ທ່ານ ຮຸນເຊນ ເປີດປະຊຸມຄະນະລັດຖະບານຄັ້ງທຳອິດ

- 1536303702431 800x0 - ທ່ານ ຮຸນເຊນ ເປີດປະຊຸມຄະນະລັດຖະບານຄັ້ງທຳອິດ
- kitchen vibe - ທ່ານ ຮຸນເຊນ ເປີດປະຊຸມຄະນະລັດຖະບານຄັ້ງທຳອິດ

ນາຍົກລັດຖະມົນຕີ ຮຸນ​ເຊ​ນ ຂອງ​ກຳປູ​ເຈຍ ​ເປີດ​ປະຊຸມ​ຄະນະ​ລັດຖະບານ​ຄັ້ງທຳ​ອິດ​ໃນ​ວັນ​ທີ 7 ກັນຍາ​ນີ້, ຫລັງ​ການ​ລົງມະຕິ​ແຕ່ງຕັ້ງຜູ້ນຳ​ລັດຖະສະພາ ​ແລະ ລັດຖະບານ​ໃໝ່ ພາຍຫລັງ​ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ.

ນາຍົກລັດຖະມົນຕີ ຮຸນ​ເຊ​ນ ກ່າວ​ໃນ​ລະຫວ່າງ​ກອງ​ປະຊຸມ ຫລັງ​ການ​ລົງມະຕິ​ເຊິ່ງຂະຫຍາຍ​ອຳນາດ​ການ​ບໍລິຫານ​ປະ​ເທດ​ຂອງ​ທ່ານ​ອອກ​ໄປ​ອີກ 5 ປີ ຈາກ​ດຳລົງ​ຕຳ​ແໜ່​ງມາ​ແລ້ວ 33 ປີ​ວ່າ: ລັດຖະບານ​ຈະ​ປະຕິບັດ​ໜ້າ​ທີ່​ຮັບ​ໃຊ້​ປະ​ເທດ​ ​ແລະ ປະຊາຊົນ. ທັງ​ນີ້ ຄະນະ​ລັດຖະບານ​ຊຸດ​ໃໝ່​ນີ້​ມີ​ການ​ປ່ຽນ​ແປງ​ເລັກ​ໜ້ອຍ ​ໂດຍ​ມີ​ການ​ເພີ່ມ​ອຳນາດ​ທາງ​ການ​ເມືອງ​ໃຫ້​ຄອບຄົວ​ຂອງ​ທ່ານ ​ໂດຍ​ມີ​ລູກ​ຊາຍ 2 ຄົນ ຄື​ ນາຍ​ພົນ ຮຸນ ມາ​ເນ​ດ ​ເຂົ້າຮ່ວມ​ໃນ​ຄະນະ​ເສນາ​ທິການ​ທະຫານ​ຮ່ວມ. ຂະນະ​ທີ່​ທ່ານ ຮຸນ ມາ​ນີ ລູກ​ຊາຍ​ຫລ້າ​ດຳລົງ​ຕຳ​ແໜ່​ງປະທານ​ຄະນະ​ກຳມາ​ທິການ​ລັດຖະສະພາ​ກິດຈະການ​ເຍົາວະ​ຊົນ ​ແລະ ກິລາ, ສ່ວນ​ປະທານ​ສະມັດຊາ​ແຫ່ງ​ຊາດ​ຍັງ​ຄົງ​ເປັນ​ທ່ານ ​ເຮ​ງ ສຳຣິນ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ຮຸນເຊນ ເປີດປະຊຸມຄະນະລັດຖະບານຄັ້ງທຳອິດ

ທ່ານ ຮຸນ​ເຊ​ນ ກ່າວ​ວ່າ: ລັດຖະບານ​ໃໝ່​ຈະ​ຍັງ​ເດີນ​ໜ້າ​ຕາມ​ແຜນ​ຍຸດ​ທະ​ສາດ​ສີ່ຫລ່ຽມ ​ເຊິ່ງ​ເນັ້ນ 4 ພາກ​ຕົ້ນຕໍ ​ໄດ້​ແກ່​ຊັບພະຍາກອນ​ມະນຸດ, ຖະໜົນ, ນ້ຳ ​ແລະ ພະລັງງານ ​ໂດຍ​ສະ​ເພາະ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຖື​ເປັນ​ພາລະກິດ​ສຳຄັນ​ອັນ​ດັບ​ທຳ​ອິດ. ນອກຈາກ​ນີ້ ຍັງ​ຈະ​ເນັ້ນການ​ກະຈາຍ​ເສດຖະກິດ, ການ​ພັດທະນາ​ພາກ​ເອກະ​ຊົນ, ນະ​ວັດຕະ​ກຳ, ​ເຕັກ​ໂນ​ໂລ​ຊີ​ສະ​ໄໝ​ໃໝ່, ກະສິກຳ ​ແລະ ຊົນນະບົດ, ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ​ເປັນຕົ້ນ. ຍຸ​ດທະ​ສາດ​ດັ່ງກ່າວ​ລ້ວນ​ມີ​ເປົ້າໝາຍ​ເພື່ອ​ຍົກ​ມາດຕະຖານ​ການ​ຄອງ​ຊີບ ​ແລະ ການ​ເປັນ​ຢູ່​ຂອງ​ປະຊາຊົນ.

- 4 - ທ່ານ ຮຸນເຊນ ເປີດປະຊຸມຄະນະລັດຖະບານຄັ້ງທຳອິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!