ແຂວງ​ຈຳປາ​ສັກ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ໄພ​ນ້ຳຖ້ວມ

- 777744 - ແຂວງ​ຈຳປາ​ສັກ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ໄພ​ນ້ຳຖ້ວມ
- kitchen vibe - ແຂວງ​ຈຳປາ​ສັກ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ໄພ​ນ້ຳຖ້ວມ

ຕາມ​ການ​ລາຍ​ງານ​ຂອງ​ຄະນະ​ກຳມະການຕ້ານ​ໄພພິບັດ​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ: ພາຍຫລັງ​ມີ​ຝົນຕົກ​ຕິດ​ຕໍ່​ຫລາຍ​ວັນ ​ໄດ້​ເຮັດ​ໃຫ້​ລະດັບ​ແມ່ນ້ຳຂອງ, ​ແມ່ນ້ຳສາຂາ ​ແລະ ຫ້ວຍ​ຕ່າງໆ​ສູງ​ຂຶ້ນ ​ເຮັດ​ໃຫ້​​ເກີດ​ນ້ຳຖ້ວມ​ເປັນ​ບໍລິ​ເວນ​ກວ້າງ​ໃນ​ທຸກ​ເມື​ອງຂອງ​ແຂວງ ລວມ​ເຖິງ​ນະຄອນ​ປາກ​ເຊ ມີ 331 ບ້ານ, 15 ພັນ​ກວ່າ​ຄອບຄົວ ​ໄດ້​ຮັບ​ຜົນ​ກະທົບ, ​ເນື້ອທີ່​ການ​ຜະລິດ 8 ພັນ​ກວ່າ​ເຮັກຕາ ​ໄດ້​ຮັບ​ຜົນ​ເສຍ​ຫາຍ, ​ເສັ້ນທາງ​ເປ່​ເພ 63 ກວ່າ​ກິ​ໂລ​ແມັດ, ຊົນລະປະທານ 43 ​ແຫ່ງ​ເປ່​ເພ, ສັດລ້ຽງ​ປະ​ເພດ​ງົວ 10 ພັນ​ກວ່າ​ໂຕ, ຄວາຍ 5.600 ກວ່າ​ໂຕ, ​ແບ້ພັນ​ກວ່າ​ໂຕ, ໝູ 900 ກວ່າ​ໂຕ ​ແລະ ສັດ​ປີກ 78 ພັນ​ກວ່າ​ໂຕ ​ໄດ້​ຮັບ​ຜົນ​ກະທົບ, ໜອງ​ປາ 166 ໜອງ ​ໄດ້​ຮັບ​ຜົນ​ເສຍ​ຫາຍ. ນອກ​ນີ້ ຍັງ​ມີ​ຂົວ, ຕາ​ຝັ່ງກັນ​ເຈື່ອນ, ລະບົບ​ນ້ຳປະປາ, ​ໄຟຟ້າ, ​ໂຮງຮຽນ​ຈຳນວນ​ໜຶ່ງ​ໄດ້​ຮັບ​ຜົນ​ເສຍ​ຫາຍ. ປັດຈຸບັນ ​ໄດ້​ລະດົມ​ກຳລັງ​ທະຫານ, ຕຳຫລວດ​ລົງ​ຊ່ວຍ​ເຫລືອ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ​ໂດຍ​ການ​ຍົກຍ້າຍ​ປະຊາຊົນ, ວັດຖຸ​ສິ່ງ​ຂອງ​ມີຄ່າ ​ແລະ ສັດລ້ຽງ​ມາ​ໄວ້​ບ່ອນ​ປອດ​ໄພຄື: ນະຄອນ​ປາກ​ເຊ, ​ເມືອງ​ປາກ​ຊ່ອງ, ຈຳປາ​ສັກ ​ແລະ ​ເມືອງ​ໂພນ​ທອງ ພ້ອມ​ທັງ​ໄດ້​ແຈກ​ຢາຍ​ເຄື່ອງ​ຊ່ວຍ​ເຫລືອ​ປະ​ເພດ​ອຸປະ​ໂພ​ກ-ບໍລິ​ໂພ​ກ​ໃຫ້​ປະຊາຊົນ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈຳນວນ​ໜຶ່ງ. ສ່ວນ​ຜົນ​ເສຍ​ຫາຍ​ຈາກ​ໄພ​ນ້ຳຖ້ວມ​ຄັ້ງນີ້​ແມ່ນ​ຍັງ​ບໍ່​ສາມາດ​ປະ​ເມີນ​ໄດ້ ​ແລະ ພາຍຫລັງ​ນ້ຳບົກ​ແຫ້ງ​ເປັນ​ປົກກະຕິ​ແລ້ວ ​ແມ່ນ​ຈະ​ໄດ້​ຊີ້​ນຳ​ໃຫ້​ຂະ​ແໜງ​ກ່ຽວຂ້ອງ​ຕ່າງໆ​ລົງ​ກວດກາ​ຄວາມ​ເສຍ​ຫາຍ​ລະອຽດ ​ເພື່ອ​ວາງ​ແຜນ​ຊ່ວຍເຫລືອຟື້ນຟູ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ.

- 5 - ແຂວງ​ຈຳປາ​ສັກ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ໄພ​ນ້ຳຖ້ວມ
- Visit Laos Visit SALANA BOUTIQUE HOTEL - ແຂວງ​ຈຳປາ​ສັກ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ໄພ​ນ້ຳຖ້ວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!