ຄະນະປະຕິບັດງານພິເສດສອງແຂວງຄຳມ່ວນ-ກວາງບິ່ງເສີມຂະຫຍາຍການພົວພັນຮ່ວມມື


ກອງປະຊຸມພົບປະລະ ຫວ່າງ ຄະນະປະຕິບັດງານ ພິເສດແຂວງຄໍາມ່ວນ ສປປ ລາວ ແລະ ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ມີຂຶ້ນໃນ ວັນທີ 5 ກັນຍານີ້ ທີ່ແຂວງ ຄຳມ່ວນ, ເພື່ອຫາລືການ ຊອກຄົ້ນ, ທ້ອມໂຮມອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ ໄດ້ເສຍສະຫຼະຊີວິດໃນສະ ໜາມຮົບຢູ່ລາວ, ຝ່າຍລາວ ນໍາ ໂດຍທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງ ຄໍາມ່ວນ ທັງເປັນຫົວໜ້າຄະນະ, ຝ່າຍ ແຂວງກວາງ ບິ່ງນໍາ ໂດຍທ່ານ ເຈິ່ນ ຕ່ຽນຢຸ່ງ ຮອງປະທານຄະນະກໍາມະ ການປະຊາຊົນແຂວງ ທັງ ເປັນຫົວໜ້າຄະນະ.
+ ດ່ານສາກົນຂົວມິດຕະພາບລາວ-ໄທ 1 ກຽມທົດລອງເກັບເງິນຜ່ານປະຕູດຽວ ເພື່ອອັດປ່ອງຮົ່ວໄຫລງົບປະມານ
+ ຄຳມ່ວນ-ນະຄອນພະນົມ ຈັດງານຕະຫລາດນັດ ສາຍສຳພັນລາວ-ໄທ
ໃນວາລະການພົບປະ ຕາງໜ້າແຂວງຄໍາມ່ວນ ກ່າວວ່າ: ຂໍ້ມູນທີ່ ໄດ້ຮັບ ຈາກ ກົມກອງເກົ່າມີທະຫານ ອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ເສຍສະ ຫຼະຊີວິດຢູ່ພື້ນທີ່ແຂວງ ຄໍາ ມ່ວນ ມີ 3.410 ກໍລະນີ ແລະ ແຕ່ປີ 1991 ເປັນຕົ້ນມາ ໜ່ວຍປະຕິບັດງານພິເສດ ສາມາດຂຸດຄົ້ນ, ເກັບກູ້ ແລະ ນໍາກັບຄືນປະເທດໄດ້ຈໍາ ນວນ 2.993 ສົບ.
ສັງລວມແລ້ວເລີ້ມແຕ່ ປີ 1988 ຮອດເດືອນ 6 ປີ 2018 ຂຸດຄົ້ນ, ເກັບກູ້ ແລະ ນໍາກັບຄືນປະເທດໄດ້ຈໍາ ນວນ 5.060 ສົບ ແລະ ມາ ຮອດລະດູແລ້ງສົກປີ 2017 – 2018 ເປັນຄັ້ງທີ 39 ຂອງ ການຈັດພິທີມອບ- ສົ່ງອັດ ຖິຂອງທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ພື້ນ ທີ່ແຂວງຄໍາມ່ວນ ຈຳນວນ 18 ສົບ.
ຄະນະປະຕິບັດງານ ພິເສດແຂວງຄໍາມ່ວນສະ ເໜີວ່າ ໃນລະດູແລ້ງສົກປີ 2018 – 2019 ສອງຝ່າຍ ຈະສືບຕໍ່ຈັດຕັ້ງປະຕິບັດ ໃນການລົງເຄື່ອນໄຫວ ຊອກ ຫາ, ເກັບກໍາຂໍ້ມູນຂອງຄະ ນະປະຕິບັດງານພິເສດທັງ ສອງແຂວງທີ່ໄດ້ສໍາຫຼວດ ແລ້ວ, ແຕ່ຍັງບໍ່ໄດ້ຂຸດຄົ້ນ ມີ 88 ສົບໃນນີ້ເມືອງບົວ ລະພາມີ 9 ສົບ, ຄູນຄໍາ 14 ສົບ, ເຊບັ້ງໄຟ 11 ສົບ, ທ່າ ແຂກ 13 ສົບ, ມະຫາໄຊ 9 ສົບ, ຫີນບູນ 10 ສົບ, ໄຊ ບົວທອງ 12 ສົບ ແລະ ຍົມ ມະລາດ 10 ສົບ .

