ຄະນະຜູ້ແທນລາວ ສໍາເລັດເຂົ້າຮ່ວມກອງປະຊຸມຄັ້ງທີ 8 ຂອງລັດພາຄີສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ


ໃນລະຫວ່າງວັນທີ 3-5 ກັນຍານີ້ ທີ່ຫ້ອງການອົງການສະຫະປະຊາຊາດທີ່ ນະຄອນເຊີແນວ, ປະເທດສະວິດເຊີແລນ, ໄດ້ຈັດກອງປະຊຸມຄັ້ງທີ 8 ຂອງລັດພາຄີສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ, ໂດຍພາຍໃຕ້ການເປັນປະທານຂອງປະເທດນີກາລາກົວ, ເຊິ່ງມີຜູ້ຕາງໜ້າຈາກບັນດາປະເທດລັດພາຄີ, ປະເທດທີ່ໄດ້ລົງນາມໃນສົນທິສັນຍາ, ປະເທດສັງເກດການ, ບັນດາອົງການເຄື່ອຄ່າຍ ສປຊ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມຫຼາຍກວ່າ 100 ຄະນະ.
ຄະນະຜູ້ແທນ ສປປ ລາວ ນຳໂດຍທ່ານຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ມີທ່ານຮອງຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ), ຫົວໜ້າພະແນກຮ່ວມມືສາກົນ, ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ແລະ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳຫ້ອງການອົງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ. ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄຳເຫັນຢ່າງຕັ້ງໜ້າ ໃນຫົວຂໍ້ຕ່າງໆຂອງກອງປະຊຸມ ທີ່ ສປປ ລາວ ຖືເປັນບູລິມະສິດສຳຄັນ ຈຳນວນ 5 ຫົວຂໍ້ໃຫຍ່ຄື (1) ການເຮັດໃຫ້ສົນທິສັນຍາດັ່ງກ່າວມີຜົນບັງຄັບໃຊ້ໃນລະດັບສາກົນ, (2) ການກວດກູ້-ທຳລາຍລະເບີດລູກຫວ່ານ ແລະ ສຶກສາການຫຼຸດຜ່ອນຄວາມສ່ຽງ, (3) ການຊ່ວຍເຫຼືອຜູ້ເຄາະຮ້າຍ, (4) ການຮ່ວມມື ແລະ ຊ່ວຍເຫຼືອຂອງສາກົນ, (5) ການຈັດຕັ້ງປະຕິບັດສົນທິສັນຍາໃນລະດັບປະເທດ. ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງເຈດຕະນາລົມທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ໃນຖານະເປັນຫນຶ່ງໃນບັນດາປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຮ້າຍແຮງກວ່າຫມູ່ໃນໂລກ. ຄະນະຜູ້ແທນ ສປປ ລາວ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດພັນທະຂອງຕົນພາຍໃຕ້ສົນທິສັນຍາດັ່ງກ່າວໃນໄລຍະໜຶ່ງປີຜ່ານມາ ໃນຖານະເປັນປະເທດພາຄີ ໂດຍສະເພາະການສືບຕໍ່ບັນຫາລະເບີດຍັງບໍ່ທັນແຕກຕົກຄ້າງ ທີ່ຍັງສືບຕໍ່ສ້າງຜົນກະທົບຮ້າຍແຮງຕໍ່ປະຊາຊົນ ທັງເປັນອຸປະສັກກີດຂວາງການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ລວມທັງສະເຫນີແຜນການໃນຕໍ່ໜ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ. ສປປ ລາວ ຮຽກຮ້ອງໃຫ້ວົງຄະນາຍາດສາກົນເພີ້ມທະວີການຮ່ວມມື ແລະ ຊ່ວຍເຫລືອ ແກ່ບັນດາປະເທດທີ່ໄດ້ຮັບຜົນກະທົບ ໃນຄວາມພະຍາຍາມດັ່ງກ່າວ ເຊິ່ງໄດ້ຮັບຄວາມສົນໃຈຈາກບັນດາປະເທດລັດພາຄີ, ປະເທດຜູ້ໃຫ້ທຶນ, ປະເທດທີ່ໄດ້ຮັບຜົນກະທົບ ແລະ ອົງການຈັດຕັ້ງສາກົນຕ່າງໆ ເປັນຈໍານວນຫລາຍ. ພ້ອມກັນນັ້ນ, ກໍ່ໄດ້ຮຽກຮ້ອງໃຫ້ບັນດາປະເທດລົງນາມ ແລະ ໃຫ້ສັດຕາຍາບັນແກ່ສົນທິສັນຍາດັ່ງກ່າວ ເພື່ອເຮັດໃຫ້ສົນທິສັນຍາດັ່ງກ່າວ ມີການນຳໃຊ້ຢ່າງທົ່ວເຖິງໃນຂອບເຂດທົ່ວໂລກ.
ລັດຖະບານ ສປປ ລາວ ໄດ້ຖືເອົາວຽກງານແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກ ເປັນບູລິມະສິດສຳຄັນແຫ່ງຊາດ ໂດຍໄດ້ກໍານົດເອົາວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ເປັນເປົ້າຫມາຍເພື່ອການພັດທະນາແບບຍືນຍົງແຫ່ງຊາດ ສະເພາະຂອງ ສປປ ລາວ (SDG18) ພາຍໃຕ້ຫົວຂໍ້ “ຊີວິດທີ່ປາສະຈາກລະເບີດບໍ່ທັນແຕກ”. ສປປ ລາວ ຍັງຈະສືບຕໍ່ເປັນປະເທດຜູ້ປະສານງານ ໃນວຽກງານກວດກູ້ ພາຍໃຕ້ຂອບການປະຕິບັດສົນທິສັນຍາດັ່ງກ່າວ ໃນສົກປີ 2017-2019 ຮ່ວມກັບປະເທດ ເນເທີແລນ ເຊິ່ງຈະໝົດໜ້າທີ່ໃນການປະຕິບັດວຽກງານ ໃນຖານະເປັນປະເທດຜູ້ປະສານງານ ຂອງຕົນໃນທ້າຍປີ 2018. ພ້ອມດຽວກັນນັ້ນ, ປະເທດຊູແອດ ໄດ້ແຈ້ງເຈດຈໍານົງຂອງຕົນ ເພື່ອເປັນຜູ້ປະສານຮ່ວມໃນວຽກງານດັ່ງກ່າວ ຮ່ວມກັບ ສປປ ລາວ ເພື່ອປ່ຽນແທນ ເນເທີແລນ ໃນປີ 2019.