6 ໂປຣຕິນດີໆຈາກພືດ ຊ່ວຍທົດແທນໂປຣຕິນຈາກສັດ
September 9, 2018 - 9:53 PM


ທຸກມື້ນີ້ຄົນສ່ວນຫລາຍຫັນມາເອົາໃຈໃສ່ກັບສຸຂະພາບຫລາຍຂຶ້ນ ໂດຍຫລີກເວັ້ນການກິນຊີ້ນສັດ ເຮັດໃຫ້ໂປຣຕິນຈາກພືດເປັນສິ່ງຈຳເປັນຕໍ່ຮ່າງກາຍຫລາຍຂຶ້ນເພາະຮ່າງກາຍຈຳເປັນຕ້ອງໃຊ້ໂປຣຕິນໃນການເສີມສ້າງກ້າມຊີ້ນຟື້ນຟູຮ່າງກາຍ ແລະ ໃຊ້ເປັນພະລັງງານເມື່ອເຖິງຍາມຈຳເປັນ. ຕໍ່ໄປນີ້ແມ່ນພືດຜັກ, ໝາກໄມ້ທີ່ໃຫ້ໂປຣຕິນດີໆກັບຮ່າງກາຍ.
- ໝາກອະໂວກາໂດ້ : ມີຄາໂບໄຮເດຣດຕໍ່າ, ນຳ້ຕານຕໍ່າ, ອຸດົມໄປດ້ວຍໂປຣຕິນ, ໄຟເບີ ແລະ ສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ເຊັ່ນ : ກົດໄຂມັນຊະນິດທີ່ຊ່ວຍປ້ອງກັນພະຍາດຫົວໃຈ, ຫລຸດໄຂມັນໃນເສັ້ນເລືອດສຳລັບຜູ້ທີ່ເປັນພະຍາດໄຂມັນໃນເລືອດສູງ ເໝາະສົມກັບຜູ້ປ່ວຍພະຍາດເບົາຫວານ ລວມທັງວິຕາມິນຕ່າງໆ ເຊັ່ນ : ວິຕາມິນອາ, ເບ, ເອີ, ສານແອນຕີອອກຊິແດນ, ແຮ່ທາດຕ່າງໆ ເຊັ່ນ : ໂຊດຽມ, ໂປຕັສຊຽມ ແລະ ໂຟເລດ ທີ່ເໝາະສົມກັບແມ່ຍິງຖືພາທີ່ສຸດ ລວມທັງແອນ້ອຍນຳ.
- ໝາກພ້າວ : ເປັນແຫ່ລງໂປຣຕິນທີ່ມີຢູ່ຕາມທຳມະຊາດ ແລະ ເປັນໂປຣຕິນຍ່ອຍງ່າຍ ຮ່າງກາຍສາມາດດູດຊຶມໄດ້ໄວ ແລະ ຊ່ວຍໃຫ້ພະລັງງານແກ່ຮ່າງກາຍໄດ້ດີ. ນອກຈາກນີ້ ໝາກພ້າວຍັງມີວິຕາມິນຕ່າງໆ ເຊັ່ນ : ວິຕາມິນເຊ, ວິຕາມິນເບ, ກົດອະມິໂນ, ທາດການຊຽມ, ແມັກນີຊຽມ, ຟົສຟໍ, ໂປຕັສຊຽມ, ທາດເຫລັກ ລວມທັງໄຂມັນທີ່ເປັນປະໂຫຍດຕໍ່ຮ່າງກາຍອີກຫລວງຫລາຍ.
- ຖົ່ວເຫລືອງ : ແຫ່ລງໂປຣຕິນທີ່ມີລາຄາຖືກ, ແຕ່ອຸດົມໄປດ້ວຍສານອາຫານ ແລະ ວິຕາມິນທີ່ມີປະໂຫຍດຕໍ່ຮ່າງກາຍ ກິນແລ້ວອີ່ມທ້ອງ ທັງຍັງໃຫ້ພະລັງງານ ແລະ ຍັງມີກົດໄຂມັນບໍ່ອີ່ມໂຕທີ່ຊ່ວຍຫລຸດລະດັບຄໍເລສເຕີໂຣນໃນຮ່າງກາຍ.
- ຖົ່ວດຳ : ຄຸນສົມບັດພິເສດຂອງຖົ່ວດຳທີ່ຫລາຍໆຄົນຕ້ອງຕັດສິນໃຈກໍຄື ສາມາດຊ່ວຍຫລຸດຄວາມຕຸ້ຍໄດ້ ເນື່ອງຈາກໃນຖົ່ວດຳມີອັດຕາສ່ວນຂອງໂປຣຕິນສູງ ເຖິງ 40% ແລະ ມີກົດໄຂມັນບໍ່ອີ່ມໂຕ 20%. ຖົ່ວດຳອຸດົມໄປດ້ວຍສານຫລຸດຄວາມຕຸ້ຍ ແລະ ສານທີ່ຊ່ວຍກຳຈັດສານພິດ. ນອກຈາກນັ້ນ ຍັງມີທາດການຊຽມສູງ ຊ່ວຍບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ ແລະ ຍັງມີຄຸນຄ່າທາງອາຫານຈາກວິຕາມິນເບ 12, ເບ 9, ກົດໂຟລິກ, ທາດເຫລັກສູງກ່ວາຊີ້ນສັດເຖິງ 4 ເທົ່າ ຈຶ່ງເໝາະສົມກັບຄົນເປັນພະຍາດເລືອດຈາງເປັນພິເສດ.
- ໝາກບົວ : ທັນຍາພືດທີ່ມີຄຸນຄ່າທາງອາຫານສູງ ແລະ ມີໂປຣຕິນຫລາຍກ່ວາເຂົ້າເຖິງ 3 ເທົ່າ, ເປັນແຫ່ລງລວມຂອງວິຕາມິນ ແລະ ແຮ່ທາດຫລາຍຊະນິດ ເຊັ່ນ : ວິຕາມິນອາ, ເຊ, ເອີ, ເກືອແຮ່ ແລະ ຟົສຟໍ ຈຶ່ງຊ່ວຍບຳລຸງປະສາດ, ບຳລຸງໝາກໄຂ່ຫລັງ ແລະບຳລຸງສະໝອງ.
- ເຂົ້າຫລາຍສີ : ທັນຍາພືດທີ່ມີໄຟເບີສູງ ທັງມີໂປຣຕິນນຳ ກິນເຂົ້າເໝົ້າ, ເຂົ້າກໍ່າ, ເຂົ້າເບລ ມີປະໂຫຍດທັງໃນເລື່ອງຄຸນຄ່າທາງອາຫານ ແລະ ລະບົບການຂັບຖ່າຍ.
ການຫລີກເວັ້ນການກິນຊີ້ນສັດໃນໄລຍະຍາວ ໂດຍບໍ່ມີການຮັບສານອາຫານປະເພດໂປຣຕິນຈາກແຫ່ລງອາຫານອື່ນ ອາດມີຜົນເຮັດໃຫ້ຮ່າງກາຍຂາດສານອາຫານໃນການສ້າງກ້າມຊີ້ນ ເຮັດໃຫ້ກ້າມຊີ້ນບໍ່ແຂງແຮງ, ອ່ອນເພຍງ່າຍ ລວມທັງອາດເຮັດໃຫ້ຂາດແຄນທາດການຊຽມຈົນເຮັດໃຫ້ກະດູກບາງ, ຜ່ອຍ. ດັ່ງນັ້ນ ໃຜທີ່ຫລີກເວັ້ນການກິນຊີ້ນສັດ ຢ່າລືມເລືອກກິນພືດທີ່ອຸດົມໄປດ້ວຍໂປຣຕິນເພື່ອຕື່ມພະລັງງານໃຫ້ກ້າມຊີ້ນກັບມາແຂງແຮງ, ບໍ່ອ່ອນແອ ທັງກິນງາດຳເພື່ອຮັບທາດການຊຽມມາສ້າງຄວາມດຸ່ນດ່ຽງໃຫ້ກັບຮ່າງກາຍຕື່ມນຳ.