6 ວິຕາມິນ – ແຮ່ທາດທີ່ຊ່ວຍກຳຈັດຄວາມດັນເລືອດສູງ

- 030609 2018 - 6 ວິຕາມິນ – ແຮ່ທາດທີ່ຊ່ວຍກຳຈັດຄວາມດັນເລືອດສູງ
- kitchen vibe - 6 ວິຕາມິນ – ແຮ່ທາດທີ່ຊ່ວຍກຳຈັດຄວາມດັນເລືອດສູງ

     – ໂປຕັສຊຽມ : ເປັນແຮ່ທາດສຳຄັນ ລະດັບປົກກະຕິຂອງໂປຕັສຊຽມສົ່ງຜົນຕໍ່ການເຮັດວຽກຂອງກ້າມຊີ້ນທີ່ເປັນປົກກະຕິ ແລະ ຊ່ວຍຄາຍເນື້ອເຍື່ອເສັ້ນເລືອດ ຈຶ່ງຊ່ວຍຫລຸດຄວາມດັນເລືອດໄດ້.

     – ແມັກນີຊຽມ : ສາມາດຊ່ວຍຄວບຄຸມຄວາມດັນເລືອດຂອງທ່ານໄດ້ ເພາະຊ່ວຍໃຫ້ຫລອດເລືອດຕາຍໂຕ ເປັນການຫລຸດ ຄວາມດັນເລືອດ, ຫລຸດຄວາມສ່ຽງຂອງພະຍາດຫລອດເລືອດສະໝອງໄດ້.

- Visit Laos Visit SALANA BOUTIQUE HOTEL - 6 ວິຕາມິນ – ແຮ່ທາດທີ່ຊ່ວຍກຳຈັດຄວາມດັນເລືອດສູງ

     – ທາດການຊຽມ : ສາມາດຊ່ວຍໃຫ້ຜິວໜັງຫລອດເລືອດເຄັ່ງ ແລະ ຍານໃນເວລາທີ່ຕ້ອງການ ສິ່ງນີ້ຊ່ວຍຄວບຄຸມຄວາມດັນຂອງເລືອດໄດ້.

     – ວິຕາມິນເອີ : ເປັນວິຕາມິນລະລາຍໄດ້ໃນໄຂມັນ ສາມາດປິ່ນປົວຄວາມດັນເລືອດສູງໄດ້, ຊ່ວຍໃຫ້ຫລອດເລືອດຄາຍໂຕ ຈຶ່ງຊ່ວຍຫລຸດຄວາມດັນເລືອດສູງ ທັງຄວາມດັນໃນຂະນະຫົວໃຈບີບໂຕ ແລະ ຄາຍໂຕ, ປ້ອງກັນຫົວໃຈວາຍ, ເຈັບແໜ້ນໜ້າເອິກ ແລະ ຄວາມຜິດປົກກະຕິກ່ຽວກັບເລືອດ ຫລື ບັນຫາກ່ຽວກັບໝາກໄຂ່ຫລັງ ລວມທັງຜິວໜັງໄດ້.

     – ວິຕາມິນເຊ : ການກິນອາຫານທີ່ອຸດົມໄປດ້ວຍວິຕາມິນເຊ ຈະຊ່ວຍປິ່ນປົວ ແລະ ປ້ອງກັນອາການຕິດເຊື້ອ, ອາການຊຶມເສົ້າ, ບັນຫາກ່ຽວກັບການຄິດ, ຄວາມຈື່ຈຳເສື່ອມ, ອາການອ່ອນເພຍ, ພະຍາດຫົວໃຈ, ພະຍາດຫລອດເລືອດສະໝອງ ແລະ ຄວາມດັນເລືອດສູງໄດ້.

     – ວິຕາມິນເດ : ເປັນວິຕາມິນທີ່ລະລາຍໄດ້ໃນໄຂມັນ ພົບໄດ້ໃນປາທີ່ມີໄຂມັນ ເຊັ່ນ : ປາທູ, ປາທູນ່າ, ໃນຜະລິດຕະພັນຈາກນົມ ເຊັ່ນ : ນົມ, ເນີຍແຂງ, ໃນນຳ້ໝາກໄມ້ ແລະ ທັນຍາພືດທີ່ມີສະຫລາກຕິດວ່າ ເສີມວິຕາມິນເດ. ແນວໃດກໍຕາມ, ທ່ານສາມາດໄດ້ຮັບວິຕາມິນເດໂດຍສ່ວນຫລາຍ ໄດ້ຈາກການຮັບແສງແດດ. ວິຕາມິນເດມີປະໂຫຍດຕໍ່ຫລອດເລືອດ ແລະ ອາການຂອງພະຍາດຫົວໃຈ ລວມທັງຄວາມດັນເລືອດສູງ.

- 3 - 6 ວິຕາມິນ – ແຮ່ທາດທີ່ຊ່ວຍກຳຈັດຄວາມດັນເລືອດສູງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!