ລາວເອົາໃຈໃສ່ລຶບລ້າງຄວາມບໍ່ຮູ້ໜັງສື

- Takecare - ລາວເອົາໃຈໃສ່ລຶບລ້າງຄວາມບໍ່ຮູ້ໜັງສື
- kitchen vibe - ລາວເອົາໃຈໃສ່ລຶບລ້າງຄວາມບໍ່ຮູ້ໜັງສື

ການບໍ່ຮູ້ໜັງສື ຫລື ຮຽນບໍ່ຈົບການສຶກສາຂັ້ນພື້ນຖານຂອງຄົນ, ມັນແມ່ນອຸປະສັກຕົ້ນຕໍຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງຜົນສະທ້ອນໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ.  ສະນັ້ນ, ພັກ ແລະ ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ວຽກງງານລຶບລ້າງຄວາມບໍ່ຮູ້ໜັງສືຂອງປະຊາຊົນເປັນບຸລິມະສິດສໍາຄັນ. ນີ້ແມ່ນຄໍາເຫັນບາງຕອນຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນ ຫລ້າຈັນທະບຸນ ກ່າວເນື່ອງໃນໂອກາດວັນສາກົນແຫ່ງການລຶບລ້າງຄວາມບໍ່ຮູ້ໜັງສືຄົບຮອບ 53 ປີ (8 ກັນຍາ 1965-8 ກັນຍາ 2018).

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ວັນດັ່ງກ່າວມັນມີຄວາມໝາຍສຳຄັນຍິ່ງຕໍ່ປະຊາຊາດໃນທົ່ວໂລກ, ໂດຍສະເພາະແມ່ນຜູ້ດ້ອຍໂອກາດທາງການສຶກສາ ກໍຄືການບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ. ໃນແຕ່ລະປີຜູ້ອຳນວຍການໃຫຍ່ອົງການອຸຍແນັດສະໂກໄດ້ມີສານໃຫ້ລັດພາຄີເອົາໃຈໃສ່ສົ່ງເສີມການຮູ້ໜັງສື ແລະ ການພັດທະນາແບບຍືນຍົງ, ພ້ອມທັງມີຄຳຂວັນອອກໃນແຕ່ລະປີ ແລະ ປີ 2018 ນີ້ມີຄໍາຂວັນວ່າ: “ການຮູ້ໜັງສື ແລະ ການພັດທະນາທັກສະດ້ານຕ່າງໆ Literacy and Skills development).

- Visit Laos Visit SALANA BOUTIQUE HOTEL - ລາວເອົາໃຈໃສ່ລຶບລ້າງຄວາມບໍ່ຮູ້ໜັງສື

ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ສໍາລັບ ສປປ ລາວ, ພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນຕໍ່ວຽກງານການສຶກສາຂອງປະຊາຊົນບັນດາເຜົ່າ ແລະ ການລຶບລ້າງຄວາມບໍ່ຮູ້ໜັງສືທີ່ໄດ້ລະບຸໃນກົດໝາຍວ່າດ້ວຍການສຶກສາແຫ່ງຊາດ, ໂດຍສະເພາະພາຍຫລັງໄດ້ຈັດພິທີປະກາດຈົບຊັ້ນປະຖົມບໍາລຸງໃນວັນທີ 28 ສິງຫາ 2015 ຜ່ານມາແລ້ວ, ກໍຍັງໄດ້ສືບຕໍ່ເກັບກຳສະຖິຕິປະຊາກອນທີ່ຍັງບໍ່ທັນຈົບຊັ້ນປະຖົມ ແລະ ຈັດຕັ້ງການຮຽນ-ການສອນ ຊຶ່ງສົກປີ 2017-2018 ໄດ້ມີຜົນສຳເລັດຄື: ປະຊາກອນທີ່ມີອາຍຸ 15 ປີຂຶ້ນໄປຮຽນຈົບລະດັບລຶບລ້າງຄວາມບໍ່ຮູ້ໜັງສືໄດ້ 5.500 ກວ່າຄົນ (ຍິງ 3.000 ກວ່າຄົນ), ຮຽນຈົບຊັ້ນປະຖົມບຳລຸງໄດ້ທັງໝົດ 15.760 ກວ່າຄົນ (ຍິງ 8.520 ກວ່າຄົນ). ນອກນີ້ ຍັງໄດ້ບຳລຸງຊັ້ນມັດທະຍົມ ແລະ ຜູ້ຮຽນຈົບຊັ້ນມັດທະຍົມຕອນຕົ້ນລະບົບບຳລຸງຈຳນວນ 17.610 ກວ່າຄົນ (ຍິງ 7.210 ກວ່າຄົນ), ຈົບ

ຊັ້ນມັດທະຍົມຕອນປາຍຈຳນວນ 1.740 ກວ່າຄົນ (ຍິງ 500 ກວ່າຄົນ), ປະກາດຈົບຊັ້ນມັດທະຍົມຕອນຕົ້ນໄດ້ 112 ເມືອງຂອງຈຳນວນ 148 ເມືອງໃນທົ່ວປະເທດ ແລະ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວແຂວງໄດ້ຄື: ໄຊຍະບູລີ, ຊຽງຂວາງ ແລະ ນະຄອນຫລວງວຽງຈັນ ແລະ ໃນຕໍ່ໜ້ານີ້, ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ແລະ ການຮຽນຮູ້ຕະຫລອດຊີວິດ. ສະນັ້ນ, ສປປ ລາວ ຈະໄດ້ເລັ່ງໃສ່ຍົກລະດັບການສຶກສາໃຫ້ພົນລະເມືອງຈົບການສຶກສາພາກບັງຄັບ 9 ປີຮຽນ ດ້ວຍການເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນໃຫ້ທົ່ວເຖິງ, ພ້ອມທັງສ້າງເງື່ອນໄຂໃຫ້ພົນລະເມືອງສາມາດເຂົ້າເຖິງການສຶກສາຢ່າງມີຄວາມສະເໝີພາບກັນ, ພ້ອມນັ້ນ ກໍເອົາໃຈໃສ່ຈັດການຮຽນ-ການສອນການບຳລຸງຍົກລະດັບໃຫ້ປະຊາຊົນໃນຮູບແບບການສຶກສານອກໂຮງຮຽນເປັນປົກກະຕິ, ຜູ້ຈົບຊັ້ນປະຖົມສຶກສາແລ້ວ ກໍໃຫ້ໄດ້ສືບຕໍ່ບຳລຸງໃຫ້ຈົບຊັ້ນມັດທະຍົມຕົ້ນ ຫລື ສູງຂຶ້ນກວ່ານັ້ນ, ສິດສອນໃຫ້ຜູ້ຮຽນມີຄວາມຮູ້ຕິດພັນກັບການຮຽນຮູ້ວິຊາຊີບໃດໜຶຶ່ງທີ່ໝັ້ນຄົງ ເພື່ອສາມາດນຳເອົາຄວາມຮູ້ໄປພັດທະນາຄຸນນະພາບຊີວິດຂອງເຂົາເຈົ້າໃຫ້ດີຂຶ້ນ ກໍຄືປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ. ນອກນັ້ນ ກໍຈະໄດ້ເອົາໃຈໃສ່ບຳລຸງຊັ້ນປະຖົມໃຫ້ກຸ່ມຄົນທີ່ຕົກຄ້າງ ແລະ ຊຸກຍູ້ໃຫ້ຮຽນຕໍ່ຊັ້ນມັດທະຍົມຕົ້ນ, ຊຶ່ງຄາດໝາຍຮອດປີ 2020 ປະຊາກອນທີ່ມີອາຍຸ 15-35 ປີຕ້ອງໃຫ້ສຳເລັດການສຶກສາຊັ້ນມັດທະຍົມຕອນຕົ້ນບຳລຸງໃນທົ່ວປະເທດ.

ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 7 ກັນຍານີ້, ຫໍສະມຸດແຫ່ງຊາດຮ່ວມກັບມູນນິທິເອເຊຍ ກໍໄດ້ຈັດການສະເຫລີມສະຫລອງວັນລຶບລ້າງຄວາມບໍ່ຮູ້ໜັງສືສາກົນຄົບຮອບ 53 ປີ (8 ກັນຍາ 1965-8 ກັນຍາ 2018) ເຊັ່ນດຽວກັນ. ໃນພິທີທ່ານຮອງຜູ້ອໍານວຍການຫໍສະໝຸດແຫ່ງຊາດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນດັ່ງກ່າວວ່າ: ວັນທີ 8 ກັນຍາ ຖືກປະກາດໃຫ້ເປັນວັນສາກົນແຫ່ງການລຶບລ້າງຄວາມບໍ່ຮູ້ໜັງສື ໃນກອງປະຊຸມໃຫຍ່ຂອງອົງການອຸຍແນສໂກຄັ້ງທີ 14 ຊຶ່ງໄດ້ຈັດຂຶ້ນເມື່ອວັນທີ 26 ຕຸລາ 1967 ຜ່ານມາ ເພື່ອເປັນການເຕືອນສະຕິ ແລະ ປູກຈິດສໍານຶກຂອງສັງຄົມໃຫ້ຄວາມສໍາຄັນຂອງການຮຽນຮູ້ໜັງສື ເພາະແມ່ນກຽດສັກສີຂອງຄວາມເປັນມະນຸດ ແລະ ສິດທິຂອງມະນຸດ.

- 3 - ລາວເອົາໃຈໃສ່ລຶບລ້າງຄວາມບໍ່ຮູ້ໜັງສື
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!