ໂຄງກາ​ນຮ່ວມ​ມື 3 ຝ່າຍລາ​ວ-​ໄທ-​ເຢຍລະ​ມັນ ມີຜົນສຳເລັດຫລາຍດ້ານ

- kitchen vibe - ໂຄງກາ​ນຮ່ວມ​ມື 3 ຝ່າຍລາ​ວ-​ໄທ-​ເຢຍລະ​ມັນ ມີຜົນສຳເລັດຫລາຍດ້ານ

ອົງການ​ກວດ​ສອບ​​ແຫ່ງ​ລັດ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ໂຄງການ​ຮ່ວມ​ມື 3 ຝ່າ​ຍລາ​ວ-​ໄທ-​ເຢຍລະ​ມັນເປັນຄັ້ງ​ທີ 3 ຂຶ້ນ​ໃນວັນທີ 5 ກັນຍານີ້, ​ໂດຍ​ການເຂົ້າຮ່ວມ​ຂອງທ່ານ ບຸ​ນປອນ ວັນນະ​ຈິດ ຮອງ​ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ, ທ່ານ​ນາງ ຊິ​ຣິນ ພັນກະ​ເສີມ ຮອງ​ຜູ້​ວ່າການ​ສຳນັກງານ​ການກວດ​ເງິນ​ແຜ່​ນດິນ​ປະ​ເທດ​ໄທ, ທ່ານ ວັນ​ທະ​ນາ​ວິດ ກະຈະເສນີ ຮອງ​ຫົວ​ອົງການ​ຮ່ວມ​ມື​ສາກົນ​ປະ​ເທດ​ໄທ ​ແລະ ທ່ານນາງ ​ເບຍ​ເທີ້ ​ເມ​ເຢີ້ ຫົວໜ້າ​ອົງ ການ​ຮ່ວມ​ມື​ສາກົນ​ປະ​ເທດ​​ເຢຍລະ​ມັນເຂົ້າຮ່ວມນໍາດ້ວຍ.

ກອງ​ປະຊຸ​​ມໄດ້​ປຶກສາ​ຫາລື ​ແລະ ປະກອບ​ຄຳ​ຄິດ​ເຫັນຮ່ວມ​ກັນ​ຕໍ່​ກັບ​ຜົນສຳ​ເລັດ ທີ່​ໄດ້​ຮັບ​ຈາກ​ການຈັດ​ຕັ້ງ​ປະຕິບັດໂຄງກາ​ນຮ່ວມ​ມື​ 3 ຝ່າ​ຍ ລາ​ວ-​ໄທ-​ເຢຍລະ​ມັນ ​ໃນ​​ໄລຍະ​ເລີ່​ມຕົ້ນ​ມາ​ເຖິງ​ປັດຈຸບັນ ເຫັນວ່າ​ໄດ້​ຮັບ​ຜົນສຳ​ເລັດໃນ​ຫລາຍ​ດ້ານ​ເປັນ​ຕົ້ນການສ້າງ​ຫລັກ​ສູດ​​ຝຶກ​ອົບຮົມ​ສຳລັບ​ນັກ​ກວດ​ສອບ​ຂັ້ນ​ຕົ້ນ ຈຳນວນ 5 ຫລັກສູ​ດ ທີ່​ໄດ້​ມາດຕະຖານ​ສາກົນ (ISSAI), ສ້າງ​ໄດ້​ຄູ​ຝຶກ​ອົບ​ຮົມ​ ກ່ຽວ​ກັບ​ການກວດ​ສອບ​ການ​ເງິນ 9 ທ່ານ, ​​ຄູ​ມື​ໃນ​ການ​ບໍລິ ຫານ​ການ​ຝຶກ​ອົບຮົມ 1 ​ເຫລັ້ມ ​ແລະ ​ໄດ້​ນັກ​ຄຸ້ມ​ຄອງ-ບໍລິຫານ​ສະ​ຖາ​ບັນ​ຝຶກ​ອົບຮົມ 4 ທ່ານ.

- Visit Laos Visit SALANA BOUTIQUE HOTEL - ໂຄງກາ​ນຮ່ວມ​ມື 3 ຝ່າຍລາ​ວ-​ໄທ-​ເຢຍລະ​ມັນ ມີຜົນສຳເລັດຫລາຍດ້ານ

​ໃນໂອກາດດຽວກັນນີ້, ກໍ​ໄດ້​ມອບ​ໃບ​ຍ້ອງ​ຍໍ ​ໃຫ້​ກັບ​ບັນດາ​ພາກສ່ວນທີ່​ໃຫ້ການ​ສະໜັບສະໜູນໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການດັ່ງກ່າວຄື: ໄດ້ມອບ​ໃບ​ຍ້ອງຍໍ​ໃຫ້​ຄະນະ​ຊ່ຽວຊານຈາກ​ສຳນັກງານ​ການ​ກວດເງິນ​ແຜນ​ດິນ​ປະ​ເທ​ດ​ໄທ 5 ທ່ານ, ມອບ​ໃບ​ຢັ້ງຢືນ​ໃຫ້​​ບັນດາ​ຄູ​ຝຶກ​ 9 ທ່ານ, ທີ່​ໄດ້​ສຳ​ເລັດ​ການ​ອອກ​ແບບ​ຫລັກສູດ​ການ​ຮຽນ-​ການ​ສອນ ສຳ​ລັບ​ການ​ຝຶກ​ອົບຮົມ ​ແລະ ມອບ​ໃບ​ຢັ້ງຢືນ ​ໃຫ້​​ນັກ​ກວດ​ສອບ​ຂັ້ນຕົ້ນຂອງ​ອົງການກວດ​ສອບ​ແຫ່ງ​ລັດແຫ່ງ ສປປ ລາວ ທີ່​​ຜ່ານ​ການ​ຝຶກ​ອົບ​ຮົມ​ໃນ 5 ຫລັກ​ສູ​ດຈຳນວນ 30 ທ່ານ.

- 5 - ໂຄງກາ​ນຮ່ວມ​ມື 3 ຝ່າຍລາ​ວ-​ໄທ-​ເຢຍລະ​ມັນ ມີຜົນສຳເລັດຫລາຍດ້ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!