ຫາລືການສ້າງຂີດຄວາມສາມາດເພື່ອກຽມໃຫ້ແກ່ການຫລຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ


ກະຊວງການຕ່າງປະເທດຮ່ວມກັບອົງການສະຫະປະຊາຊາດ ເພື່ອການຄ້າ ແລະ ການພັດທະນາ (UNCTAD) ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການສ້າງຂິດຄວາມສາມາດ ເພື່ອກຽມພ້ອມໃຫ້ແກ່ການຫລຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາຂອງ ສປປ ລາວ ຂຶ້ນໃນລະຫວ່າງວັນທີ 29-30 ສິງຫານີ້, ທີ່ຫໍປະຊຸມແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ຫົວໜ້າກົມອົງການຈັດຕັ້ງສາກົນກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາປະຈໍາລາວ.
ກອງປະຊຸມຄັ້ງນີ້, ເປັນກອງປະຊຸມລະດັບວິຊາການ ເພື່ອທົບທວນຄວາມຄືບໜ້າຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແຫ່ງຊາດ ແລະ ສາກົນ, ພ້ອມທັງແລກປ່ຽນທັດສະນະເພື່ອຊອກຫາທິດທາງແກ້ໄຂສິ່ງທ້າທາຍຕ່າງໆໃນຕໍ່ໜ້າສໍາລັບການບັນລຸເງື່ອນໄຂສາກົນ ເພື່ອຮັບປະກັນຄວາມພຽບພ້ອມຂອງ ສປປ ລາວ ໃຫ້ຫລຸດພົ້ນອອກຈາກສະຖານະພາບ LDC.
ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສິ່ງທ້າທາຍ ຂອງ ສປປ ລາວ ພາຍຫລັງການຫລຸດພົ້ນອອກຈາກສະຖານະພາບ LDC ແລະ ຖອດຖອນບົດຮຽນທີ່ດີກັບຄູ່ຮ່ວມພັດທະນາ ແລະ ຊ່ຽວຊານອົງການ UNCTAD ກ່ຽວກັບວຽກງານການວາງນະໂຍບາຍທີ່ເໝາະສົມໃຫ້ແກ່ ສປປ ລາວ ເພື່ອຊຸກຍູ້ສົ່ງເສີມການສ້າງຂີດຄວາມສາມາດ ແລະ ປະສິດທິພາບໃນການຜະລິດ ລວມທັງການປະຕິຮູບໂຄງສ້າງເສດຖະກິດ ແລະ ຂະແໜງການສົ່ງອອກ ໃຫ້ມີລັກສະນະຫລາກຫຼາຍ. ທັງໝົດນີ້, ແມ່ນແນໃສ່ການອໍານວຍຄວາມສະດວກໃຫ້ແກ່ ສປປ ລາວ ສໍາລັບການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອສ້າງສະພາບແວດລ້ອມທີ່ຮັບປະກັນ ການກ້າວໄປສູ່ການພັດທະນາແບບລວມສູນ, ການຂະຫຍາຍຕົວເສດຖະກິດທີ່ມີລັກສະນະຕໍ່ເນື່ອງຍືນຍົງ ແລະ ການກະ ຈາຍຜົນປະໂຫຍດຂອງການພັດທະນາແບບທົ່ວເຖິງ.