ສາຍທາງເລກ 13 ປຽບເໝືອນສາຍເລືອດ ແລະ ສາຍໃຈ
ໂດຍ: ທິດກ່ຳ
ເປັນເວລາ 30-40 ປີກວ່າ ທິດກ່ຳ ໄດ້ຕິດພັນຂຶ້ນ ລ່ອງທ່ອງທ່ຽວໄປມາ ແຕ່ ເໜືອລ່ອງໃຕ້ ໂດຍໃຊ້ເສັ້ນ ທາງເລກທີ 13 ຫລາຍ ກວ່າ ໝູ່ໃນບັນດາເສັ້ນທາງຕ່າງໆ ໃນປະເທດເຮົາ.
+ ເສັ້ນທາງ 13 ໃຕ້ຍ່ານທ່າບົກ-ປາກຊັນຫລາຍບ່ອນເປັນອຳມະພາດ
+ ການສັນຈອນເສັ້ນທາງ ບໍ່ໂອ-ຫາດຊາຍຟອງ ພົບຄວາມຫຍຸ້ງຍາກຫລາຍ
ບໍ່ວ່າແຕ່ທິດກ່ຳບັນດາ ທ່ານ, ບັນດາສະຫາຍ ທີ່ເປັນ ພະນັກງານ, ທະຫານຕຳ ຫລວດ, ນັກທຸລະກິດ, ນັກ ທ່ອງທ່ຽວນັບທັງຄົນລາວ ແລະ ຕ່າງປະເທດໂດຍລວມ ຕ່າງກໍພາກັນນຳໃຊ້ ແລະ ຜ່ານສາຍທາງເລກທີ 13 ນີ້, ເປັນຫລັກ.
ອາດເວົ້າໄດ້ວ່າສາຍ ທາງເລກທີ 13 ເປັນສາຍ ທາງທີ່ສຳຄັນນ້ຳເບີ 1, ເປັນ ສາຍທາງຍຸດທະສາດ ແລະ ຍາວກວ່າໝູ່ຕັ້ງແຕ່ເໜືອ ເຖິງໃຕ້.
ເມື່ອພວກເຮົາຈິນ ຕະນາ ການວາດພາບເບິ່ງຄັກໆ ແລ້ວ, ເຮົາກໍຈະຮູ້ວ່າສາຍ ທາງເລກທີ 13 ປຽບເໝືອນ ກະດູກສັນຫລັງຂອງຄົນເຮົາ.
ສ່ວນວ່າທາງແຍກ, ທາງຊອຍທີ່ເຊື່ອມຕໍ່ຈາກ ເສັ້ນທາງດັ່ງກ່າວກໍເໝືອນ ກັບວ່າເປັນສາຍເລືອດນ້ອຍ ໃຫຍ່ຫລື ເປັນໂຄງກະດູກທີ່ ປະກອບຢູ່ໃນຮ່າງກາຍຂອງ ຄົນເຮົາຢ່າງບໍ່ມີຜິດ.
ດ້ວຍສາເຫດນີ້ລະທິດ ກ່ຳຈິ່ງວ່າສາຍ ທາງເລກທີ 13 ປຽບເໝືອນສາຍເລືອດ ແລະ ສາຍໃຈຂອງປວງຊົນ ລາວທົ່ວປະເທດ.
ໃນເມື່ອກ່ອນ, ຕອນ ບ້ານເມືອງເຮົາຫາກໍໄດ້ຮັບ ການປົດປ່ອຍໃໝ່ໆ ແລະ ປະກາດເປັນປະເທດສາທາ ລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ທາງເລກທີ 13 ຍັງເປັນທາງແຄບໆ, ນ້ອຍໆ ແລະ ເປັນທາງດິນແດງ ແຕ່ເໜືອສຸດໃຕ້.
ໃນຊ່ວງນັ້ນ, ທິດກ່ຳ ມັກ ທຽວຂຶ້ນລ່ອງສ່ວນຫລາຍ ແມ່ນແຕ່ວຽງຈັນເຖິງແຂວງຈຳປາສັກ ບາງຄັ້ງກໍຈົນໄປ ຮອດຊາຍແດນ ລາວ-ກຳ ປູເຈຍ ສ່ວນວ່າ ທາງພາກ ເໜືອນັ້ນ ແມ່ນບໍ່ຄ່ອຍໄດ້ໄປ ດຸດັນປານໃດ.
ໃນຊ່ວງໄລຍະປົກປັກ ຮັກສາ ແລະ ສ້າງສາປະ ເທດຊາດທາງເລກທີ 13 ໄດ້ຮັບການປັບປຸງບູລະນະສ້ອມແປງຈາກທາງດິນ ແດງມາເປັນທາງປູຢາງ ແຕ່ ເໜືອສຸດໃຕ້.
ນອກຈາກນັ້ນ, ກໍໄດ້ ສ້າງຂົວໃນ ແມ່ນ້ຳໃຫຍ່ໆ ທີ່ບໍ່ທັນເຄີຍມີມາໃນປະ ຫວັດສາດເຊັ່ນ: ຂົວນ້ຳງື່ມ (ຊື່ຂົວສີທອງ ສັນຍາລັກວິ ລະຊົນລາວ). ຂົວນ້ຳກະດິງ (ຊື່ຂົວຢູ່ຣິກາກາຣິນ ສັນຍາ ລັກນັກບິນອາວະກາດລັດ ເຊຍ ອາດິດສະຫະພາບໂຊ ຫວຽດ) ແລະ ຂົວອື່ນໆ ແຕ່ເໜືອສຸດໃຕ້ ຈາກນັ້ນ, ຕໍ່ມາຮອດປີ 2.000 ສາຍ ທາງເລກທີ 13 ໄດ້ມີການ ພັດທະນາຂະຫຍາຍກວ້າງ ອອກ ແລະ ມີການສ້າງ ໃຫ້ເປັນມາດຕະຖານສົມ ກັບວ່າເປັນທາງຫລວງ ແຫ່ງຊາດ.
ທິດກ່ຳ ຍັງພໍຈື່ໄດ້ວ່າ ຍ່ານວຽງຈັນຫາປາກກະ ດິງແມ່ນບໍລິສັດ ສະການ ສະກາຂອງປະເທດສະວີ ເດັ່ນເປັນຜູ້ຮັບເໝົາກໍ່ສ້າງ ຍ່ານປາກກະດິງຮອດສະ ຫວັນນະເຂດ ແມ່ນບໍລິສັດ ຂອງຈີນ. ສ່ວນແຕ່ສະຫວັນ ນະເຂດຮອດປາກເຊຮອດ ຊາຍແດນແຄ້ວນໃຕ້ກໍມີກຸ່ມ ບໍລິສັດທີ່ຢູ່ພາຍໃນ ແລະ ຕ່າງປະເທດເປັນຜູ້ຮັບເໝົາ ກໍ່ສ້າງ, ນອກຈາກນັ້ນ, ຂຶ້ນ ໄປທາງພາກເໜືອຈົນສຸດ ກໍມີທັງບໍລິສັດພາຍໃນ ເອງ ແລະ ຕ່າງປະເທດເປັນ ຜູ້ຮັບພາລະກໍ່ສ້າງໄປເປັນ ໄລຍະໆ.
ນັບແຕ່ມື້ນັ້ນມາ, ຖ້າ ເຮົາຍົກເອົານິ້ວມືມານັບກໍ ເປັນເວລາຍາວນານ ເກືອບ 20 ປີ ແລ້ວ ໃນສະພາບປັດ ຈຸບັນ, ຖ້າມາເບິ່ງສະພາບ ຕົວຈິງຂອງເສັ້ນທາງກໍຍັງ ຖືວ່າໃຊ້ການໄດ້, ແຕ່ສິ່ງທີ່ ໜ້າ ເປັນຫວ່ງນັ້ນບໍ່ວ່າແຕ່ 13 ເໜືອ 13 ໃຕ້ພວມຖືກຄຸກ ຄາມຈາກໄພພິບັດທາງ ທຳມະຊາດຢ່າງໜັກໜ່ວງ ເຊັ່ນ: ຍາມຝົນກໍຖືກນ້ຳຖ້ວມ, ຖືກຍຸບລົງ ແລະ ຖືກດິນພຸ, ຫີນຜາທັບເຈື່ອນໃສ່ໃນບາງຍ່ານບາງຕອນດັ່ງທີ່ເຮົາ ເຫັນຕາມແຫລ່ງຂ່າວຄາວ ໃນປັດຈຸບັນ.
ພໍຕົກຍາມລະດູແລ້ງມາ ກໍເປັນບວກຂຸມ, ມີຂີ່ຝຸ່ນ ໄງ້ ກຸ້ມອັນເປັນເຫດໃຫ້ຜູ້ຄົນ ທຽວທາງໄປມາມີຄວາມ ລຳບາກ, ທັງຈົ່ມທຸກຈົ່ມຍາກ ວ່າອິດເມື່ອຍຫອດຫິວຫົວ ງັກຫົວແງ້ນນຳການເດີນ ທາງໄປມາບໍ່ສະດວກ, ການ ຂຶ້ນເໜືອລ່ອງໃຕ້ກໍຢ້ານແຕ່ ເກີດອຸປະຕິເຫດ, ຊ້ຳບໍ່ໜຳ ໃນເມື່ອທາງບໍ່ໄດ້ມາດຕະ ຖານມັນກໍມັກມີບັນຫາໃນ ເລື່ອງຂອງລົດລາງພາຫະ ນະຊື້ມາບໍ່ພໍປີສອງປີກໍເພ ຍ້ອນເສັ້ນທາງມີແຕ່ຂຸມມີແຕ່ຄື້ນປານລູກລະນາດຄ້ອງວົງ.
ເຖິງຢ່າງໃດກໍດີ, ຕາມ ທິດກ່ຳ ວ່າໃນສະພາບປັດ ຈຸບັນມັນກໍແມ່ນຍາມຝົນ, ເສັ້ນທາງບາງຍ່ານ, ບາງ ຕອນມັນກໍເປັນຄືຈັ່ງວ່ານັ້ນ ແທ້, ເພາະສະນັ້ນ, ໃນການ ໄປມາທຽວທາງ, ການນຳ ໃຊ້ລົດໃຊ້ຖະໜົນກໍຕ້ອງໄດ້ ລະມັດລະວັງຈົນກວ່າຕົກ ແລ້ງກໍອາດຈະມີການບູລະ ນະສ້ອມແປງ.
ໃນຄວາມເປັນຈິງ ແລ້ວ, ໂຄງການກໍ່ສ້າງເສັ້ນທາງ ເລກທີ 13 ທາງລັດຖະບານ ເຮົາ ກໍມີແຜນເອົາໄວ້ແລ້ວ, ນັບທັງເສັ້ນທາງດ່ວນຈາກ ວຽງຈັນຫາວັງວຽງ, ຈາກ ວຽງຈັນຮອດປາກເຊອາດ ຈະບໍ່ນານເກີນລໍໂຄງການ ດັ່ງກ່າວກໍຈະໄດ້ລົງມືຢ່າງ ເປັນຮູບປະທຳ.
ຊາໃຈທິດກ່ຳກໍແມ່ນ ຢາກໃຫ້ເພິ່ນລົງມືໄວໆໄປ ທາງໃດຂຶ້ນເໜືອລ່ອງໃຕ້ ຈຶ່ງບໍ່ຫົວງັກຫົວແງ້ນ, ແຕ່ ວ່າເຮັດຫຍັງມັນກໍຕ້ອງມີ ຂັ້ນຕອນໄປຕາມປອງລ່ອງຕາມແປວນັ້ນລະມັນຈຶ່ງຄັກ.
ອານາຄົດຢາກໃຫ້ເສັ້ນທາງເລກທີ 13 ກາຍເປັນ ສາຍເລືອດ ແລະ ສາຍໃຈ ຂອງ ຄົນລາວພໍໄດ້ອ້າງ ໜ້າອ້າງຕາກັບຕ່າງປະເທດວ່າຢູ່ບ້ານຂ້ອຍກໍມີທາງຊຸບ ເປີຮາຍຫວອກຮາຍເວຄືກັນກັບບ້ານເພິ່ນ ແມ່ນບໍ່ສະຫາຍ ຈານທຳ?./.