ກະຊວງສຶກສາຕັດສິນຕຳແໜ່ງວິຊາການຄູຊັ້ນອະນຸບານ ແລະ ປະຖົມສຶກສາໃນ 4 ແຂວງ


ໃນວັນທີ 6 ກັນຍານີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຕັດ ສິນຕໍາແໜ່ງວິຊາການຄູ ຊັ້ນອະນຸບານ ແລະ ປະຖົມ ສຶກສາ, ຢູ່ 4 ແຂວງ ຄື: ສະ ຫວັນນະເຂດ, ບໍ່ແກ້ວ, ໄຊ ຍະບູລີ ແລະ ຊຽງຂວາງ ໂດຍໄດ້ປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບ ຂອງຄະນະຄົ້ນຄວ້າໂດຍ ແບ່ງອອກເປັນ 3 ກຸ່ມ, ອີງ ຕາມໜ້າວຽກທີ່ຈະຕ້ອງໄດ້ ກວດ ແລະ ໃຫ້ຄະແນນ; ແຕ່ ລະກຸ່ມລາຍງານຜົນການ ຄົ້ນຄວ້າ ແລະ ໃຫ້ຄະແນນ ຕໍ່ຄະນະຮັບຜິດຊອບກອງ ປະຊຸມເພື່ອຂໍຄວາມເຫັນ ແລະ ເປັນເອກະພາບກັນ; ໂດຍສະເພາະແມ່ນດ້ານ ດີ ແລະ ຂໍ້ຄົງຄ້າງໃນການ ສ້າງແຜນການສອນ, ການ ແຕ່ງບົດສອນ, ການຜະລິດ ອຸປະກອນປະກອບການ ສອນ ແລະ ແຟມສະສົມຜົນ ງານຂອງຄູທີ່ສະເໜີຂໍຕໍາ ແໜ່ງວິຊາການຄູໃຫ້ຄະ ນະພະແນກສຶກສາທິການ ແລະ ກິລາແຂວງ ແຕ່ລະ ແຂວງຮັບຊາບພ້ອມທັງ ມອບບົດລາຍງານທີ່ເປັນ ລາຍລັກອັກສອນເພື່ອເປັນ ຫຼັກຖານ.


+ ກະຊວງສຶກສາ ແລະ ລັດຖະບານລຸກຊຳບວກຫາລືດ້ານການທ່ອງທ່ຽວ ແລະ ໂຮງແຮມຢູ່ລາວ
+ ກະຊວງສຶກສາ ແລະ ບໍລິສັດ ບິດ ມິເດຍ ສືບຕໍ່ໂຄງການປັບປຸງລະບົບການຮຽນການສອນແບບອີເລັກໂຕຣນິກ
ໃນກອງປະຊຸມ, ໄດ້ມີ ການສະເໜີລາຍຊື່ຄູທີ່ສະ ເໜີຂໍຕໍາແໜ່ງວິຊາການຄູ ໃນ 4 ແຂວງ ລວມມີ 20 ຄົນ ແລະ ສາມາດຕັດສິນຕໍາ ແໜ່ງວິຊາການຄູ (ຄູປະ ສົບການ) ຊັ້ນອະນຸບານ ແລະ ປະຖົມສຶກສາໄດ້ຈໍາ ນວນ 12 ຄົນ. ໃນນັ້ນ, ສະ ຫວັນນະເຂດ 6 ຄົນ, ໄຊ ຍະບູລີ 1 ຄົນ, ບໍ່ແກ້ວ 3 ຄົນ ແລະ ຊຽງຂວາງ 2 ຄົນ.

