ຜູ້ນຳສູງສຸດອີຣານຂໍກອງທັບເພີ່ມຂີດ ຄວາມສາມາດເພື່ອຂົ່ມຂວັນສັດຕູ

- 1536486994920 800x0 - ຜູ້ນຳສູງສຸດອີຣານຂໍກອງທັບເພີ່ມຂີດ ຄວາມສາມາດເພື່ອຂົ່ມຂວັນສັດຕູ
- kitchen vibe - ຜູ້ນຳສູງສຸດອີຣານຂໍກອງທັບເພີ່ມຂີດ ຄວາມສາມາດເພື່ອຂົ່ມຂວັນສັດຕູ

ທ່ານ ຢາ​ຕໍ​ເລາະ ອາລີ ຄາ​ເມ​ນີ ຜູ້ນຳສູງ​ສຸດ​ຂອງ​ອີຣານ ກ່າວ​ໃນ​ວັນ​ທີ 9 ກັນຍານີ້ ຮຽກຮ້ອງ​ໃຫ້​ກອງທັບ​ພັດທະນາ​ຂີດ​ຄວາມ​ສາມາດ​ໃນ​ການ​ຂົ່ມ​ຂວັນ​ຝ່າຍ​ກົງກັນຂ້າມ. ຂະນະ​ທີ່ ອີຣານກຳລັງ​ຜະ​ເຊີນ​ມາດ​ຕະການ​ຂວ້ຳບາດ​ຈາກ​ອາ​ເມ​ລິ​ກາ​ເພີ່ມ​ຂຶ້ນ.

​ເວັບ​ໄຊ​ທາງ​ການ​ຂອງ​ຜູ້ນຳ​ສູງ​ສຸດ​ອີຣານ ລາຍ​ງານ​ອ້າງ​ຄຳ​ຖະ​ແຫລ​ງຂອງ​ທ່ານ ທີ່​ກ່າວ​ໃນ​ພິທີ​ປິດ​ການ​ສຶກສາ​ຂອງ​ໂຮງຮຽນ​ທະຫານ​ອີຣານວ່າ: ຂໍ​ໃຫ້​ກອງທັບ​ເພີ່ມ​ແສນ​ຍານຸພາບ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ເຮັດ​ໄດ້ ​ເພື່ອ​ຂົ່ມ​ຂວັນ​ສັດຕູ​ໃຫ້​ລ່າ​ຖອຍ​ໄປ. ທ່ານ ຢາ​ຕໍ​ເລາະ ຄາ​ເມ​ນີ ກ່າວ​ວ່າ: ອີຣານຕໍ່ຕ້ານ​ອາ​ເມ​ລິ​ກາມາ​ໂດຍ​ຕະຫລອດ ​ເຊິ່ງມີ​ຂໍ້​ພິສູດ​ໄດ້​ວ່າ: ຖ້າ​ປະ​ເທດ​ບໍ່​ຍອມ​ຕົກ​ຢູ່​ພາຍ​ໃຕ້​ການ​ກົດ​ຂີ່ ​ແລະ ສາມາດ​ຢູ່​ໄດ້​ດ້ວຍ​ຂີດ​ຄວາມ​ສາມາດ​ຂອງ​ຕົນ​ເອງ ຈະ​ສາມາດ​ເຮັດ​ໃຫ້​ປະ​ເທດ​ມະຫາ​ອຳນາດ​ລ່າ​ຖອຍ ​ແລະ ​ເອົາ​ຊະນະ​ໄດ້​ໃນ​ທີ່​ສຸດ. ກ່ອນ​ໜ້າ​ນີ້ ປະທານາທິບໍດີ ​ໂດ​ນັລ ທຣຳ ຂອງ​ອາ​ເມ​ລິ​ກາ ປະກາດ​ໃນ​ເດືອນ​ພຶດສະພາ​ວ່າ: ອາ​ເມ​ລິ​ກາ​ຖອນ​ຕົວຈາກ​ຂໍ້​ຕົກລົງ​ນິວ​ເຄຼຍອີຣານທີ່​ລົງ​ນາມ​ຮ່ວມ​ກັບ​ກຸ່ມ​ປະ​ເທດ​ມະຫາ​ອຳນາດ​ໃນ​ປີ 2015 ລວມທັງ​ຍັງ​ຮື້ຟື້ນມາດ​ຕະການ​ຂວ້ຳບາດ​ອີຣານອີກ​ຄັ້ງ.

- Visit Laos Visit SALANA BOUTIQUE HOTEL - ຜູ້ນຳສູງສຸດອີຣານຂໍກອງທັບເພີ່ມຂີດ ຄວາມສາມາດເພື່ອຂົ່ມຂວັນສັດຕູ
- 3 - ຜູ້ນຳສູງສຸດອີຣານຂໍກອງທັບເພີ່ມຂີດ ຄວາມສາມາດເພື່ອຂົ່ມຂວັນສັດຕູ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!