ເພີ່ມຄວາມຮູ້ກ່ຽວກັບອັກເສບຕັບ ບີ-ຊີ ຊຳເຮຶ້ອ ແລະ ການປິ່ນປົວ


ໃນລະຫວ່າງວັນທີ 5-7 ກັນຍາ ນີ້, ສູນວິໄຈພະຍາດຊຶມເຊຶ້ອ ລາວ-ຄຣິສຕົຟ ເມຣິເອີ ໄດ້ຈັດສຳມະນາລະດັບຂົງເຂດອາຊີລຸ່ມແມ່ນໍ້າຂອງ ກ່ຽວກັບ ພະຍາດອັກເສບຕັບໄວຣັສ, ໃນຫົວຂໍ້ }ການກຳຈັດພະຍາດອັກເສບຕັບ” ຂຶ້ນທີ່ນະຄອນຫຼວງວຽງຈັນ, ມີບັນດາຜູ້ຕາງໜ້າຈາກນະຄອນຫຼວງ ແລະ ຕ່າງແຂວງ 16 ແຂວງທົ່ວປະເທດ, ຜູ້ຕາງໜ້າຈາກປະເທດໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ, ເນປານ, ອິນເດຍ, ຟີລິບປິນ , ສະຫະລັດອະເມລິກາ ແລະ ຜູ້ຊ່ຽວຊານຈາກອົງການອະນາໄມໂລກ ປະຈໍາລາວ, ຈາກພາກພື້ນ ແລະ ຈາກປະເທດຝຮັ່ງເຂົ້າຮ່ວມນໍາດ້ວຍ, ເພື່ອແນໃສ່ຍົກສູງ.ຄວາມຮູ້ ກ່ຽວກັບອັກເສບຕັບ ບີ ແລະ ຊີ ຊຳເຮຶ້ອ, ພ້ອມທັງຄູ່ມືການປິ່ນປົວ ໃນລະດັບຂົງເຂດອາຊີ ແລະສາກົນ ແລະ ເພື່ອປັບໃຫ້ເຂົ້າກັບສະພາບຄວາມເປັນຈິງຂອງປະເທດທີ່ນອນໃນຂົງເຂດດຽວກັນ, ພ້ອມທັງເປັນການແລກປ່ຽນປະສົບການ ສົນທະນາສິ່ງທ້າທາຍ ລະຫວ່າງ ຜູ້ເຂົ້າຮ່ວມ ທີ່ເປັນທ່ານໝໍປິ່ນປົວ ກັບນັກຄົ້ນຄວ້າ ແລະຊ່ຽວຊານພະຍາດອັກເສບຕັບ ຈາກຫຼາຍໆສາຂາເຊັ່ນ: ນັກລະບາດວິທະຍາ ນັກວິເຄາະ, ນັກວິທະຍາສາດ ແລະ ອື່ນໆ ເພື່ອແກ້ໄຂບັນຫາຮ່ວມກັນຢ່າງຖືກຕ້ອງ ເພື່ອເສີມການເຂົ້າເຖິງການປິ່ນປົວທີ່ເໝາະສົມໃຫ້ແກ່ຄົນເຈັບທີ່ມາຈາກປະເທດທີ່ຍັງມີລາຍຮັບຕໍ່າ ໃຫ້ໄດ້ເຂົ້າເຖິງຢາປິ່ນປົວທີ່ມີລາຄາແພງ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບພະຍາດອັກເສບຕັບ ບີປະກອບມີ 3 ໝວດ ແລະ ໄດ້ສົນທະນາເພື່ອສະເໜີສະພາບ ແລະ ບັນຫາທີ່ມີ ເພື່ອນຳໄປສູ່ການແກ້ໄຂພະຍາດອັກເສບຕັບ ຊີ, ສົນທະນາເຖິງ ການສຶກສາຄົ້ນຄວ້າ ທີ່ໜ້າສົນໃຈໃນອະນາຄົດ ເພື່ອພັດທະນາທີ່ດີຂຶ້ນໄປເລຶ້ອຍໆ ແລະ ສົນທະນາກັບບັນດາຄະນະກຳມະການແຫ່ງຊາດ ຮັບຜິດຊອບ ວຽກງານປິ່ນປົວ ເບິ່ງແຍງຄົນເຈັບທີ່ເປັນພະຍາດອັກເສບຕັບກ່ຽວກັບ ຄວາມຄືບໜ້າຂອງປື້ມຄູມືປິ່ນປົວແຫ່ງຊາດ.