6 ເຄັດລັບເພີ່ມພະລັງໃນການເຮັດວຽກຂຶ້ນມາອີກຄັ້ງ
September 7, 2018 - 10:45 PM


ຖ້າເຈົ້າເລີ່ມຕິດນິໄສນັບເວລາຖ້າໃຫ້ຮອດເວລາເລີກວຽກ ແລະ ເກືອບຈະອອກຫ້ອງການທັນທີເມື່ອເຖິງເວລາ ເພາະຊ່ວງຫຼັງມານີ້ຮູ້ສຶກບໍ່ສະມ່ວນຊື່ນ ແລະ ເບື່ອໜ່າຍການເຮັດວຽກຢາກຈະໃຫ້ເວລາເຮັດວຽກໃນແຕ່ລະມື້ຜ່ານພົ້ນໄປໄວໆ ຜິດໄປຈາກຊ່ວງທໍາອິດທີ່ເຂົ້າມາເຮັດວຽກ. ເຫດການແບບນີ້ເປັນເລື່ອງທີ່ເກີດຂຶ້ນກັບຫຼາຍໆຄົນ ເຖິງແມ່ນວ່າຈະໄດ້ເຮັດວຽກທີ່ຕົນເອງຮັກພຽງໃດກໍຕາມ ແຕ່ເມື່ອເຮັດໄປດົນໆຄວາມທ້າທາຍທີ່ເຄີຍມີກໍອາດຈະຫາຍໄປ, ບໍ່ມີແຮງກະຕຸ້ນຄືທີ່ເຄີຍມີ ຫຼືອາດມີເລື່ອງມາເຮັດໃຫ້ໝົດກໍາລັງໃຈໃນບາງຄັ້ງ ຊຶ່ງຫາກເຈົ້າກໍາລັງປະສົບກັບພາວະທີ່ເວົ້າມາຢູ່ ລອງມາເບິ່ງ 6 ເຄັດລັບເພື່ອຂັບເຄື່ອນຕົນເອງໃຫ້ກ້າວໄປໃນມື້ທີ່ຮູ້ສຶກໝົດພະລັງໃນການເຮັດວຽກ.


- ເຊື່ອໝັ້ນໃນຕົນເອງ ແລະ ເຂົ້າຫາໂອກາດທີ່ຄິດວ່າສົມຄວນຈະໄດ້ຮັບ, ຢ່າຍອມແພ້ຕໍ່ສິ່ງທີ່ບັນທອນເຈົ້າ ຫາກມີເພື່ອນຮ່ວມງານທີ່ເບິ່ງເຈົ້າເປັນຄູ່ແຂ່ງ ຫຼືຫົວໜ້າທີ່ຈັບຜິດເຈົ້າຕະຫຼອດເວລາ ກໍຢ່າເສຍພະລັງໄປກັບຄົນເຫຼົ່ານັ້ນ ແຕ່ໃຫ້ຕັ້ງໃຈເຮັດວຽກຂອງຕົນເອງ ແລະ ສູ້ກັບຕົນເອງໃຫ້ເຕັມທີ່.
- ຢ່າປຽບທຽບຕົນເອງກັນຄົນອື່ນ: ຫາກມີເພື່ອຮ່ວມງານທີ່ເກັ່ງກວ່າຈົນເຮັດໃຫ້ເຈົ້າຊື່ນຊົມ ໃຫ້ໃຊ້ຄໍາຊື່ນຊົມນັ້ນເປັນຕົວກະຕຸ້ນເຈົ້າໃຫ້ພັດທະນາຕົນເອງໄປສູ່ຄວາມສໍາເລັດ.
- ໃຫ້ກໍາລັງໃຈຕົນເອງສະເໝີ ຢ່າປ່ອຍໃຫ້ຄວາມກົດດັນມາເຮັດໃຫ້ເຈົ້າບໍ່ກ້າວໜ້າໄປໃສ ໃຊ້ໂອກາດ ແລະ ອຸປະສັກທີ່ເຂົ້າມາເພື່ອຮຽນຮູ້ ແລະ ພັດທະນາທັກສະຂອງຕົນເອງຢູ່ສະເໝີ ເພາະທັກສະໃໝ່ໆ ທີ່ເຈົ້າຮຽນຮູ້ຈະສ້າງຄວາມໄດ້ປຽບໃນຊີວິດການເຮັດວຽກຂອງເຈົ້າໄດ້.
- ຖ້າສາເຫດທີ່ເຈົ້າໝົດພະລັງໃນການເຮັດວຽກຄືເຈົ້າຮັກ ແລະ ມີຄວາມສົນໃຈມນເລື່ອງອື່ນໆຫຼາຍກວ່າ ເຈົ້າຕ້ອງກ້າທີ່ຈະໄປເລີ່ມສິ່ງໃໝ່ໆ ເພາະການໄດ້ເຮັດໃນສິ່ງທີ່ຮັກຈະເຮັດໃຫ້ເຈົ້າມີໂອກາດປະສົບຄວາມສໍາເລັດໄດ້ໄວກວ່າ.
- ພັດທະນາຄວາມສາມາດໃຫ້ຫຼາກຫຼາຍ ການມີຄວາມສາມາດຫຼາຍດ້ານໃນຕົນເອງເປັນສິ່ງທີ່ດີ ເຕື່ອນຕົນເອງໄວ້ສະເໝີວ່າຢ່າທໍ້, ເຈົ້າຕ້ອງພັດທະນາດ້ານທັກສະຢ່າງຕໍ່ເນື່ອງ ເພື່ອສ້າງຄວາມໄດ້ປຽບໃນຊີວິດເຮັດວຽກ ຖ້າເຈົ້າມີທັກສະໃໝ່ໆທີ່ຊ່ວຍພັດທະນາໃຫ້ຕົນເອງເຮັດວຽກໄດ້ຫຼາກຫຼາຍຂຶ້ນ ຄົນອື່ນໆໃນບ່ອນເຮັດວຽກຍ່ອມຕ້ອງສັງເກດເຫັນພັດທະນາການ ຊຶ່ງມັນຈະຊ່ວຍສົ່ງເສີມໃຫ້ເຈົ້າກ້າວໜ້າໄດ້ໄວຂຶ້ນ ແລະ ໝັ້ນຄົງ.
- ຫາສິ່ງທີ່ເຈົ້າເຮັດໄດ້ດີທີ່ສຸດ: ຖ້າເຫດຜົນແທ້ໆທີ່ພາໃຫ້ເຈົ້າໝົດພະລັງໃນການເຮັດວຽກ ຄືເຈົ້າມີຄວາມສົນໃຈໃນເລື່ອງໃໝ່ໆ ອາດຈະໝາຍເຖິງການຕ້ອງປ່ຽນວຽກໃໝ່ ການຍອມຈໍາໃຈຢູ່ບ່ອນເກົ່າເພື່ອເຮັດວຽກທີ່ບໍ່ເໝາະສົມກັນເຈົ້າຄົງບໍ່ແມ່ນເລື່ອງດີ ຫາກໄດ້ເຮັດໃນສິ່ງທີ່ຮັກຈະສົ່ງຜົນໃຫ້ເຈົ້າປະສົບຄວາມສໍາເລັດໄດ້ໄວຂຶ້ນກວ່າເກົ່າ ເຖິງແມ່ນວ່າອາດບໍ່ໄດ້ເກີດຂຶ້ນໃນກອບເວລທີ່ຄາດຫວັງໄວ້ ແຕ່ຍິ່ງມຸ່ງໝັ້ນກ້າວໄປເທິງເສັ້ນທາງທີ່ເປັນຂອງຕົນເອງ ເຈົ້າຈະມີໂອກາດເຕີບໃຫຍ່ຫຼາຍຂຶ້ນຕາມໄປ ແລະ ຈະໄດ້ຂອງຂວັນພິເສດຄືການມີຄວາມສຸກກັນການເຮັດວຽກໃນທຸກໆມື້ ເມື່ອໄດ້ເຮັດໃນສິ່ງທີ່ມັກຢ່າງແທ່ຈິງ.