ລາວໂຈະຊົ່ວຄາວການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດຈາກ ສປ ຈີນ




ເມື່ອວັນທີ 5 ກັນຍານີ້, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການໂຈະຊົ່ວຄາວການນຳເຂົ້າໝູຊີ້ນ, ໝູພໍ່ແມ່ພັນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດຈາກ ສປ ຈີນ ເຂົ້າມາ ສປປ ລາວ, ພາຍຫລັງອົງການສຸຂະພາບສັດສາກົນ ໄດ້ແຈ້ງໃຫ້ຊາບວ່າ: ເມື່ອມໍ່ໆມານີ້, ໄດ້ເກີດການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ໃນຟາມລ້ຽງໝູຂອງແຂວງຫລຽວໝິງ ສປ ຈີນ. ສະນັ້ນ ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດເຂົ້າສູ່ ສປປ ລາວ ຈຶ່ງໄດ້ໂຈະຊົ່ວຄາວຂອງການນໍາເຂົ້າ, ໂດຍມອບໃຫ້ກົມລ້ຽງສັດ ແລະ ການປະມົງສົມທົບກັບພະແນກກະສິກຳ ແລະ ປ່າໄມ້, ອົງການປົກຄອງທ້ອງຖິ່ນ, ບັນດາດ່ານຊາຍແດນ ເຜີຍແຜ່ແຈ້ງການສະບັບນີ້ເພື່ອເຕືອນໃຫ້ເຈົ້າໜ້າທີ່, ຜູ້ປະກອບການ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນຮັບຊາບຢ່າງທົ່ວເຖິງຕໍ່ຄວາມຈຳເປັນໃນການໂຈະຊົ່ວຄາວດັ່ງກ່າວ, ພ້ອມທັງໃຫ້ບັນດາແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ ໂຈະນຳເຂົ້າໝູ ແລະ ຜະລິດຕະພັນໝູທຸກຊະນິດ, ພ້ອມທັງໃຫ້ເພີ່ມທະວີມາດຕະການຕິດຕາມກວດກາ ແລະ ບໍ່ອະນຸຍາດໃຫ້ນຳເຂົ້າຜະລິດຕະພັນຊີ້ນໝູທຸກຊະນິດ ເພື່ອມາຈຳໜ່າຍ ຫລື ບໍລິໂພກ ລວມທັງການນຳເຂົ້າຕິດຕົວຜູ້ໂດຍສານ ຫລື ຜູ້ເດີນທາງເຂົ້າມາ ສປປ ລາວ ເພື່ອບໍລິໂພກສ່ວນຕົວຢ່າງເດັດຂາດ, ໃນກໍລະນີເຈົ້າໜ້າທີ່ກ່ຽວຂ້ອງກວດພົບເຫັນຜູ້ລະເມີດ ຫລື ລັກລອບນຳເຂົ້າໝູ ຫລື ຜະລິດຕະພັນຊີ້ນໝູທີ່ບໍ່ຖືກຕ້ອງແມ່ນໃຫ້ປະຕິບັດມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ, ພ້ອມທັງນຳເອົາວັດຖຸທີ່ກວດກາຢຶດໄດ້ໄປທຳລາຍຖິ້ມ.