ການອະນຸລັກຮັກສາວັດທະນະທຳອັນດີງາມຂອງຊາດ ແມ່ນສິ່ງຈຳເປັນ ແລະ ປະບໍ່ໄດ້


ໂດຍ: ຊາຍພະເນຈອນ
ປະເທດລາວເຮົາເຄີຍມີ ມູນເຊື້ອທາງດ້ານວັດທະນະ ທໍາອັນດີງາມທີ່ໄດ້ສືບທອດມາ ແຕ່ບູຮານນະການຫຼາຍຍຸກ ຫຼາຍສະໄໝແລ້ວ ເຊິ່ງມາຮອດ ປັດຈຸບັນກໍຍັງຄົງຮັກສາໄວ້ ໄດ້ບໍ່ວ່າ ດ້ານຮີດຄອງປະເພນີ, ວັດທະນະທໍາ, ດ້ານການກິນ, ການຢູ່, ປຸກສ້າງເຮືອນຊານ, ສິລະປະດົນຕີ, ການນຸ່ງຖື ແລະ ການແຕ່ງຕົວນຸ່ງຫົ່ມ, ການ ປາກເວົ້າຂອງແຕ່ລະເຜົ່າ, ຕົວ ໜັງສື(ອັກສອນສາດ), ການ ທໍາມາຫາກິນ ແລະ ວັດທະນະ ທໍາທາງດ້ານຈິດໃຈ ແລະ ອື່ນໆອີກ.


+ ເມືອງປາກອູ ປະກາດກຸ່ມບ້ານວັດທະນະທຳແຫ່ງທຳອິດຂອງເມືອງ
+ ສູນວັດທະນະທຳເດັກແຂວງວຽງຈັນ ຈັດກິດຈະກຳສະເຫລີມສະຫລອງວັນເດັກນ້ອຍສາກົນ
ກໍດັ່ງພວກເຮົາໄດ້ຮູ້ນໍາ ກັນແລ້ວວ່າ: ສປປ ລາວ ປະ ກອບດ້ວຍຫຼາຍຊົນເຜົ່າທີ່ ຢູ່ຮ່ວມກັນໂດຍສັນຕິສຸກໃນ ວົງຄະນະຍາດແຫ່ງຊາດ ໂດຍ ມີວັດທະນະທໍາ ແລະ ຮີດຄອງ ປະເພນີອັນດີງາມ ທີ່ເປັນເອກ ກະລັກສະເພາະຂອງຕົນເອງ ເຊິ່ງຄົນລາວເຮົາໂດຍທົ່ວໄປ ແລ້ວມີອັດທະຍາໄສໄມຕີຈິດ ມິດຕະພາບທີ່ດີໃນການຕ້ອນ ຮັບແຂກບ້ານແຂກເມືອງດ້ວຍ ຄວາມຍິ້ມແຍ້ມ ແຈ່ມໄສ, ຊື່ ສັດ, ມີນໍ້າໃຈໂອບ ເອື້ອອາລີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດໄປຕາມຮີດສິບ ສອງຄອງສິບສີ່ ແລະ ງານ ບຸນປະເພນີຕ່າງໆ ຂອງແຕ່ລະ ທ້ອງຖິ່ນທີ່ມີຫຼາກຫຼາຍສີສັນ ອັນເປັນເອກກະລັກສະເພາະ ຂອງຕົນ. ວັດທະນະທໍາອັນ ໂດດເດັ່ນອີກດ້ານໜຶ່ງກໍຄື ດ້ານສະຖາປັດຕິຍະກໍາ, ສີ ລະປະກໍາທາງດ້ານປະຫວັດ ສາດ ແລະ ທໍາມະຊາດ ທີ່ເປັນ ມໍລະດົກອັນເປັນເອກກະລັກ ໂດດເດັ່ນ ແລະ ມີຊື່ສຽງເອກ ອ້າງ ຊາວໂລກໄດ້ຮັບຮູ້ເຊັ່ນ: ພະທາດຫຼວງ, ຫໍພະແກ້ວ, ວັດພູ, ທົ່ງໄຫຫີນ, ພະທາດ ອີງຮັງ, ວັດຊຽງທອງ, ວັດພູສີ ແລະ ອື່ນໆ. ສິລະປະຫັດຖະກໍາ ທີ່ ປານີດອັນມີຊື່ສຽງໄດ້ແກ່ຫັດ ຖະກໍາຕໍ່າຜ້າ, ທໍໄໝ, ຈັກສານ, ຕີເງິນ-ຕີຄໍາ, ການແກະສະລັກ ຄວັດລວດລາຍຕ່າງໆ. ມີສໍາ ນຽງສຽງປາກທີ່ມ່ວນຫູ, ມີ ພູມປັນຍາຜະຫຍາ-ກາບກອນ, ແບບຟ້ອນ, ຂັບລໍາທ້ອງຖິ່ນເປັນ ຕົ້ນ: ລໍາລ່ອງຂອງ, ລໍາສີພັນ ດອນ, ລໍາສາລະວັນ, ລໍາຄອນ ສະຫວັນ, ລໍາຕັ່ງຫວາຍ, ລໍາຜູ້ໄທ, ລໍາມະຫາໄຊ, ລໍາເຕີ້ຍ, ຂັບງຶ່ມ, ຂັບທຸ້ມ, ຂັບພວນ, ຂັບຊໍາໜືອ, ຂັບລື້, ຂັບເຕິນ… ປະຊາຊົນ ລາວເຮົາມີມູນເຊື້ອດຸໝັ່ນຂະ ຫຍັນພຽນ, ມີນໍ້າໃຈໂອບເອື້ອ ອາລີ, ມີຄວາມສາມັກຄີຮັກ ແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຊິ່ງມູນເຊື້ອວັດທະນະທໍາ ດັ່ງກ່າວນັ້ນມັນໄດ້ກາຍເປັນຄັງ ສາງມໍລະດົກອັນລໍ້າຄ່າຂອງ ຊາດເພື່ອເຕົ້າໂຮມຄວາມສາມັກ ຄີປວງຊົນລາວທັງຊາດ.
ປັດຈຸບັນ, ປະຊາຊົນ ພົນ ລະເມືອງລາວເຮົານັບມື້ເພີ່ມຂຶ້ນ ທຸກມື້ໃນທ່າມກາງຍຸກແຫ່ງ ໂລກາວິພັດ ແລະ ຍຸກແຫ່ງປະ ຊາຄົມເສດຖະກິດອາຊຽນ ສປປ ລາວ ໄດ້ເປີດປະຕູສູ່ໂລກ ພາຍນອກ ອັນໄດ້ເຮັດໃຫ້ນັກ ທຸລະກິດ-ທ່ອງທ່ຽວຈາກບັນ ດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆໃນໂລກໄດ້ ລັ່ງໄຫຼເຂົ້າມາຢ່າງຫຼວງຫຼາຍ ເຊິ່ງ ມີທັງດ້ານດີ ແລະ ດ້ານ ບໍ່ດີຕິດຕາມມາເໝືອນດັ່ງເງົາ ຕາມຕົວໂດຍສະເພາະແມ່ນ ສິ່ງບໍ່ດີດ້ານຕ່າງໆ ອາດຈະເຂົ້າ ມາເບື່ອເມົາປະຊາຊົນລາວບັນ ດາເຜົ່າໂດຍສະເພາະແມ່ນ ເຍົາວະຊົນ, ຊາວໜຸ່ມ, ນັກຮຽນ, ນັກສຶກສາອັນເປັນກະດູກສັນ ຫຼັງຂອງປະເທດຊາດໃນອະນາ ຄົດຈະເຮັດໃຫ້ເສຍທາດຂາດ ຄຸນກໍເປັນໄດ້ຍ້ອນຫຼົງໄຫຼໄປ ກັບວັດທະນະທໍາຂອງຊາດອື່ນ ເຂົາແລ້ວລືມວັດທະນະທໍາອັນ ດີງາມຂອງຊາດຕົນເອງ ເຊິ່ງ ມັນສະແດງອອກໃຫ້ເຫັນເຖິງ ພຶດຕິກໍາການນຸ່ງຖື, ການປາກ ເວົ້າ ແລະ ການເຄື່ອນໄຫວ ໄປ-ມາຕ່າງໆແມ່ນຜິດຈາກຮີດຄອງປະເພນີ ແລະ ວັດທະນະທໍາ ອັນດີງາມຂອງຊາດລາວເປັນ ຕົ້ນ: ຜູ້ຍິງສັກລາຍ, ຜູ້ຊາຍ ບ່ອງຫູ, ຍ້ອມຜົມສີເຫຼືອງ-ສີ ແດງ, ຜູ້ຍິງນຸ່ງນ້ອຍ, ນຸ່ງເຂີນ, ໃສ່ເສື້ອສາຍດ່ຽວຫຼິ້ນກິນຟຸມ ເຟືອຍເຂົ້າເທັກເຂົ້າບາຊອດ ແຈ້ງ, ຄ້ານອອກແຮງງານ, ການ ເວົ້າຈາພາຄີກໍບໍ່ຄ່ອຍຈະເຂົ້າ ຫູຄົນອື່ນປານໃດແຖມຍັງໃຊ້ ພາສາຊອດກະຈາກໍມີເຮັດໃຫ້ ຟັງແລ້ວສັບສົນ ແລະ ຮ້າຍແຮງ ໄປກວ່ານັ້ນ, ຍັງມີຊາວໜຸ່ມຈໍາ ນວນໜຶ່ງຕິດຢາເສບຕິດ, ຕິດ ໄພສັງຄົມ, ຫຼິ້ນກິນຟຸມເຟືອຍ ແລະ ອື່ນໆເກີດຂຶ້ນ. ດັ່ງນັ້ນ, ການເອົາໃຈໃສ່ ປົກປັກຮັກສາ ແລະ ສົ່ງເສີມວັດທະນະທໍາມັນ ແມ່ນສິ່ງຈໍາເປັນ ແລະ ປະວາງ ບໍ່ໄດ້ ກໍດັ່ງອະດີດຜູ້ນໍາເຮົາເຄີຍ ເຕືອນໄວ້ວ່າ: ເສຍວັດທະນະທໍາ ແມ່ນເສຍຊາດ.

