ຊີວິດສົມຣົດເຄັ່ງຄຽດທຳລາຍສຸຂະພາບ ໂດຍສະເພາະຜູ້ຊາຍ


ການສຶກສາທີ່ມີຂຶ້ນກ່ອນໜ້ານີ້ບົ່ງບອກວ່າ : ການແຕ່ງດອງເປັນຜົນດີຕໍ່ສຸຂະພາບຂອງຄູ່ສົມຣົດ ເຊັ່ນ : ຄູ່ແຕ່ງດອງມີໂອກາດ ລອດຊີວິດຈາກບັນຫາຫົວໃຈວາຍໄດ້ຫລາຍກ່ວາ ແລະ ມັກຢູ່ໃນໂຮງໝໍໜ້ອຍກ່ວາຄົນທີ່ບໍ່ແຕ່ງດອງ.
ສ່ວນຜົນການວິໄຈຂອງມະຫາວິທະຍາໄລຮາເວີດ ກໍໍລະບຸວ່າ : ຄູ່ແຕ່ງດອງມັກມີອາຍຸຍືນກ່ວາ, ມີບັນຫາຫົວໃຈວາຍ ແລະ ເປັນພະຍາດຊຶມເສົ້າໜ້ອຍກ່ວາ ແລະ ມີໂອກາດລອດຊີວິດຈາກການຜ່າຕັດໃຫຍ່ຫລາຍກ່ວາເຊັ່ນກັນ.
ແນວໃດກໍຕາມ ຄວາມເຊື່ອເກົ່າໆນີ້ຖືກທ້າທາຍ ເມື່ອນັກວິໄຈຂອງມະຫາວິທະຍາໄລໃນເນວາດ້າ ແລະ ມະຫາວິທະຍາໄລໃນມິຊິແກນ ຂອງສະຫະລັດອາເມລິກາ ໄດ້ຂໍ້ສະຫລຸບທີ່ຕ່າງໄປ ເພາະໃນເທື່ອນີ້ນັກວິໄຈຕ້ອງການຫາຄຳຕອບວ່າ ຄວາມສຳພັນທີ່ມີຄວາມຂັດແຍ່ງ ເຊັ່ນ : ໃນເລື່ອງການລ້ຽງລູກ, ເລື່ອງເງິນຄຳ, ເລື່ອງຍາດຕິພີ່ນ້ອງ ລວມທັງເລື່ອງການໃຊ້ເວລາເຮັດກິດຈະກຳຕ່າງໆນັ້ນສ້າງຄວາມເຄັ່ງຄຽດຕໍ່ສຸຂະພາບຫລືບໍ່ ? ເຊິ່ງຄຳຕອບກໍຄື ເລື່ອງນີ້ມີຜົນແທ້ໂດຍສະເພາະກັບຜູ້ຊາຍ.
ນັກວິໄຈພົບວ່າ : ຄວາມສຳພັນໃນຊີວິດແຕ່ງດອງທີ່ເຕັມໄປດ້ວຍຄວາມຂັດແຍ່ງ ສົ່ງຜົນເສຍຕໍ່ສຸຂະພາບໃນຫລາຍດ້ານ ນັບແຕ່ສ້າງຄວາມອັກເສບໃນຮ່າງກາຍ ຫລື inflammation ປ່ຽນແປງສະພາບຄວາມຢາກອາຫານ, ເພີ່ມລະດັບຮໍໂມນຄວາມເຄັ່ງຄຽດ ແລະ ມີຜົນຕໍ່ການເຮັດວຽກຂອງຫົວໃຈ ລວມທັງລະບົບພູມຕ້ານທານຂອງຮ່າງກາຍນຳ.
ໂດຍນັກວິໄຈສະຫະລັດອາເມລິກາ ພົບວ່າ : ຄຸນນະພາບຂອງຄວາມສຳພັນ, ຄວາມສະໜັບສະໜູນທີ່ຄູ່ສົມຣົດໃຫ້ຕໍ່ກັນ ແລະ ຄວາມເຂົ້າໃຈ ລວມທັງການຜ່ອນສັ້ນຜ່ອນຍາວ ສົ່ງຜົນໃນທາງບວກ ຫລື ທາງລົບຕໍ່ສຸຂະພາບໄດ້ ແລະ ຍຳ້ວ່າສະຖານະພາບການສົມຣົດນັ້ນບໍ່ໄດ້ເຮັດໃຫ້ຄົນເຮົາມີຄວາມສຸກສະເໝີໄປ, ແຕ່ຄຸນນະພາບຄວາມສຳພັນໃນຊີວິດສົມຣົດຕ່າງຫາກທີ່ມີຜົນໃນເລື່ອງນີ້.
ນັກວິໄຈຕັ້ງຂໍ້ສັງເກດວ່າ : ການສົມຣົດທີ່ດີນັ້ນບໍ່ໄດ້ໝາຍເຖິງຕ້ອງປາສະຈາກຄວາມຂັດແຍ່ງ ຫລື ຄວາມຄິດເຫັນຕ່າງກັນເລີຍ, ແຕ່ສິ່ງສຳຄັນກ່ວາແມ່ນຄູ່ສົມຣົດຈັດການກັບບັນຫາຄວາມຂັດແຍ່ງແນວໃດ.
ນັກວິໄຈບອກວ່າ : ຄວາມຂັດແຍ່ງໃນຊີວິດສົມຣົດນັ້ນຈະເປັນອັນຕະລາຍຫາກຄູ່ສົມຣົດມີທ່າທີທີ່ເປັນປໍລະປັກ ຫລື ພະຍາຍາມ ແກ້ໂຕ ຫລື ກັບໄປຂຸດຄົ້ນເລື່ອງເກົ່າໆ ໂດຍບໍ່ມີຂໍ້ຍຸດຕິຂອງບັນຫາ ເຊິ່ງກໍຈະສ້າງຜົນເສຍຕໍ່ສຸຂະພາບກາຍ, ສຸຂະພາບໃຈຂອງຄູ່ສົມຣົດໄດ້ຢ່າງແນ່ນອນ.
ນັກວິໄຈໃຫ້ຄຳແນະນຳເລື່ອງການຈັດການກັບຄວາມສຳພັນໃນຊີວິດສົມຣົດວ່າ ຢ່າພະຍາຍາມນັບຄະແນນວ່າໃຜແພ້ໃຜຊະນະຈັກເທື່ອ ເພາະຄວາມສຳພັນທີ່ດີນັ້ນເປັນເລື່ອງຂອງຄວາມສະເໝີພາບ ນອກຈາກນັ້ນ ເຮົາຄວນຮຽນຮູ້ທີ່ຈະຍອມຮັບຍາດຕິພີ່ນ້ອງຂອງອີກຝ່າຍ ລວມທັງພະຍາຍາມໃຊ້ອາລົມຂັນ ແລະ ການສຳຜັດຈັບຕ້ອງ ເຊິ່ງບໍ່ຈຳເປັນຕ້ອງເປັນໃນທາງເພດສະເໝີໄປ ເຊັ່ນ : ການຈັບມື ແລະ ການຮຽນຮູ້ທີ່ຈະມີຄວາມເຫັນຂັດແຍ່ງແບບເປີດກ້ວາງໂດຍບໍ່ຢ້ານວ່າຈະເປັນຝ່າຍແພ້ ເພາະຫົວໃຈສຳຄັນຂອງຊີວິດສົມຣົດທີ່ມີຄວາມສຸກ ແລະ ເປັນຜົນດີຕໍ່ສຸຂະພາບແມ່ນຄວາມສະໜັບສະໜູນທີ່ຕ່າງຝ່າຍມີໃຫ້ກັນ ທັງໃນເລື່ອງການເງິນ, ການເຮັດວຽກ, ຄວາມຄິດ, ຮ່າງກາຍ ແລະ ຈິດໃຈ ລວມທັງການສື່ສານແບບເປີດກ້ວາງ, ການບໍ່ມຸ່ງຫວັງເອົາຊະນະ ແລະ ບໍ່ກັບໄປຂຸດຄົ້ນຊຳ້ໆແຕ່ເລື່ອງເກົ່າໆມາເວົ້າກັນ.