຖືກເສຍຫາຍກໍໄປ ຕັ້ງເນື້ອຕັ້ງຕົວເຮັດເອົາ, ສ້າງ ເອົາໃນພາຍໜ້າ.
ສຳລັບແຂວງວຽງຈັນກັບນະຄອນຫລວງວຽງຈັນ ເຮົາປີນີ້ ກໍຖືວ່າໜັກໜ່ວງພໍສົມຄວນ ສະ ເພາະເມືອງໄຊທານີແມ່ນມີນ້ຳ ໄຫລເຂົ້າຖ້ວມເຖິງ 56 ບ້ານ, ໃນເບື້ອງຕົ້ນຕອນຍັງບໍ່ທັນເປີດ ປະຕູນ້ຳຢູ່ເຂື່ອນນ້ຳງື່ມ 1 ໃຜກໍ ນຶກວ່າແຖວລ່ອງງື່ມເຮົາຕ້ອງ ປອດໄພ; ແຕ່ສຸດທ້າຍພໍເປີດ ໝົດ 4 ປ່ອງນ້ຳໄດ້ທະລຸເຂົ້າ ລົ້ນຖ້ວມນັບແຕ່ຫລັງເຂື່ອນຈົນ ໄປຮອດປາກງື່ມ.
ໃນປັດຈຸບັນ, ເຮືອນຊານ ບ້ານຊ່ອງ, ພື້ນຖານການຜະລິດ, ເຄື່ອງປູກຂອງຝັງຢູ່ລຽບແຄມ ງື່ມບ່ອນທີ່ເຄີຍມີສາຍານາມ ວ່າຖິ່ນດິນດຳນ້ຳຊຸ່ມກໍເລີຍຕົກ ເປັນຖິ່ນດິນດຳນ້ຳຖ້ວມໃນສະ ພາກາເຟມີໝູ່ເພື່ອນຫລາຍຄົນ ຕ່າງກໍພາກັນເວົ້າວ່າຂັ້ນຕໍ່ໄປ ດິນແຖວລ່ອງງື່ມອາດຕົກລາ ຄາຈົນບໍ່ມີໃຜຢາກຊື້ອີກແລ້ວ ວ່າຊັ້ນ!.
ຕອນມີເຫດການສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກພັງຄົນລາວໃນທົ່ວປະເທດສ່ວນຫລາຍໃຜກໍຫັນໜ້າໄປເມືອງສະໜາມ ໄຊດ້ວຍຄວາມຮູ້ສຶກເຫັນໃຈ ແລະ ເອັນດູສົງສານຕໍ່ຜູ້ທີ່ຖືກຜົນ ກະທົບໂດຍນຳເອົາວັດຖຸສິ່ງ ຂອງ ເງິນຄຳ, ເຂົ້າສານອາຫານ ແຫ້ງໄປຊ່ວຍເຫລືອຢ່າງເປັນ ຂະບວນໜາແໜ້ນ ແລະ ເຕັມ ໄປດ້ວຍຄວາມເປັນມະນຸດສະ ທຳຕໍ່ຄົນໃນເຊື້ອຊາດດ້ວຍກັນ, ແຕ່ພໍຕົກໃນເວລາຕໍ່ມາ, ພາຍຸ ເຊີນຕີນກັບເບີບິນກາເຂົ້າມາ ອາລະວາດກໍເຮັດໃຫ້ຫລາຍ ແຂວງ, ຫລາຍ ເມືອງ ແລະ ຫລາຍທ່ອງຖິ່ນເກີດມີບັນຫາ ນ້ຳຖ້ວມຢ່າງໜັກໜ່ວງ ແລະ ເປັນບໍລິເວນກວ້າງ.
ເມື່ອເກີດມີສະພາບ ດັ່ງກ່າວ ແຕ່ລະບ້ານ, ແຕ່ລະເມືອງ ແລະ ແຕ່ລະແຂວງກໍມີຜົນກະທົບ ຢ່າງໃຫຍ່ຫລວງ, ຈົນວ່າບໍ່ມີ ໃຜຈະຊ່ວຍໃຜໃນເວລາອັນຄັບ ຂັນມາເຖິງຕົນເອງ.
ເມື່ອຕັ້ງໂຈດກັນ ວ່າເປັນ ຫຍັງຈຶ່ງພາກັນຕົກຢູ່ໃນສະ ພາບແບບນີ້? ຄຳຕອບກໍຍ້ອນ ວ່າປີນີ້ຝົນຕົກຫລາຍເກີດນ້ຳ ຖ້ວມໃນແຕ່ລະທ້ອງຖິ່ນແຕ່ ເໜືອເຖິງໃຕ້ຈຳເປັນແຕ່ລະ ເຂື່ອນກໍຕ້ອງໄດ້ປ່ອຍນ້ຳ, ຖ້າ ຂືນປະໄວ້ເຂື່ອນຈະແຕກພັງ ດັ່ງບົດຮຽນເມືອງສະໜາມໄຊ, ຖ້າເຮົາມາຄິດໄລ່ເບິ່ງສະເພາະ ແຕ່ສາຍນ້ຳ ງື່ມນັບແຕ່ເຂື່ອນ ນ້ຳງື່ມ 3 , ນ້ຳງື່ມ 2 ມາຮອດ ນ້ຳງື່ມ 1 ພາກັນປ່ອຍນ້ຳເປັນ ລຳ ດັບມາມັນກໍມາໂຮມກັນຢູ່ບ່ອນ ສຸດທ້າຍກໍມີຄວາມຈຳເປັນ ຕ້ອງໄດ້ປ່ອຍອອກ, ເມື່ອປ່ອຍ ໄປແລ້ວ, ມວນນ້ຳມະຫາສານ ກໍຈຳເປັນຕ້ອງໄດ້ລຸລັ່ງທັ່ງເທ ໄປຫາບ່ອນຕ່ຳຖ້ວມຊະຖ້ວມ ຊາຍໄປຕາມສະພາບຄວາມ ເປັນຈິງຢ່າງປະຕິເສດບໍ່ໄດ້.
ເມື່ອສະພາບເປັນ ຄືແນວ ນີ້ກໍບໍ່ຈັກວ່າໃຜຈະຊ່ວຍໃຜ, ເພາະຢູ່ບ່ອນໃດ, ບ້ານໃດ, ເມືອງ ໃດກໍຖືກອຸທົກກະໄພ, ວິນາທີ ສຸດທ້າຍກໍກຸ້ມໃຜກຸ້ມມັນ ຫັ້ນລະຈຶ່ງເປັນການດີ, ຕໍ່ສະ ພາບທີ່ເກີດຂຶ້ນນີ້, ມີຫລາຍ ຄົນກໍຕັ້ງບັນຫາຖາມກັນ ໃນສະພາກາເຟວ່າເຮົາຊີພາ ກັນເຮັດ ແລະ ແກ້ແນວໃດໃນ ຕໍ່ ໜ້າ ແລະ ຍາວນານ.
ທິດກ່ຳກໍພໍໄດ້ແຕ່ນຳເອົາ ຄຳຕອບແບບສັງລວມມາເວົ້າ ສູ່ກັນຟັງວ່າ: ຕ້ອງຮ່ວມແຮງ ຮ່ວມໃຈພ້ອມກັນແກ້, ຍາມ ບ້ານເມືອງຂັບຂັນຍິ່ງສາມັກ ຄີກັນເຂົ້າບໍ່ປ້ອຍດ່າສຽດສີ ກັນ, ບໍ່ຊ້ຳເຕີມຂົ່ມເພິ່ນຍໍໂຕ, ພວກຄົນລາວທີ່ປ້ອຍດ່າສຽດ ສີຊ້ຳເຕີມທີ່ຢູ່ພາຍໃນ ແລະ ນອກປະເທດນັ້ນລ້ວນແລ້ວ ແຕ່ເຂົາບໍ່ມີເຈດຕະນາດີກັບ ພວກເຮົາຕັ້ງແຕ່ມື້ເກີດ.
ແທ້ຈິງແລ້ວໃນແຜນ ຍຸດທະສາດຂອງພັກ ແລະ ລັດຖະບານເຮົາກ່ຽວການ ສ້າງເຂື່ອນເພິ່ນກໍມີວິໄສທັດ ຢ່າງຈະແຈ້ງມາແຕ່ດົນແລ້ວ, ການເຕົ້າໂຮມບ້ານນ້ອຍເປັນ ບ້ານໃຫຍ່, ເຕົ້າໂຮມບ້ານໃຫຍ່ ເປັນຕົວເມືອງນ້ອຍ, ຍົກຍ້າຍ ບ້ານທີ່ຖືກຜົນກະທົບໂດຍກົງ ຕ້ອງໄປກ່ອນໝູ່.
ສ່ວນວ່າບ້ານໃດ, ເມືອງ ໃດທີ່ຈະໄດ້ຮັບຜົນກະທົບໃນຕໍ່ ໜ້າ ແລະ ຍາວນານກໍຕ້ອງໄດ້ ສືບຕໍ່ແກ້ໄປແຕ່ລະໄລຍະໆ.
ທັງໝົດທີ່ກ່າວມານີ້ມັນ ກໍຕິດພັນກັບ 4 ບຸກທະລຸ, ວຽກ ງານ 3 ສ້າງ, ການພັດທະນາຊົນ ນະບົດເພື່ອລືບລ້າງຄວາມທຸກ ຍາກ, ອີກປະການໜຶ່ງໃນປັດ ຈຸບັນກໍຄືອານາຄົດມັນກໍເປັນ ການພິສູດພະນັກງານຂັ້ນ ແກນນຳຂອງພັກ ແລະ ລັດ ຖະບານນັບແຕ່ຂັ້ນທ້ອງຖິ່ນ ຂຶ້ນຮອດສູນກາງຕ້ອງໄດ້ພ້ອມ ກັນຫັນນ໊ອດ, ເຄັ່ງໂສ້, ໂດຍຫັນ ປ່ຽນຈິນຕະນາການຂອງຕົນ ໄປສູ່ການກະທຳທີ່ໃສແຈ້ງ, ຖ້າບໍ່ດັ່ງນັ້ນ ພວກເຮົາກໍຈະບໍ່ສາ ມາດຜ່ານຜ່າບັນດາວິກິດການ ຕ່າງໆ ທີ່ເກີດຂຶ້ນໃນອານາຄົດ ແລະ ຍາວນານໄດ້./.

