ບາຊາ ກຽມຈັບ ບຸສເກ໊ດ ຕໍ່ສັນຍາ


ສື່ສະເປນລະບຸ ເຊຣຄິໂອ ບຸສເກ໊ດ ຍອດມິດຟ້ວຕົວຮັບ ບາເຊໂລນາ ພ້ອມທີ່ຈະຕໍ່ສັນຍາກັບທີມອອກໄປຈົນເຖິງປີ 2023, ພ້ອມຄ່າຈີກສັນຍາຈະເພີ່ມຂຶ້ນເຖິງລະດັບ 500 ລ້ານເອີໂຣ.
ເຊຣຄິໂອ ບຸສເກ໊ດ ກອງກາງຕົວຮັບຄົນເກັ່ງຂອງ ບາເຊໂລນາ ຍອດສະໂມສອນບານເຕະໃນ ລາລີກາ ສະເປນ ກຽມຈະໄດ້ຮັບການຕໍ່ສັນຍາອອກໄປຈົນຮອດປີ 2023 ກ່ອນທ້າຍເດືອນນີ້ ຕາມລາຍງານຈາກ ມຸນໂດ້ ເດປໍຕິໂບ ສື່ກິລາຊັ້ນນຳຂອງສະເປນ.
ສະຍາສະບັບປັດຈຸບັນຂອງ ບຸສເກ໊ດ ມີອາຍຸເຖິງປີ 2021 ແລະ ມີຄ່າຈີກສັນຍາຢູ່ທີ່ 200 ລ້ານເອີໂຣ, ແຕ່ຫລ້າສຸດ ມຸນໂດ້ ເດປໍຕິໂບ ລະບຸວ່າ: ໂຈເຊບ ມາເຣຍ ໂອໂຣປິດ ນາຍໜ້າຂອງ ບຸສເກ໊ດ ໄດ້ເຈລະຈາເລື່ອງສັນຍາສະບັບໃໝ່ກັບ ບາເຊໂລນາ ແລ້ວ.
ຄາດກັນວ່າ ອາດຈະມີການປະກາດຢ່າງເປັນທາງການໃນມໍ່ໆນີ້ ໂດຍດາວເຕະທີມຊາດສະເປນໄວ 30 ປີ ຈະໄດ້ຮັບການຂະຫຍາຍສັນຍາອອກໄປອີກ 2 ປີ ພ້ອມໄດ້ຮັບຄ່າເໝື່ອຍເພີ່ມຂຶ້ນ. ຂະນະທີ່ຄ່າຈີກສັນຍາຈະເພີ່ມຂຶ້ນເປັນ 500 ລ້ານເອີໂຣນຳອີກ.