ປູກຫອມລາບປາບຄວາມທຸກ

- 741 - ປູກຫອມລາບປາບຄວາມທຸກ
- kitchen vibe - ປູກຫອມລາບປາບຄວາມທຸກ

   ໂດຍ: ຊາຍພະເນຈອນ  

ການເຮັດສວນປູກພືດ ຜັກຕ່າງໆ ຂອງປະຊາຊົນ ເຂດ ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ໄດ້ ນິຍົມກັນມາແຕ່ດົນນານ ແລ້ວຈົນກາຍເປັນອາຊີບ, ມີ ຫລາຍຄອບຄົວໄດ້ມີສວນ ຕົ້ນໝາກລະມຸດ, ໝາກກະ ທັນ, ສວນກ້ວຍ, ສວນພ້າວ ແລະ ປູກໄມ້ໃຫ້ໝາກຊະນິດ ອື່ນໆ ຫລາຍຢ່າງ, ຍ້ອນວ່າ ຢູ່ຂົງ ເຂດນີ້ເປັນເຂດດິນ ທີ່ອຸດົມສົມບູນດີ ແລະ ເໝາະ ສົມສຳລັບການປູກຝັງ.
ກໍດັ່ງຄອບຄົວ ທ ພອນ ເຈົ້າຂອງສວນຜັກຫອມ ລາບໃຫ້ຮູ້ວ່າ: ນັບແຕ່ຄາວ ເປັນນັກຮຽນພໍເລີກຮຽນ ມາກໍໄດ້ຮີບຮ້ອນລົງເຮັດ ສວນປູກຢາ, ປູກອ້ອຍຊ່ວຍ ພໍ່ແມ່ ແລະ ໃຫຍ່ມາຕົນໄດ້ ຢຸດເຊົາ ແລະ ຫັນໄປປູກ ຜັກຫອມລາບຂາຍເປັນ ອາຊີບແທນພໍ່ແມ່, ເພາະ ພວກເພິ່ນ ກໍເຖົ້າແກ່ ຫລາຍ ແລ້ວຕົນເອງຕ້ອງໄດ້ ເປັນ ຫລັກໃຫ້ຄອບຄົວ.

- Visit Laos Visit SALANA BOUTIQUE HOTEL - ປູກຫອມລາບປາບຄວາມທຸກ

 

- 789514 - ປູກຫອມລາບປາບຄວາມທຸກ

ປູກຜັກຂາຍກາຍເປັນຄອບຄົວຕົວແບບ

ປູກຜັກສະອາດ-ປອດສານພິດຊ່ວຍສ້າງເສດຖະກິດຄອບຄົວດີຂຶ້ນ

ການປູກຫອມລາບ ເປັນອາຊີບໜຶ່ງທີ່ນຳ ໃຊ້ ຕົ້ນທຶນໜ້ອຍພຽງແຕ່ 4-5 ແສນກີບ ກໍສາມາດ ປູກຫອມລາບໄດ້ແລ້ວ ພຽງແຕ່ຕັດເອົາກິ່ງ ຫລື ງ່າມາສຽບລົງໜານ, ໃຫ້ ການບົວລະບັດຮັກສາພຽງ ບໍ່ເທົ່າໃດເຮົາກໍສາມາດຕັດ ເອົາໄປຂາຍໄດ້ແລ້ວເດືອນ ລະປະມານ 200-250 ກິໂລ, ໃນລາຄາກິໂລລະ 10.000 ກີບ ແລະ ຈະໄດ້ ລາຍຮັບຈາກການຂາຍ ຫອມລາບປະມານ 2-3 ລ້ານກີບ/ເດືອນ, ບາງປີກໍ ຈະໄດ້ຮັບປະມານ 4-5 ລ້ານ ກີບ/ເດືອນ.

ທ ພອນ ໃຫ້ຮູ້ຕື່ມວ່າ: ນອກຈາກປູກຫອມລາບ ແລ້ວຄອບຄົວຕົນເອງຍັງໄດ້ ປູກໝາກເລັ່ນ, ໝາກເຂືອແຮ ໄວ້ເພື່ອຍາມສຸກເສີນ, ແຕ່ ດຽວນີ້ໝາກເຂືອ, ໝາກເລັ່ນ ແມ່ນກຳລັງກຽມປູກໃໝ່, ສ່ວນຜັກຫອມລາບແມ່ນເກັບ ຂາຍຕະຫລອດປີ, ປູກຜັກ ຫອມໃນເນື້ອທີ່ພຽງເຄິ່ງໄລ່ ແຕ່ລາຍຮັບແມ່ນໄດ້ຫລາຍ.

ປູກຫອມລາບຕ້ອງໄດ້ ອົດທົນ ແລະ ເອົາໃຈໃສ່ໃນ ການເບິ່ງແຍ່ງດູແລນັບຕັ້ງ ແຕ່ມື້ເລີ່ມປູກຈົນຮອດມື້ຜັກ ໃຫຍ່ດ້ວຍການໃສ່ຝຸ່ນຄອກ ແລະ ອະນາໄມຫຍ້າອອກ ຈຶ່ງເຮັດໃຫ້ຜັກຂຽວງາມ ດີ, ໃຫຍ່ໄວ, ມີນ້ຳໜັກ ແລະ ເປັນຜັກທີ່ປອດສານພິດ ຈຶ່ງເຮັດໃຫ້ ແຕ່ລະເດືອນໄດ້ ມີລາຍຮັບຈາກການຂາຍ ຜັກຢ່າງໜ້າເພິງພໍໃຈ, ເຮັດ ໃຫ້ຄອບຄົວມີຢູ່ມີກິນ, ສາມາດຊື້ລົດໃຫຍ່ຮັບໃຊ້ ຄອບຄົວ, ວັດຖຸອຸປະກອນ ຮັບໃຊ້ຊີວິດປະຈຳວັນ, ພ້ອມທັງສົ່ງເສີມລູກເຕົ້າ ເຂົ້າໂຮງຮຽນ.

ໃນອະນາຄົດນີ້ຈະໄດ້ ຂະຫຍາຍເນື້ອທີ່ຈາກເຄິ່ງ ໄລ່ໃຫ້ເພີ່ມຂຶ້ນຮອດໜຶ່ງໄລ່.
ທ ພອນ ເຖິ່ງລາວບໍ່ໄດ້ ຮ່ຳຮຽນກ່ຽວກັບວິຊາການ ປູກຝັງມາກ່ອນແຕ່ຍ້ອນຜູ້ ກ່ຽວໄດ້ມີປະສົບການໃນ ການປູກຝັງດ້ວຍການປູກ ຈິດສຳນຶກມາແຕ່ຄາວຍັງ ນ້ອຍໆ ຈິ່ງໄດ້ເດີນຕາມ ຮອຍພໍ່ແມ່ ທີ່ເປັນສົມບັດ ອັນລ້ຳຄ່າ ເພື່ອສືບທອດ ຕະຫລອດໄປ./.

- 741 - ປູກຫອມລາບປາບຄວາມທຸກ

- 4 - ປູກຫອມລາບປາບຄວາມທຸກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!