ລາວ-ເຢຍລະມັນ ສືບຕໍ່ຮ່ວມມືເພື່ອການພັດທະນາ

- Lao German - ລາວ-ເຢຍລະມັນ ສືບຕໍ່ຮ່ວມມືເພື່ອການພັດທະນາ
- kitchen vibe - ລາວ-ເຢຍລະມັນ ສືບຕໍ່ຮ່ວມມືເພື່ອການພັດທະນາ

ໃນລະຫວ່າງວັນທີ 3-5 ກັນຍານີ້, ຄະນະຜູ້ແທນລາວນໍາໂດຍທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມເຈລະຈາຮ່ວມມືຢ່າງເປັນທາງການລະຫວ່າງ ສປປ ລາວ ແລະ ສ ເຢຍລະມັນ, ຊຶ່ງໄດ້ຈັດຂຶ້ນຢູ່ນະຄອນຫລວງແລກແລງ, ຝ່າຍເຢຍລະມັນນໍາໂດຍທ່ານ Dr. Claudia Warning ຫົວໜ້າກົມກະຊວງຮ່ວມມື, ເສດຖະກິດ ແລະ ການພັດທະນາ. ໃນກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ແລະ ກຳນົດແຜນການຮ່ວມມືກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆ ທີ່ລັດຖະບານ ເຢຍລະມັນໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະຜ່ານມາ ແລະແຜນການໃນຕໍ່ໜ້າຄື: ສໍາລັບສົກປີ 2018-2019 ລັດຖະບານເຢຍລະມັນໄດ້ຕົກລົງໃຫ້ການຊ່ວຍເຫລືອ ສປປ ລາວ 41,7 ລ້ານເອີໂຣ, ພິເສດແມ່ນລັດຖະບານເຢຍລະມັນໄດ້ໃຫ້ການຊ່ວຍເຫລືອຕື່ມອີກ 10 ລ້ານເອີໂຣເຂົ້າໃນການບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນຂົງເຂດທົ່ວປະເທດ ແລະ ເຫດການອຸປະຕິເຫດສັນເຂື່ອນກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍທະລຸຢູ່ແຂວງອັດຕະປື, ລວມເປັນ 51,7 ລ້ານເອີໂຣ. ໃນນີ້ແບ່ງອອກເປັນການຊ່ວຍເຫລືອທາງດ້ານເຕັກນິກ 20 ລ້ານເອີໂຣ ແລະ ການຊ່ວຍເຫລືອທາງດ້ານການເງີນ 31,7 ລ້ານເອີໂຣ, ໂດຍສຸມໃສ່ການສະໜັບສະໜູນ 2 ຂົງເຂດຄື: ຂົງເຂດການຮ່ວມມືເພື່ອການພັດທະນາເສດຖະກິດແບບຢືນຍົງ ແລະ ຂົງເຂດການພັດທະນາຊົນນະບົດ, ໂດຍຕິດພັນກັບການຄຸ້ມຄອງຊັບພະຍາກອນທຳມະຊາດ, ຊຶ່ງທັງສອງຝ່າຍໄດ້ຮ່ວມກັນລົງນາມບົດບັນທຶກດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ.

ການເດີນທາງໄປເຂົ້າຮ່ວມກອງປະຊຸມເຈລະນາຮ່ວມມື ຂອງທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນຄັ້ງນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ດີລະຫວ່າງລາວ-ເຢຍລະມັນໃຫ້ນັບມື້ນັບຂະຫຍາຍຕົວເພີ່ມຂື້ນ, ພ້ອມທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 55 ປີ ການຮ່ວມມືລາວ-ເຢຍລະມັນ ອີກດ້ວຍ.

- Visit Laos Visit SALANA BOUTIQUE HOTEL - ລາວ-ເຢຍລະມັນ ສືບຕໍ່ຮ່ວມມືເພື່ອການພັດທະນາ
- 5 - ລາວ-ເຢຍລະມັນ ສືບຕໍ່ຮ່ວມມືເພື່ອການພັດທະນາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!