ຄຳແນະນຳຈາກແພດ ສິ່ງທີ່ຕ້ອງເຮັດເມື່ອທ່ານຜິດຫວັງໃນຄວາມຮັກ


ທ່ານອາດຈະເຄີຍໄດ້ຍິນຫລາຍຄົນເວົ້າວ່າ ອົກຫັກບໍ່ເຖິງກັບຕາຍ, ແຕ່ໃຜທີ່ເຄີຍອົກຫັກຈະເຂົ້າໃຈດີວ່າມັນທໍລະມານໃຈຊໍ່າ ໃດ ຈົນເຖິງຂັ້ນຈະເປັນບ້າຕາຍໄດ້ ກ່ວາເຮົາຈະຫລຸດພົ້ນໄລຍະເວລາແຫ່ງການອົກຫັກມັນຍາກລຳບາກກ່ວາທີ່ຫລາຍໆຄົນຄິດ ບາງຄົນທີ່ໄດ້ກຳລັງໃຈດີ, ໄດ້ໝູ່, ໄດ້ຄອບຄົວທີ່ດີ ກໍອາດຈະຟື້ນໂຕໄວ, ແຕ່ກໍມີຫລາຍຄົນທີ່ທຳໃຈບໍ່ໄດ້ ຈົນທຳຮ້າຍໂຕເອງ ຫລື ຕັດສິນໃຈເຮັດຫຍັງບໍ່ດີຫລາຍໆຢ່າງລົງໄປ ໂດຍທີ່ກ່ອນໜ້ານີ້ບໍ່ເຄີຍເຮັດຫຍັງແນວນັ້ນມາກ່ອນໃນຊີວິດ.
ອາການອົກຫັກ ຫລື ຜິດຫວັງໃນຄວາມຮັກ ສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໄດ້ຫລາຍປານນີ້ ບໍ່ແປກຫຍັງທີ່ບາງຄົນຈະຂໍຄຳປຶກສາຈາກແພດ. ໃນວົງການແພດແລ້ວ ເຮົາສາມາດບຳບັດປິ່ນປົວຈິດໃຈຂອງໂຕເອງຈາກອາການອົກຫັກໄດ້ດັ່ງນີ້ :
- ອອກກຳລັງກາຍ ເພາະການອອກກຳລັງກາຍຈະເຮັດໃຫ້ຮ່າງກາຍຫລັ່ງຮໍໂມນເອັນດໍຟິນ ທີ່ເຮັດໃຫ້ເຮົາຮູ້ສຶກດີ, ມີຄວາມສຸກ. ນອກຈາກຈະສົ່ງຜົນຕໍ່ຈິດໃຈ ແລະ ສະໝອງຂອງເຮົາແລ້ວ ຍັງເຮັດໃຫ້ຮ່າງກາຍແຂງແຮງ ໄດ້ຮູບຮ່າງງາມສົມສ່ວນ ຫລື ໄດ້ກ້າມແໜ້ນໆມາເປັນຂອງລາງວັນນຳ.
- ຫາເວລາເຮັດຫຍັງທີ່ສ້າງສັນ, ແປກໃໝ່, ຢາກເຮັດ ແຕ່ບໍ່ເຄີຍເຮັດມາກ່ອນ ເຊັ່ນ : ສະໝັກຮຽນພາສາ, ຮຽນຫຍິບປັກຖັກ ຮ້ອຍ, ແຕ້ມຮູບລະບາຍສີ, ຮຽນປຸງແຕ່ງອາຫານ ຫລື ອອກໄປໃນບ່ອນທີ່ບໍ່ເຄີຍໄປມາກ່ອນ ເຊິ່ງການໄດ້ຮຽນຮູ້ສິ່ງໃໝ່ໆຈະເຮັດ ໃຫ້ຮ່າງກາຍເຮົາກະຕຸ້ນຮໍໂມນອະດຣີນາລິນ ທີ່ເຮັດໃຫ້ເຮົາຮູ້ສຶກຕື່ນໂຕຕື່ນເຕັ້ນຈົນລືມຄວາມໂສກເສົ້າໄດ້.
- ເພີ່ມຄວາມອົບອຸ່ນຈາກສາຍໄຍຂອງຄອບຄົວ ແລະ ໝູ່ທ່ີຮັກເຮົາດ້ວຍການກອດ ເຊິ່ງຮ່າງກາຍຈະຫລັ່ງສານອອກຊີໂຕຊິນທີ່ຊ່ວຍຊົດເຊີຍຄວາມອົບອຸ່ນໃນຈິດໃຈທີ່ຂາດຫາຍໄປໄດ້.
- ເຮັດກິດຈະກຳທີ່ເຮັດໃຫ້ເຮົາຕ້ອງລຸ້ນ ຫລື ເຊຍແບບສຸດຂີດ ບໍ່ວ່າຈະແມ່ນການຊົມຮູບເງົາ ຫລື ຊີຣີເລື່ອງຍາວທີ່ພິກປີ້ນຫັກ ມຸມ ຫລື ກິດຈະກຳງ່າຍໆ ເຊັ່ນ : ການຊື້ຫວຍເພື່ອລຸ້ນລາງວັນ (ແຕ່ຄວນມີສະຕິໃນການຊື້ນຳ).
- ຢ່າລືມດື່ມນຳ້ໃຫ້ຫລາຍຂຶ້ນ ເພື່ອຊົດເຊີຍກັບນຳ້ຕາທີ່ເສຍໄປ, ພັກຜ່ອນໃຫ້ຫລາຍຂຶ້ນ ແລະ ເລືອກກິນອາຫານທີ່ມີປະໂຫຍດຕໍ່ ຮ່າງກາຍໃຫ້ຫລາຍຂຶ້ນນຳ ເນັ້ນໂປຣຕິນໄຂມັນໜ້ອຍ, ຜັກ ແລະ ໝາກໄມ້ສົດ (ບໍ່ກິນແບບແຍກກາກທີ່ໄດ້ແຕ່ນຳ້ຕານ) ເພື່ອບຳລຸງຮ່າງກາຍໃຫ້ແຂງແຮງ, ບໍ່ໃຫ້ເຈັບໄຂ້ໄດ້ປ່ວຍງ່າຍ ຫລັງຈາກທີ່ເຮົາອາດຈະທໍລະມານໂຕເອງ ໂດຍການບໍ່ກິນເຂົ້າກິນນຳ້ ຫລື ບໍ່ຍອມຫລັບຍອມນອນມາເປັນເວລາດົນ.
ທັງນີ້ ຫາກໃຜທີ່ບໍ່ສາມາດອອກມາຈາກໂລກແຫ່ງຄວາມມືດທີ່ໂຕເອງສ້າງຂຶ້ນມາຫລັງຈາກທີ່ຜິດຫວັງໃນຄວາມຮັກໄດ້ແທ້ໆ ຂໍແນະນຳໃຫ້ໄປປຶກສາແພດ ເຊິ່ງຈິດຕະແພດຈະສາມາດຊ່ວຍທ່ານໃຫ້ຜ່ານພົ້ນຄວາມທຸກທໍລະມານຈາກການອົກຫັກນີ້ໃຫ້ໄວຂຶ້ນໄດ້.