ການວາງແຜນຄອບຄົວທີ່ດີຈະໄດ້ຮັບຜົນປະໂຫຍດຫຍັງແດ່?
ທ່ານ ລັດຖະມົນຕີກະຊວງ ສາທາລະນະສຸກກ່າວຕໍ່ກອງປະຊຸມວາງແຜນຄອບຄົວເມື່ອມໍ່ໆ ມານີ້ວ່າ: ວຽກງານ ຮັກສາສຸຂະພາບຂອງແມ່ ແລະ ເດັກແມ່ນ ວຽກງານບູລິມະສິດຕົ້ນຕໍຂອງລັດຖະບານກໍ່ຄືຂອງຂະແໜງ ການສາທາລະນະສຸກ. ການ ເອົາໃຈໃສ່ວຽກງານດັ່ງກ່າວ ຂອງປະເທດເຮົາບໍ່ພຽງແຕ່ເປັນ ການປັບປຸງຊີວິດ ການເປັນຢູ່ຂອງແມ່, ເດັກເກີດໃໝ່ຢູ່ປະເທດເຮົາເທົ່ານັ້ນແຕ່ຍັງສະແດງເຖິງການ ປະຕິບັດບັນດາສົນທິສັນຍາສາ ກົນທີ່ ສປປ ລາວ ເປັນພາຄີ,ໂດຍສະເພາະແມ່ນກົດລະບຽບສາກົນ ດ້ານສາທາລະນະສຸກ,ຜ່ານມາລັດຖະບານ ສົມທົບກັບການຊ່ວຍເຫຼືອຂອງອົງການຈັດຕັ້ງສາກົນໄດ້ລົງທຶນໃສ່ການຈັດຕັ້ງປະຕິບັດໂຄງການ ບູລິມະສິດເພື່ອການຮັກສາສຸຂະພາບຂອງແມ່ ແລະ ເດັກເປັນຈໍານວນທຶນຢ່າງຫຼວງຫຼາຍເປັນຕົ້ນໂຄງການ ເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີບໍ່ເສຍຄ່າ, ໂຄງການຈັດຊື້ ແລະ ບໍລິການ ການຢາກັນພະຍາດ (Vaccine) ແກ່ແມ່ຍິງ ແລະ ເດັກນ້ອຍ, ໂຄງການສົ່ງເສີມໃຫ້ ແມ່ຍິງຖືພາມາກວດ ແລະ ຝາກ ທ້ອງຢູ່ສະຖານທີ່ບໍລິການສາ ທາລະນະສຸກ, ການໂຄສະນາ ສຸຂະສຶກສາຄວາມຮູ້ກ່ຽວກັບ ການ ຮັກສາສຸຂະພາບຂອງແມ່ ແລະ ເດັກ, ການສົ່ງ ເສີມການລ້ຽງລູກດ້ວຍນົມແມ່, ການໃຫ້ ຄໍາປຶກສາ, ການວາງແຜນຄອບຄົວ ແລະ ອື່ນໆ ໄດ້ຊ່ວຍເຮັດໃຫ້ ສຸຂະພາບຂອງ ແມ່ ແລະ ເດັກຢູ່ປະເທດເຮົາດີຂຶ້ນເປັນລໍາດັບສະແດງອອກໃນຕົວຊີ້ວັດ MDGs ຄື: ອັດຕາການ ຕາຍຂອງແມ່ ໄດ້ຫຼຸດລົງຈາກ 375/ 100.000 ເດັກເກີດມີຊີວິດໃນປີ 2000 ມາເປັນ 190 /100.000 ຄົນຂອງເດັກເກີດ ມີຊີວິດ ໃນປີ 2016, ອັດຕາ ການຕາຍຂອງ ເດັກລຸ່ມ 1 ປີ ໄດ້ຫຼຸດລົງຈາກ 68 /1.000 ເດັກເກີດມີຊີວິດໃນປີ 2000 ມາເປັນ 47/1.000 ເດັກເກີດ ມີຊີວິດໃນປີ 2016 ແລະ ອັດຕາ ການ ຈາກຂອງເດັກລຸ່ມ 5 ປີ ໄດ້ຫຼຸດລົງຈາກ 73/1.000 ເດັກເກີດມີຊີວິດ ໃນປີ 2000 ມາເປັນ 62/1.000 ເດັກເກີດມີຊີວິດ ໃນປີ 2016.
ເຖິງຢ່າງໃດກໍ່ຕາມ, ຈາກບົດຮຽນຕົວຈິງຂອງຫຼາຍປະ ເທດ ແລະ ການຄົ້ນຄວ້າທາງ ວິທະຍາສາດເຫັນວ່າ ການວາງ ແຜນຄອບຄົວເພື່ອສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຖືພາ ແລະ ໃຫ້ກໍາເນີດເດັກໃນເວລາອາຍຸຂອງ ແມ່ອັນຄວນ ແລະ ໃນສະພາບ ຂອງຄອບຄົວທີ່ມີຄວາມພ້ອມ ແມ່ນເປັນການແກ້ໄຂບັນຫາຕົ້ນຕໍ ກ່ຽວກັບສຸຂະພາບຂອງ ແມ່ ແລະ ເດັກ, ເຊິ່ງບໍ່ແມ່ນການຈໍາກັດຈໍານວນຂອງເດັກແຕ່ເປັນການສ້າງໃຫ້ມີໄລຍະ ເວລາໃຫ້ ແມ່ຍິງທີ່ຈະຖືພາມີສຸຂະພາບ ແຂງແຮງ ແລະ ຟື້ນຟູສະພາບ ທາງຮ່າງກາຍ ແລະ ຈິດໃຈ ເຊິ່ງ ການວາງແຜນຄອບຄົວທີ່ດີຈະເຮັດໃຫ້ໄດ້ຮັບຜົນດີໃນສາມດ້ານຄື: 1. ດ້ານສຸຂະພາບຂອງແມ່, ຈະເຮັດໃຫ້ແມ່ ມີສຸຂະພາບແຂງແຮງ, ຫ່າງໄກຈາກການ ເປັນ ພະຍາດຕ່າງໆ, 2. ດ້ານສຸຂະ ພາບຂອງເດັກ: ເດັກທີ່ເກີດຈາກ ແມ່ທີ່ມີສຸຂະພາບແຂງແຮງຈະ ມີນໍ້າໜັກຕາມມາດຕະຖານ, ສຸ ຂະພາບດີ, ໄດ້ກິນນົມທີ່ມີຄຸນນະພາບ, ມີການ ຈະເລີນເຕີບໂຕດີ, ບໍ່ຄ່ອຍມີບັນຫາເລື່ອງການເປັນເດັກເຕັ້ຍ ຫຼື ເປັນເດັກນໍ້າໜັກຕໍ່າ ທີ່ສໍາຄັນຈະເປັນເດັກທີ່ ສະຫຼາດ. 3. ດ້ານສັງຄົມ: ເມື່ອແມ່ມີສຸ ຂະພາບແຂງແຮງ ກໍ່ສາມາດປະກອບສ່ວນເຂົ້າໃນວຽກງານຕ່າງໆເປັນ ຕົ້ນການຜະລິດກະສີກໍາ, ການສ້າງເສດຖະກິດ ຄອບຄົວ, ບໍ່ສ້າງພາລະໃຫ້ຄອບ ຄົວ ແລະ ສັງຄົມ. ດັ່ງນັ້ນພວກເຮົາມີຄວາມຈໍາເປັນຕ້ອງການລົງທຶນໃສ່ວຽກງານດັ່ງກ່າວ ເພີມຂຶ້ນໃນແຕ່ລະປີ ແລະ ມີຄວາມຍືນຍົງແຕ່ສໍາຄັນໄປກວ່ານັ້ນແມ່ນການຄຸ້ມຄອງບໍລິຫານ, ວິທີການນໍາໃຊ້ຊັບພະຍາກອນທີ່ຈໍາກັດ ໃຫ້ມີປະສິດຕິພາບປະສິດຕິຜົນສູງເປັນສິ່ງສໍາຄັນກວ່າ, ຍ້ອນຄວາມຮັບຮູ້ຂອງປະຊາຊົນລາວບັນດາເຜົ່າໂດຍສະ ເພາະຜູ້ຢູ່ເຂດຫ່າງໄກສອກຫຼີ້ກ ຍັງມີການເຊືອຖືທີ່ບໍ່ສອດຄ່ອງ, ການວາງແຜນຄອບຄົວ, ການກວດ ແລະ ຝາກ ທ້ອງລວມທັງການໄປເກີດລູກຢູ່ສະຖານທີ່ບໍ ລິການຍັງຂຶ້ນກັບ ຜູ້ປົກຄອງ. ຄູ່ ສົມລົດຫຼືແມ່ຍິງລາວຍັງອາຍ ຕໍ່ການເຂົ້າຊົມໃຊ້ວິທີການວາງແຜນຄອບຄົວຍັງເປັນສິ່ງທ້າ ທາຍບໍ່ໜ້ອຍໃຫ້ພວກເຮົາຕ້ອງ ສືບຕໍ່ແກ້ໄຂ, ເຊິ່ງແນ່ນອນວ່າ ພຽງແຕ່ຂະແໜງສາທາລະນະສຸກພວກເຮົາແມ່ນບໍ່ສາມາດແກ້ໄຂໄດ້ຈຶ່ງຮຽກຮ້ອງມາຍັງບັນດາ ຂະແໜງການທຸກພາກສ່ວນ, ທັງສູນກາງ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງທັງສັງຄົມທັງພາຍໃນ ແລະ ຕ່າງປະ ເທດຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຂະແໜງສາທາ ລະນະສຸກໃນການ ຮັກສາສຸຂະພາບຂອງ ແມ່ ແລະ ເດັກ ໂດຍ ສະເພາະວຽກງານການວາງແຜນຄອບຄົວໃຫ້ສາມາດບັນລຸບັນດາຄາດໝາຍຕ່າງໆທີ່ໄດ້ ວາງໄວ້.