ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ລົງຕິດຕາມສະພາບນ້ຳຖ້ວມຢູ່ແຂວງວຽງຈັນ


ໃນວັນທີ 6 ກັນຍານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ລົງຕິດຕາມເບິ່ງສະພາບນ້ຳຖ້ວມຢູ່ເມືອງທຸລະຄົມ ແຂວງວຽງຈັນ ໂດຍມີຄະນະນຳແຂວງ-ເມືອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້, ທ່ານເຈົ້າແຂວງວຽງຈັນ ວິດົງ ໄຊຍະສອນ ໄດ້ລາຍງານວ່າ: ພາຍຫລັງເກີດຝົນຕົກຕິດຕໍ່ຫລາຍວັນ ເຮັດໃຫ້ລະດັບໃນອ່າງນ້ຳງື່ມສູງຂຶ້ນຢ່າງໄວວາ ແລະ ໄດ້ມີການປ່ອຍນ້ຳຈາກເຂື່ອນດັ່ງກ່າວມາແຕ່ກາງເດືອນສິງຫາເປັນຕົ້ນມາ ເຮັດໃຫ້ນ້ຳງື່ມມີປະລິມານສູງຂຶ້ນກາຍເຂດອັນຕະລາຍແລ້ວໄຫລເຂົ້າຖ້ວມ 16 ບ້ານທີ່ຢູ່ກ້ອງເຂື່ອນຄື: ບ້ານຫາດສວນ, ຕານປ່ຽວ, ສຸກສາລາ, ບ້ານຈຸ້ມ, ບ້ານແຈ້ງ, ຫາດສ້ຽວ, ໂພນແພງ, ລິ່ງຊັນ, ບຸ່ງພ້າວ, ຫາດໄຊ, ນາຄອງ, ຖິນຄຳ, ໂພນແຮ່, ເກີນໃຕ້, ເກີນກາງ ແລະ ເກີນເໜືອ, ມີ 1.430 ຄອບຄົວໄດ້ຮັບຜົນກະທົບ ແລະ ມີໂຮງຮຽນ 12 ແຫ່ງແມ່ນໄດ້ປິດການຮຽນ-ການສອນຊົ່ວຄາວ ເນື່ອງຈາກຖືກນ້ຳຖ້ວມ, ເນື້ອທີ່ການຜະລິດກວ່າ 2.800 ເຮັກຕາ, ສັດລ້ຽງປະເພດຄວາຍ 9.000 ໂຕ, ງົວ 29.700 ກວ່າໂຕ, ໝູ 14.950 ກວ່າໂຕ, ແບ້+ແກະ 5.200 ກວ່າໂຕ, ສັດປີກ 552 ພັນກວ່າໂຕ ແມ່ນຂາດອາຫານ ແລະ ມີຈຳນວນໜຶ່ງແມ່ນໄດ້ຕາຍແລ້ວ. ນອກນີ້ ໜອງປາ 125 ເຮັກຕາເສຍຫາຍ. ຕໍ່ສະພາບດັ່ງກ່າວ ອຳນາດການປົກຄອງແຂວງ, ເມືອງ ໄດ້ສົມທົບກັບຂະແໜງກ່ຽວຂ້ອງ ແລະ ກຳລັງທະຫານ-ຕຳຫລວດ, ຊາວໜຸ່ມໄດ້ນຳອຸປະກອນກູ້ໄພລົງຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບຜົນກະທົບ, ພ້ອມທັງຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງມາໄວ້ບ່ອນປອດໄພ ແລະ ໄດ້ນຳເອົາເຄື່ອງຊ່ວຍເຫລືອອຸປະໂພກ-ບໍລິໂພກຈຳນວນໜຶ່ງໄປແຈກຢາຍໃຫ້ຜູ້ປະສົບໄພ, ພ້ອມທັງໄດ້ລະດົມກຳລັງຊາວໜຸ່ມຈາກພາກສ່ວນຕ່າງໆມາຮ່າຍດິນຊາຍໃສ່ເປົາ ເພື່ອໄປວາງເປັນກຳແພງປ້ອງກັນນ້ຳໃນຈຸດທີ່ຕໍ່າ ເພື່ອປ້ອງກັນບໍ່ໃຫ້ນ້ຳໄຫລຖ້ວມຂຶ້ນສູງ ແລະ ມາຮອດປັດຈຸບັນ ການສັນຈອນດ້ວຍລົດໄປຫາບັນດາບ້ານທີ່ຖືກນ້ຳຖ້ວມແມ່ນຖືກຕັດຂາດ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ອຳນາດການປົກຄອງແຂວງ-ເມືອງ ແລະ ໜ່ວຍງານກ່ຽວຂ້ອງເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ, ພ້ອມທັງເອົາໃຈໃສ່ປົກປັກຮັກສາສິ່ງຂອງປະຊາຊົນທີ່ຍົກຍ້າຍມາຢູ່ບ່ອນປອດໄພນັ້ນ ເພື່ອບໍ່ໃຫ້ຕົກເຮ່ຍເສຍຫາຍ. ຈາກນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນເຮືອໄປຢ້ຽມຢາມປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດສວນ, ຫາດສ້ຽວ, ລິ່ງຊັນ, ຫາດໄຊ ແລະ ໄປເຂື່ອນນ້ຳງື່ມ ເພື່ອຕິດຕາມເບິ່ງການລະບາຍນ້ຳຂອງເຂື່ອນດັ່ງກ່າວ.